ທ່ານ ສູນທອນ ຄັນທະວົງ ອຳນວຍການສຳນັກຂ່າວສານປະເທດລາວ
ໃຫ້ສຳ ພາດຕໍ່ນັກຂ່າວພວກເຮົາເນື່ອງໃນໂອກາດວັນສ້າງຕັ້ງສຳນັກຂ່າວສານ ປະ ເທດລາວຄົບຮອບ
47 ປີ (6 ມັງກອນ 1968 - 6 ມັງກອນ 2015) ວ່າ: ເມື່ອຫວນຄືນອະດີດເຖິງປັດຈຸບັນ ແລະ ເຫັນວ່າການເຕີບໃຫຍ່ຂະຫຍາຍໂຕຂອງ
ສຳນັກຂ່າວສານ ປະເທດລາວ ໄດ້ຕິດພັນຢ່າງສະໜິດແໜ້ນກັບພາລະກິດປະຕິວັດ, ຜ່ານຜ່າຄວາມທຸກ ຍາກນາໆປະການ
ແລະ ເຮັດສຳເລັດໜ້າທີ່ການເມືອງທີ່ພັກ ແລະ ລັດມອບໝາຍໃຫ້ໃນແຕ່ລະໄລຍະ.
ກ່ອນໜ້ານີ້ 47 ປີ ຄືວັນທີ 6 ມັງກອນ 1968 ຢູ່ເມືອງວຽງໄຊ
ແຂວງຫົວພັນ ທີ່ໝັ້ນຂອງການປະຕິ ວັດລາວ, ທ່ານ ສຸພານຸວົງ ປະທານສູນກາງແນວລາວຮັກຊາດ ໄດ້ຕົກລົງສ້າງຕັ້ງສຳນັກຂ່າວສານປະ
ເທດລາວ ໂດຍມີຊື່ ຫຍໍ້ວ່າ: “ຂປລ” ຫລື ພາສາຕ່າງປະເທດ “KPL” ເພື່ອເຮັດໜ້າທີ່ລາຍງານຂ່າວຢູ່
ພາຍໃນ ແລະ ຕ່າງ ປະເທດ ໂດຍທ່ານ ສີຊະນະ ສີສານ ກຳມະການຄະນະໂຄສະນາອົບຮົມວັດທະນະ ທຳຂອງສູນກາງແນວລາວຮັກຊາດ
ເປັນ ອຳນວຍການຄົນທຳອິດ. ເບື້ອງຕົ້ນມີນັກຂ່າວ ແລະ ວິຊາການ 10 ກວ່າຄົນ ທີ່ເຮັດວຽກຕິດພັນຢູ່ກັບສະຖາ
ນີວິທະຍຸກະ ຈາຍສຽງຂອງຝ່າຍປະເທດລາວ ໂດຍມີໜ້າທີ່ ເຄື່ອນໄຫວເກັບກຳຂໍ້ມູນ ແລະ ຂຽນຂ່າວໃຫ້ວິທະຍຸ
ກະຈາຍສຽງຂອງ ຝ່າຍປະເທດລາວ ແລະ ໜັງສືພິມລາວຮັກຊາດ. ພ້ອມນັ້ນກໍກະຈາຍຂ່າວອອກສູ່ໂລກ ໃນລະ
ບົບຄື້ນສັ້ນທີ່ເປັນພາສາອັງກິດ ໂດຍການ ຮ່ວມມືຊ່ວຍເຫລືອຂອງສຳນັກຂ່າວສານຫວຽດນາມ.





