Ad

Ad

30 January 2015

ນາຍຍົກລັດຖະມົນຕີອອກຄຳສັ່ງໃຫ້ເອົາໃຈໃສ່ປ້ອງກັນແລະສະກັດກັ້ນໄຂ້ເລືອດອອກໃຫ້ມີປະສິດທິຜົນ



ປັດຈຸບັນສະພາບອາການດມີການປ່ຽນແປງ, ເຮັດໃຫ້ສິ່ງແວດ ລ້ອມເອື້ອອຳນວຍແກ່ການຂະ ຫຍາຍພັນຂອງຍຸງ ລາຍ, ບວກໃສ່ ການເຄື່ອນຍ້າຍຂອງປະຊາກອນ ທັງພາຍໃນ ແລະ ລະຕ່າງປະເທດ ເພີ່ມຂື້ນຢ່າງຫຼວງຫຼາຍ, ຊຶ່ງເປັນ ການອຳ ນວຍຄວາມສະດວກໃຫ້ ແກ່ການສັນຈອນຂອງເຊື້ອຈຸລະ ໂລກທັງ 4 ຊະນິດທີ່ເປັນສາເຫດ ພາໃຫ້ເກີດການລະບາດຂອງພະ ຍາດໄຂ້ຍຸງລາຍ,(ໄຂ້ເລືອດອອກ) ແລະ ເພື່ອເປັນການປ້ອງກັນບໍ່ໃຫ້ ມີການລະບາດຂອງດັ່ງກ່າວດັ່ງປີ ຜ່ານມານັ້ນ, ທ່ານນາຍົ ກລັດຖະມົນຕີ, ຈຶ່ງໄດ້ອອກຄຳສັ່ງສະບັບ ເລກທີ 02/ນຍ, ລົງວັນທີ 23 ມັງ ກອນ 2015 ວ່າດ້ວຍການປ້ອງກັນ ແລະ ສະ ກັດກັ້ນການລະບາດ ຂອງພະຍາດໄຂ້ຍຸງລາຍປະຈຳປີ 2015 ດັ່ງນີ້:
1. ໃຫ້ກະຊວງສາທາລະນະ ສຸກຮີບຮ້ອນແນະນຳພະແນກສາ ທາລະນະສຸກນະຄອນຫລວງ, ແຂວງໃນຂອບເຂດທົ່ວ ປະເທດໃນການສ້າງແຜນກຽມຄວາມພ້ອມ ໃນການປ້ອງກັນ ແລະ ສະກັດກັ້ນ ການລະບາດແຕ່ຫົວທີ, ຮັບປະກັນໃຫ້ມີ ການລຸລ່ວງ, ແນະນຳ, ມີການ ປັບປຸງໜ່ວຍງານວິຊາສະເພາະທີ່ ກ່ຽວຂ້ອງດ້ານການກວດກາ ແລະ ຕິດ ຕາມໜອນນ້ຳ, ໜ່ວຍງານຄວບຄຸມພາຫະນະນຳເຊື້ອ, ໜ່ວຍງານ ເຝົ້າລະວັງ ແລະ ຕອບໂຕ້ດ່ວນ, ໜ່ວຍງານປະ ຊາສຳພັນ, ໜ່ວຍງານປິ່ນ ປົວຄຸ້ມຄອງກໍລະນີໃຫ້ມີ ການກຽມພ້ອມແຕ່ລະດັບແຂວງ, ນະຄອນຫລວງວຽງຈັນລົງຮອດ ສາທາລະນະສຸກເມືອງ, ສຸກ ສາລາ ແລະ ຂັ້ນບ້ານ, ຕິດຕາມສະພາບ ເປັນປະຈຳນັບແຕ່ເດືອນມັງກອນນີ້ເປັນຕົ້ນໄປ.

