Ad

Ad

15 December 2015

ປີ 2015 ລາວ-ຫວຽດນາມສາມາດມ້າງຄະດີຢາເສບ ຕິດຕາມຊາຍແດນໄດ້ຫລາຍພັນກໍລະນີ

ກອງປະຊຸມພົບປະແລກປ່ຽນວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດຜ່ານຊາຍແດນລາວ-ຫວຽດນາມຄັ້ງທີ 15 ໄດ້ຍົກໃຫ້ເຫັນວ່າ: ເຈົ້າໜ້າທີ່ສອງປະເທດໄດ້ຮ່ວມມືກັນຢ່າງແຂງແຮງເພື່ອສະກັດກັ້ນ ແລະ ຕ້ານການຄ້າຂາຍຢາເສບຕິດຕາມຊາຍແດນສອງປະເທດ, ໂດຍໃນປີ 2015 ສາ ມາດມ້າງຄະດີຢາເສບຕິດລະຫວ່າງ 8 ແຂວງລາວ-ຫວຽດຄື: ແຂວງຫົວພັນ, ຊຽງຂວາງ, ຜົ່ງສາລີ, ຫລວງພະບາງ, ດຽນບຽນ, ເຊີນລາ, ແທ້ງຮວາ ແລະ ເງ້ອານໄດ້ຫລາຍກວ່າ 2.887 ກໍລະນີ, ຈັບຜູ້ຕ້ອງຫາໄດ້ 3.856 ຄົນ, ໃນນັ້ນຝ່າຍຫວຽດນາມມີ 2.683 ກໍລະນີ, ມີຜູ້ຕ້ອງຫາ 3.533 ຄົນ, ຝ່າຍລາວມີ 204 ກໍລະນີ ແລະ ຈັບຜູ້ຕ້ອງຫາໄດ້ 323 ຄົນ. ຢຶດຂອງກາງເຮໂຣອິນໄດ້ຫລາຍກວ່າ 316 ກິໂລ, ຢາບ້າຫລາຍກວ່າ 470 ພັນເມັດ, ກັນຊາຫລາຍກວ່າ 107 ກິໂລ, ເງິນ 7 ຕື້ກວ່າດົງ (ສະກຸນເງິນຫວຽດນາມ) ແລະ 274 ລ້ານ
ກວ່າກີບ, 55 ພັນກວ່າໂດລາສະຫະລັດ, 28 ພັນກວ່າບາດ (ສະ ກຸນເງິນໄທ),16 ພັນກວ່າຢວນ(ສະກຸນເງິນຈີນ), ລົດໃຫຍ່ 25 ຄັນ, ລົດຈັກ 486 ຄັນ, ປືນ 44 ກະບອກ ແລະ ລູກປື້ນຈໍານວນໜຶ່ງ.

ກອງປະຊຸມດັ່ງກ່າວຈັດຂຶ້ນເມື່ອອາທິດຜ່ານມາທີ່ນະຄອນດຽນບຽນຟູ, ຝ່າຍຫວຽດນາມນໍາໂດຍທ່ານ ເລວັນກຸຍ ຮອງປະທານຄະນະກໍາມະການປະຊາຊົນນະຄອນດຽນບຽນ ແລະ ຝ່າຍລາວນໍາໂດຍທ່ານພັນເອກ ຈູມມະນີ ວົງມະນີ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມນໍາດ້ວຍ.

No comments:

Post a Comment