Ad

Ad

13 January 2016

ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳງື່ມ 1 ພາກ​ຂະຫຍາຍມີ​ຄວາມ​ຄືບ​ໜ້າ​ເກືອບ 29%

ການຈັດຕັ້ງປະຕິບັດໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳງື່ມ 1 ພາກ​ຂະຫຍາຍມີຄວາມຄືບໜ້າເກືອບ 29% ​ແລະ ຄາດວ່າຈະສຳເລັດສົມບູນພາຍໃນປີ 2017.
ທ່ານ ວິຣະພົນ ວິຣະວົງສ໌ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານແລະ ບໍ່ແຮ່ ພ້ອມຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມແລະ ກວດກາວຽກກໍ່ສ້າງໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ພາກຂະຫຍາຍຢູ່ເມືອງແກ້ວອຸດົມແຂວງວຽງຈັນເພື່ອຕິດຕາມກວດກາສະພາບຄວາມພ້ອມແລະ ຄວາມເປັນລະບຽບຮຽບຮ້ອຍຂອງການກໍ່ສ້າງຂອງຜູ້ພັດທະນາໂຄງການແລະໃຫ້ຮັບປະກັນທາງດ້ານມາດຕະຖານເຕັກນິກ.

ທ່ານ ດາວວຽງ ສຸນັນທະລາດ ຮອງຫົວໜ້າໂຄງການດັ່ງກ່າວໄດ້ລາຍງານຕໍ່ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານແລະ ບໍ່ແຮ່ ຊາບວ່າ: ​ໂຄງການດັ່ງກ່າວແມ່ນລັດວິສາຫະກິດໄຟຟ້າລາວເປັນຜູ້ພັດທະນາແລະ ບໍລິສັດ DONGFANG ELECTRIC INTERNATIONAL COR PORATION ​ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 122 ລ້ານກວ່າໂດລາສະຫະລັດເຊິ່ງເລີ່ແຕ່ວັນທີ 20 ທັນວາ 2014 ຜ່ານມາແລະ ຄາດວ່າຈະໃຫ້ສຳເລັດໃນເດືອນທັນວາ 2017 ທີ່ຈະມາເຖິງນີ້.

 ​ຮອງຫົວໜ້າໂຄງການດັ່ງກ່າວແຈ້ງວ່າ: ​ເພື່ອແນໃສ່ເພີ່ມແຫລ່ງຜະລິດພະລັງງານໄຟຟ້າຈາກກຳລັງຕິດຕັ້ງເດີມ 155 ​ເມກາວັດ (MW) ຂຶ້ນເປັນ 235 ​ເມກາວັດ (MW) ​ເພື່ອຕອບສະໜອງຄວາມຕ້ອງການນຳໃຊ້ພາຍໃນປະເທດແລະ ສົ່ງອອກ. ນອກຈາກນີ້ ຍັງເປັນການເພີ່ມແຫລ່ງຜະລິດພະລັງ ງານໄຟຟ້າພາຍໃນປະເທດສູງສຸດ (Peak Load) ​ເພື່ອຫລຸດຜ່ອນການນຳເຂົ້າພະລັງງານດັ່ງກ່າວຈາກຕ່າງປະເທດ.

No comments:

Post a Comment