ຮອງປະທານປະເທດເຫັນວ່າຊາວໜຸ່ມຕ້ອງໄດ້ປັບປຸງຕົນເອງຫລາຍຂຶ້ນ



ທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ ໄດ້ກ່າວຕໍ່ກອງປະ ຊຸມຊາວໜຸ່ມປະຊາ ຊົນປະຕິວັດ ລາວຄັ້ງທີ V ສະໄໝທີ 6 ເມື່ອວັນທີ 28 ມັງກອນຜ່ານມາວ່າ: ໃນເງື່ອນ ໄຂ ສະພາບເສດຖະກິດ-ສັງຄົມມີ ການຂະຫຍາຍຕົວຢ່າງວ່ອງໄວ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນນັບມື້ມີການພົວພັນຢ່າງ ກວ້າງຂວາງ, ລະບົບວິທະຍາສາດ ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ນັບມື້ມີຄວາມທັນສະໄໝວ່ອງໄວຄືປັດຈຸບັນນີ້ ເຫັນວ່າການພັດທະນາ ດັ່ງ ກ່າວແມ່ນມີທັງດ້ານທີ່ຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ປະກົດການບໍ່ດີ ຂອງສັງຄົມນັບມື້ເພີ່ມຂຶ້ນ ເຊັ່ນ: ບັນ ຫາຢາເສບຕິດ,ກຸ່ມແກ້ງອັນຕະ ພານ, ປຸ້ນຈີ້ຊິງຊັບ, ຂີ້ລັກງັດແງະ, ຫລີ້ນກີນ ຟູມເຟືອຍ, ດຳລົງຊີວິດຜິດ ແປກໄປຈາກຮີດຄອງປະເພນີ ແລະ ໄພສັງຄົມອື່ນໆ, ເຊິ່ງບັນຫາ ເຫລົ່ານີ້ລ້ວນແລ້ວແຕ່ປິ່ນອ້ອມຢູ່ໃນຖັນແຖວຊາວໜຸ່ມ-ໄວໜຸ່ມເຮົາ, ສະນັ້ນພາກສ່ວນທີ່ຈະສາມາດແກ້ ໄຂບັນຫາໃຫ້ຫລຸດ ໜ້ອຍລົງໄດ້ດີທີ່ສຸດກໍແມ່ນຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວເພາະ ວ່າເປັນອົງການຈັດຕັ້ງມະຫາຊົນ ສຳຄັນ ຂອງພັກ ແລະ ລັດ, ໃນການ ຕິດຕາມກວດກາຊຸກຍູ້ຂະບວນ ການຊາວໜຸ່ມລາວໃນທົ່ວປະເທດ ເພື່ອໃຫ້ກາຍເປັນຜູ້ທີ່ມີ

ມີຜູ້ປະກອບການອາຫານຫຼາຍກວ່າຮ້ອຍຮ້ານເຂົ້າຮ່ວມເທດສະການອາຫານລາວຄັ້ງນີ້



ງານເທດສະການອາຫານລາວ ຄັ້ງທີ 10 ໄດ້ເປີດຂຶ້ນໃນວັນທີ 29 ມັງກອນ ທີ່ເດີນສາທາລະນະ ສວນເຈົ້າອານຸວົງ(ແຄມຂອງ) ນະຄອນຫຼວງວຽງຈັນ, ເຊິ່ງງານ ດັ່ງກ່າວຈະຈັດຂຶ້ນເປັນເວລາ 3 ວັນ ແຕ່ທີ 29-31 ມັງກອນນີ້. ມີຮ້ານຮ່ວມວາງ ສະແດງ ແລະ ຂາຍສິນ ຄ້າທັງໝົດ 120 ກວ່າຮ້ານ, ໃນນັ້ນ 97 ຮ້ານ ສຳລັບຜູ້ປະ ກອບການ ວາງສະແດງ ແລະ ຂາຍອາຫານ, ເຄື່ອງດື່ມ, ຢາສະໝຸນໄພ ແລະ ເຄື່ອງ ຫັດຖະກຳ.  ໃນນີ້ມື້ທຳອິດ ຂອງງານເທດ ສະການອາຫານ ລາວໄດ້ສ້າງຄວາມສົນ ໃຈໃຫ້ຜູ້ຄົນຫຼັ່ງໄຫຼເຂົ້າມາທ່ຽວຊົມ ແລະ ເລາະ ຊິມອາຫານເປັນຈຳນວນຫຼວງຫຼາຍ.
ທ່ານ ນາງ ຈັນທະຈອນ ວົງ ໄຊປະທານສະມະຄົມນັກທຸລະກິດ ຍິງທັງເປັນປະທານຈັດງານກ່າວ ວ່າ: ການຈັດງານ ຄັ້ງນີ້ແມ່ນການ ຊີ້ນຳຂອງສູນກາງສະຫະພັນແມ່ ຍິງລາວ, ເພື່ອຄຳນັບຮັບຕ້ອນວັນ ປະຫວັດສາດທີ່ສຳຄັນຂອງຊາດ ຄື: ວັນສ້າງຕັ້ງພັກປະຊາຊົນປະ ຕິວັດລາວຄົບຮອບ 60 ປີ, ວັນສະ ຖາປະນາ ສປປ ລາວ ຄົບຮອບ 40 ປີ, ວັນສ້າງຕັ້ງສະ ຫະພັນແມ່ຍິງ ລາວຄົບຮອບ 60 ປີ ແລະ ວັນ ແມ່ຍິງສາກົນ ທີ 8 ມີນາ ທີ່ຈະມາ ເຖິງນີ້ ແລະ ເປັນການປະກອບ

