ກອງປະຊຸມສະຫລຸບຖອດຖອນບົດຮຽນກ່ຽວກັບການຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍປະຈຳປີ
2015 ໃນຂອບເຂດທົ່ວປະເທດ, ໄດ້ຈັດຂຶ້ນໃນວັນທີ 24 ທັນວານີ້, ຢູ່ນະຄອນຫລວງວຽງຈັນ,
ໂດຍການເປັນປະທານຂອງທ່ານລັດຖະມົນຕີວ່າການກະຊວງສາ ທາລະນະສຸກ ສຈ.ດຣ.
ເອກສະຫວ່າງ ວົງວິຈິດ ເພື່ອລາຍງານສະພາບ ການລະບາດຂອງໄຂ້ຍຸງລາຍ ແລະ ວາງມາດຕະການເພື່ອປ້ອງກັນ
ແລະ ຄວບຄຸມພະຍາດດັ່ງກ່າວໃນຕໍ່ໜ້າ.
ທ່ານລັດຖະມົນຕີວ່າການກະຊວງສາທາລະນະສຸກກ່າວວ່າ: ການຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍຢູ່ທົ່ວປະເທດໃນໄລຍະຜ່ານມາແມ່ນປະຕິບັດໄດ້ດີສົມຄວນ ເຊິ່ງໃນທົ່ວປະເທດມີຄົນເຈັບທີ່ຕິດເຊື້ອ







