Ad

Ad

13 January 2016

ຈະເລີ່ມ​ສຶກສາຄວາມ​ເປັນ​ໄປ​ໄດ້​ໂຄງການ​ຊົນລະ ປະທານ​ລຸ່ມເຂື່ອນ​ໄຟຟ້າ​ເຊ​ປ່ຽນ-​ເຊ​ນ້ຳ​ນ້ອຍ

ພິທີເຊັນບົດບັນທຶກ ( MOU ) ​ສຶກສາຄວາມເປັນໄປໄດ້ໂຄງການຊົນລະປະທານລຸ່ມເຮືອນຈັກເຂື່ອນໄຟຟ້າເຊປ່ຽນ-​ເຊນ້ຳນ້ອຍ (​ແຂວງອັດຕະປື) ​ໄດ້ຈັດຂຶ້ນໃນວັນທີ 11 ມັງກອນນີ້, ທີ່ກົມຊົນລະ ປະທານ, ກະຊວງກະສິກຳແລະ ປ່າໄມ້, ລະຫວ່າງທ່ານໄມກອງ ພອນພົມມະນີ ຫົວໜ້າກົມຊົນລະປະທານແລະ ທ່ານຊາງອີ ( Mr Zheng Ye ) ອຳນວຍການບໍລິສັດຊ່ຽນທາຍກໍ່ສ້າງຂົວທາງແລະ ຊົນລະປະທານຈຳກັດ ໂດຍການເຂົ້າຮ່ວມຂອງທ່ານ ດຣເພັດ ພົມພິພັກ ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທ່ານ ດຣ ນາມວິຍະເກດເຈົ້າແຂວງອັດຕະປື.

 ທ່ານ ຫົວໜ້າກົມຊົນລະປະທານໃຫ້ຮູ້ວ່າ: ​ໂຄງການຊົນລະປະທານນຳໃຊ້ນ້ຳໃຕ້ເຂື່ອນໄຟຟ້າ​​ເຊປ່ຽນ-​ເຊນ້ຳນ້ອຍ, ​ເມືອງສາມັກຄີໄຊແຂວງອັດຕະປື, ເປັນຊົນລະປະທານແບບນ້ຳໄຫຼເອງ,​ ໂດຍການຈັດສັນນ້ຳຈາກໂຄງການໄຟຟ້າດັ່ງກ່າວໃຫ້ໄດ້ປະມານ 5 – 7 ​ແມັດກ້ອນ/ວິນາທີເພື່ອສາມາດສະໜອງນ້ຳໃຫ້ແກ່ເນື້ອທີ່ການຜະລິດໄດ້ປະມານ 6 ພັນກວ່າເຮັກຕາຕະຫຼອດປີ, ຊຶ່ງກວມເອົາ 12 ບ້ານແລະ ປະມານ 2500 ກວ່າຄອບຄົວ, ນອກນັ້ນຍັງສາມາດຕອບສະໜອງນ້ຳໃຫ້ແກ່ບ້ານໃກ້ຄຽງອີກດ້ວຍ ແລະ ເພື່ອເຫັນໄດ້ຄວາມສຳຄັນດັ່ງກ່າວ, ລັດຖະບານຈຶ່ງໄດ້ຕົກລົງມອບໃຫ້ບໍລິສັດດັ່ງກ່າວເປັນຜູ້ສຶກສາຄວາມເປັນໄປໄດ້ທາງດ້ານເຕັກນິກ, ​ເສດຖະກິດ-ສັງຄົມຂອງໂຄງການ,​ ໂຄງການນີ້ແມ່ນນອນຢູ່ໃນຈຸດສຸມຂອງລັດຖະບານໃນການຜະລິດເຂົ້າເພື່ອຄ້ຳປະກັນສະບຽງອາຫານແລະ ຜະລິເປັນສິນຄ້າ.

ທ່ານຫົວໜ້າກົມຊົນລະປະທານໃຫ້ຮູ້ອີກວ່າ: ​ເພື່ອເຮັດໃຫ້ການພັດທະນາຊັບພະຍາກອນນ້ຳດັ່ງກ່າວ​​ເກີດປະໂຫຍແກ່ການປູກຝັງ, ລ້ຽງສັດແລະ ອື່ນໆຕາມມາດຕະຖານເຕັກນິກດ້ານຊົນລະ ປະທານກອ່ນຈະມີການພັດທະນາແຫຼ່ງນ້ຳໃດໜຶ່ງຕ້ອງໄດ້ມີການຈັດຕັ້ງປະຕິບັດຕາມຂັ້ນຕອນເຊັ່ນ: ສຶກສາຄວາມເປັນໄປໄດ້ຂອງໂຄງການວ່າມີຄວາເໝາະສົມ, ຈຶ່ງກ້າວໄປເຖິງການສຶກສາສຳຫຼວດອອກແບບຢ່າງລະອຽດ, ຈຶ່ງລົງມືກໍ່ສ້າງ.

No comments:

Post a Comment