ລາຄາສິນຄ້າຢູ່ທ້ອງຕະຫຼາດໃນນະຄອນຫຼວງວຽງຈັນບາງປະເພດມີລາຄາແພງຂຶ້ນ



ຈາກການລົງຕິດຕາມຂອງ ນັກຂ່າວພວກເຮົາໃນວັນທີ 28 ມັງ ກອນນີ້, ເຫັນວ່າລາຄາພືດຜັກບາງ ປະເພດມີລາຄາ ແພງຂຶ້ນຄື: ໝາກ ເຜັດລາຄາ 25-30 ພັນກີບ/ກິໂລ, ໝາກນາວ ລາຄາ 10-12 ພັນ ກີບ/ກິໂລ, ໝາກຖົ່ວລາຄາ 10-15 ພັນ ກີບ/ກິໂລ, ໝາກແຕງ, ໝາກ ເຂືອ, ຜັກສະລັດ, ຜັກບົ້ງ ລາຄາ 4-6 ພັນກີບ/ກິໂລ, ໝາກເລັ່ນ, ກະ ຫລ່ຳ, ຜັກກາດ ລາຄາ 6-10 ພັນ ກີບ/ ກິໂລ, ຫອມລາບ, ຫອມບົ່ວ ແລະ ຫອມປ້ອມ ລາຄາ 4-5 ພັນ ກີບ/ກິໂລ. ສຳລັບຊີ້ນງົວລາຄາ 75-80 ພັນກີບ/ກິໂລ, ຊີ້ນໝູ 35-40 ພັນກີບ/ກິໂລ, ເປັດ-ໄກ່ 35-40 ພັນກີບ/ກິໂລ, ປາກະຊັງ ແລະ ປາດຸກພັນ 18-20 ພັນກີບ/ ກິໂລ ແລະ ປາທຳມະຊາດອື່ນໆ ກໍມີລາຄາແພງຕາມໆກັນ ແລະ ຄາດວ່າລາຄາສິນຄ້າຍັງຈະສືບຕໍ່ ແພງຂຶ້ນໄປຮອດໄລຍະ ບຸນປີໃໝ່ ຂອງຊາວຈີນ, ຫວຽດນາມທີ່ຈະມີ ຂຶ້ນໃນລະຫວ່າງກາງເດືອນກຸມພານີ້.

ຈົ່ງເອົາໃຈໃສ່ບົວລະບັດຮັກສາເຂົ້ານາແຊງແລະພືດລະດູແລ້ງ ໃຫ້ດີ



ໃນລະດູການຜະລິດເຂົ້ານາ ແຊງສົກປີ 2014-2015 ນີ້, ພະ ແນກກະສິກຳແລະປ່າໄມ້ແຂວງ, ນະຄອນ ຫຼວງ ແລະ ການປົກຄອງ ທ້ອງຖິ່ນໄດ້ສຸມຄວາມພະຍາຍາມ ຂອງຕົນເຂົ້າໃນການປຸກລະດົມຂົນ ຂວາຍກະສິກອນ, ລົງມືປູກເຂົ້າ ນາແຊງແຕ່ຕົ້ນລະດູການຢ່າງເປັນຂະບວນຟົດຟື້ນໃນເນື່ອທີ່ 126. 600 ເຮັກຕາ ໃຫ້ບັນລຸຄາດໝາຍ ດ້ວຍສະມັດຕະ ພາບການຜະລິດໃຫ້ໄດ້ 5,13 ໂຕນ/ເຮັກຕາ, ຊຶ່ງມາ ຮອດປັດຈຸບັນການປັກດຳໃນທົ່ວປະເທດສຳເລັດແລ້ວເປັນສ່ວນ ໃຫຍ່, ເຖິງວ່າສະພາບອາການໃນ ຕົ້ນລະດູແລ້ງນີ້ມີຄວາມປັ່ນປ່ວນ, ຜັນແປເລື້ອຍໆ ແລະ ໜາວເຢັນແກ່ຍາວ, ອາດຈະສົ່ງຜົນກະທົບຕໍ່ ການຈະເລີນເຕີບໂຕຂອງຕົ້ນເຂົ້າກໍ ເປັນໄດ້ ແລະ ອາດເຮັດໃຫ້ການ ເກັບກ່ຽວບໍ່ໄດ້ດີເທົ່າທີ່ຄວນ ແລະ ຫຼຸດຜ່ອນຜົນກະທົບດັ່ງກ່າວລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 0028/ກປ, ລົງວັນ ທີ 15 ມັງກອນ 2015 ເຖິງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ບັນ ດາກົມ, ສະຖາບັນອອ້ມຂ້າງກະຊວງຈົ່ງເພີ່ມທະວີເອົາໃຈໃສ່ບົວລະ ບັດຮັກສາເຂົ້ານາແຊງແລະພືດລະດູແລ້ງໃຫ້ ດີຄື:(1) ໃຫ້ກົມສົ່ງເສີມກະສິກຳ ແລະ ສະຫະກອນເປັນເຈົ້າການສົມ ທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນ

ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມເພື່ອນແມ່ນ້ຳຂອງຕອນລຸ່ມສະໄໝພິເສດວ່າດ້ວຍຄວາມຍືນຍົງຂອງແມ່ນ້ຳຂອງຢູ່ປາກເຊ, ແຂວງຈຳປາສັກ ໃນຕົ້ນເດືອນກຸມພານີ້



ສປປ ລາວ ຈະເປັນເຈົ້າພາບ ຈັດກອງປະຊຸມເພື່ອນແມ່ນ້ຳຂອງ ຕອນລຸ່ມສະໄໝພິເສດວ່າດ້ວຍ ຄວາມຍືນຍົງ ຂອງແມ່ນ້ຳຂອງ “Extraordinary Friends of the Lower Mekong (XF LM) Sub-cabinet level meeting Mekong sustainability ຢູ່ທີ່ເມືອງປາກເຊ, ແຂວງ ຈຳປາສັກແຕ່ວັນທີ 2-3 ກຸມພາ ທີ່ຈະມາເຖິງນີ້, ເຊິ່ງຈະມີຄະນະ ຜູ້ແທນຈາກບັນດາປະເທດເຂດລຸ່ມແມ່ນ້ຳຂອງເຊັ່ນ: ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ, ສະຫະ ລັດອາເມລິກາ, ອົດສະເຕເລຍ, ສະ ຫະພາບເອີລົບ, ຍີ່ປຸ່ນ, ສ.ເກົາຫລີ, ເດັນມາກ, ຟີນແລນ, ເຢຍລະມັນ, ເນເທີແລນ, ຝຣັ່ງ, ສະວີເດັນ, ທະ ນາຄານພັດທະນາອາຊີ, ກຸ່ມທະນາ ຄານໂລກ ແລະ ກອງເລຂາຄະນະ ກຳມະການແມ່ຂອງແຫ່ງຊາດ, ໂດຍອີງຕາມການ ພົບປະໂອ້ລົມລະຫວ່າງ ທ່ານ ທອງລຸນ ສີສຸລິດ ຮອງນາ ຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ ຂອງລາວ ແລະ ທ່ານ ຈອນ ເຄຣິ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດຂອງສະຫະລັດ ອາເມລິກາທີ່ກອງປະຊຸມ ລັດຖະມົນຕີການຕ່າງປະເທດເຂດລຸ່ມແມ່ນ້ຳຂອງທີ່ນະຄອນຫລວງ ນາປີດໍ ປະເທດມຽນມາ ໃນປີ 2014. ທັງສອງທ່ານ

ໄມ້ດູ່ເປັນເຫດໃຫ້ຈຳຄຸກ 2 ປີ

ເມື່ອບໍ່ດົນມານີ້, ສານປະຊາ ຊົນປະຊາຊົນແຂວງໄຊຍະບູລີໄດ້ ຕັດສີນລົງ ໂທດທ້າວ ບຸນຍັງ ອາຍຸ 59 ປີຢູ່ບ້ານໂນນສະອາດ, ເມືອງ ທ່າແຂກ, ແຂວງຄຳມ່ວນ ໃຫ້ຈຳ ຄຸກເປັນເວລາ 2 ປີພ້ອມປັບໃໝ 5 ແສນກີບ ແລະ ໃຊ້ເງິນແທນຄືນ ໂຈດ ທາງແພງຈຳນວນ 45.500 ໂດລາສະຫະລັດ,14 ລ້ານ 5 ແສນ ກີບ ແລະ ຄ່າສີ້ນ ເປືອງຕ່າງໆຈຳ ນວນ 10 ລ້ານກີບ, ໃນຂໍ້ຫາສໍ້ໂກງ ຊັບພົນລະເມືອງ, ໂດຍຜູ້ກ່ຽວຖືກ ເຈົ້າໜ້າທີ່ຈັບຕົວເມື່ອກາງປີ 2014.
ຄະດີມີຢູ່ວ່າ: ໃນປີ 2008 ທ້າວ ບຸນຍັງ ໄດ້ໄປຈ່າວຂາຍໄມ້ ດູ່ໃຫ້ທ້າວ ວັນ ທອງ ຊຶ່ງເປັນເຈົ້າ ຂອງໂຮງງ ານປຸ່ງແຕ່ງໄມ້ຢູ່ແຂວງໄຊຍະບູລີໃນຈຳນວນ 600 ແມັດ ກ້ອນ, ເຊິ່ງຜູ້ກ່ຽວໄດ້ມີເອກກະ ສານໃຫ້ຂຸດຂົ້ນໄມ້ດູ່ຢູ່ເຂດບ້ານພະແກ້ວ ເມືອງທົ່ງມີໄຊ ແຂວງໄຊຍະ ບູລີ. ຫລັງຈາກນັ້ນ, ທ້າວ ວັນທອງ ຈຶ່ງຕົກລົງຊື້ໃນລາຄາ 300 ໂດລາ ສະຫະລັດ ຫລື ປະມານ 2,4 ລ້ານ ກີບຕໍ່ແມດກ້ອນ ແລະ ຕົກເປັນເງິນ ລວມທັງໝົດ 180 ພັນໂດລາສະ ຫະລັດ ຫລື ປະມານ 1.440 ລ້ານ ກີບ, ພາຍຫລັງຂຸດຄົ້ນໄດ້ໄມ້ປະ ມານ 120 ແມັດ

ເດີ່ນບ້ານສະອາດທົ່ງນາງາມ:ຄຳຂວັນຜະລິດນາແຊງປີນີ້

ເມື່ອບໍ່ດົນມານີ້, ລັດຖະມົນ ຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ ແນະນຳໃຫ້ພາກສ່ວນກ່ຽວຂ້ອງ ນັບທັງສູນກາງ, ທ້ອງຖິ່ນນຳເອົາ ຄຳຂວັນປູກເຂົ້ານາແຊງປີນີ້ວ່າ:    ເດີນບ້ານສະອາດທົ່ງນາງາມ ໄປເຜີຍແຜ່ ແລະ ຜັນຂະຫຍາຍໃຫ້ ຊາວ ນາກໍຄືກະສິກອນໃນທົ່ວປະ ເທດເຂົ້າໃຈ ແລະ ເອົາໃຈໃສ່ບົວລະບັດຮັກສາການເຂົ້ານາແຊງໄດ້ດີຄືກັບການຮັກສາເດີ່ນ ບ້ານເຮືອນ ຊານບ້ານຊ່ອງຂອງຕົນເພື່ອຮັບປະກັນໃຫ້ການຜະລິດເຂົ້າມີຄຸນນະ ພາບ ແລະ ປະລິມານດີ, ສາມາດ ບັນລຸ ຕົວເລກຄາດໝາຍໃນເນື້ອທີ່ 126 ພັນກວ່າເຮັກຕາ, ຜົນຜະລິດ ໃຫ້ໄດ້ 650 ພັນກວ່າໂຕນ ແລະ ມີ ສະມັດຕະພາບ ສະເລ່ຍສູງກວ່າ 5 ໂຕນຕໍ່ເຮັກຕາ. ໂດຍໃຫ້ທຸກໜ່ວຍ ງານຂອງພະແນກ, ຫ້ອງການກະ ສິກຳ ແລະ ປ່າໄມ້ ຈັດຕັ້ງພະນັກ ງານວິຊາການລົງຊ່ວຍຊາວນາ, ກະສິກອນເພື່ອແນະນຳໃຫ້ຮູ້ຈັກນຳໃຊ້ເຕັກນິກວິທະຍາສາດໃໝ່ເຂົ້າໃສ່ ການປັບປຸງແນວພັນ, ການຜະ ລິດ, ການນຳໃຊ້ຝຸ່ນ, ປຸຍຊີວະພາບ, ຢາ ປາບສັດຕູພືດເພື່ອເຮັດໃຫ້ຕົ້ນກ້າຕົ້ນເຂົ້າມີຄວາມແຂງແຮງທົນທານຕໍ່