Ad

Ad

13 January 2016

ລາວຈະພັດທະນາການຊື້-ຂາຍຫຼັກຊັບຂະໜາດໃຫຍ່ (Block Trading)

ດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ: ລາວເຮົາໄດ້ສ້າງຕັ້ງຕະຫຼາດຫຼັກຊັບ ເປັນຄັ້ງປະ ຫວັດສາດ ແລະ ໄດ້ມີການຊື້ - ຂາຍຮຸ້ນຢ່າງເປັທາງການນັບແຕ່ວັນທີ 11/01/2011 ເຊິ່ງມາຮອດວັນທີ 11/01/2016  ກໍພໍດີ 5 ປີເຕັມ ແລະ ກໍໃນມື້ນີ້ເອງ ຕະຫຼາດຫຼັກຊັບລາວ  ( ຕລຊລ ) ໄດ້ຈັດຕັ້ງພິທີຖະແຫຼງຂ່າວກ່ຽວກັບລະບົບການດູແລຊັບສິນ ແລະ ຫົວໜ່ວຍຊື້ - ຂາຍຕໍ່າສຸດ 100 ຮຸ້ນໂດຍທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫຍ່ ຕລຊລ ໄດ້ແຈ້ງໃຫ້ສັງຄົມໄດ້ຮັບຮູ້ກ່ຽວກັບການບໍລິການດູແລຊັບສິນທີ່ຈະອໍານວຍຄວາມສະດວກໃນການແລກປ່ຽນຊື້ - ຂາຍຮຸ້ນໃນຈໍານວນ ຕໍ່າສຸດແມ່ນ 100 ຮຸ້ນຕໍ່ທຸລະກໍາການຊື້ - ຂາຍ.

           ທ່ານ ຊາງ - ໂຮ ຄິມ ຮອງປະທານຄະນະ ຜູ້ອໍານວຍການຝ່າຍດໍາເນີນງານ ຕາງໜ້າໃຫ້ທິມງານພັດທະນາລະບົບ ໄດ້ຢືນຢັນຄວາມພ້ອມໃນການໃຫ້ບໍລິການລະບົບໃໝ່ວ່າ: ການເປີດຊື້ - ຂາຍຮຸ້ນທໍາອິດ ມີພຽງ 2 ບໍລິສັດທີ່ເຂົ້າຈົດທະບຽນໃນເບື້ອງຕົ້ນ ແລະ ຕລຊລ ຍາມໃດກໍຄໍານຶງເຖິງນັກລົງທຶນພາຍໃນເປັນຫຼັກ ເຊິ່ງຜ່ານມາໄດ້ຊຸກຍູ້ໃຫ້ນັກລົງທຶນພາຍໃນໄດ້ມີໂອກາດຮຽນຮູ້ການລົງທຶນເຂົ້າໃນຮຸ້ນ ໂດຍໄດ້ກໍານົດຫົວໜ່ວຍຊື້ - ຂາຍຮຸ້ນ ຕໍ່າສຸດເລີ່ມພຽງ 1 ຮຸ້ນໃນເບື້ອງຕົ້ນ.
           ຈາກການດໍາເນີນງານມາໄດ້ 5 ປີ, ຕລຊລ ເຫັນໄດ້ຄວາມຈໍາເປັນໃນການປັບປຸງລະບົບການຊື້ - ຂາຍຫຼັກຊັບຄືນໃໝ່ ເພື່ອປ້ອງກັນການສວຍໃຊ້ຮຸ້ນຈໍານວນນ້ອຍເຂົ້າໃນການປ່ຽນແປງລາຄາຮຸ້ນຂອງບໍລິສັດໃດໜຶ່ງ, ດັ່ງນັ້ນທິມງານພັດ ທະນາລະບົບ ຈຶ່ງຄົ້ນຄ້ວາຄວາມເປັນໄປໄດ້ໃນປ່ຽນແປງຫົວໜ່ວຍຊື້ - ຂາຍຮຸ້ນຕໍ່າສຸດ ໂດຍການສຶກສາກໍລະນີຕ່າງໆຂອງບັນດາຕະ ຫຼາດຫຼັກຊັບອ້ອມຂ້າງ ພ້ອມທັງປຶກສາຫາລືຢ່າງໃກ້ຊິດກັບບັນດາບໍລິສັດຫຼັກຊັບໃນບັນຫາດັ່ງກ່າວ ເພື່ອພ້ອມກັນຊອກຊ່ອງທາງໃນການພັດທະນາຕະຫຼາດ, ມາຮອດມື້ນີ້ ລະບົບດັ່ງກ່າວໄດ້ສໍາເລັດຢ່າງສົມບູນ ແລະ ພ້ອມທີ່ຈະປ່ຽນຫົວໜ່ວຍຊື້ - ຂາຍຈາກ 1 ຮຸ້ນ ໄປເປັນ 100 ຮຸ້ນ, ການປັບປຸງລະບົບດັ່ງກ່າວ ເປັນບາດກ້າວອັນສໍາຄັນໃນການຊ່ວຍສົ່ງເສີມໃຫ້ມີການຊື້ - ຂາຍຮຸ້ນຂະໜາດໃຫຍ່ຂຶ້ນໃນອະນາຄົດພ້ອມກັບການປັບປຸງລະບົບການຈັດການຕະຫຼາດ, ຊ່ວຍປ້ອງກັນບໍ່ໃຫ້ນໍາໃຊ້ຄໍາສັ່ງການຊື້ -ຂາຍຮຸ້ນຂະໜາດ ນ້ອຍເຂົ້າໃນການປ່ຽນແປງລາຄາຂອງຮຸ້ນນໍາອີກ ແລະ ທັງເປັນບາດກ້າວໃນການຜັກດັນ ຕລຊລ ກ້າວເຂົ້າສູ່ມາດຕະຖານສາກົນທາງດ້ານຫົວໜ່ວຍຊື້ - ຂາຍຮຸ້ນທີ່ຫຼາຍປະເທດໃນໂລກນໍາໃຊ້.
         ກ່ຽວກັບການບໍລິການຂອງທະນາຄານດູແລຊັບສິນ ເຊິ່ງໃນອະດີດການບໍລິການດັ່ງກ່າວຍັງບໍ່ປະກົດເຫັນໃນລາວທີ່ຈະມີທະ ນາຄານດູແລຊັບສິນເຂົ້າມາຊ່ວຍໃນການອໍານວຍຄວາມສະດວກ ແລະ ເປັນຕົວແທນໃຫ້ແກ່ນັກລົງທຶນໂດຍສະເພາະນັກລົງທຶນປະ ເພດສະຖາບັນ, ດັ່ງນັ້ນ ຈຶ່ງເຮັດໃຫ້ນັກລົງທຶນປະເພດດັ່ງກ່າວບໍ່ສາມາດເຂົ້າເຖິງການລົງທຶນໃນ ຕລຊລ ໄດ້ຢ່າງສະດວກ, ໂດຍສະ ເພາະໃນທ້າຍປີ 2014 ທະນາຄານກຸງເທບ ສາຂານະຄອນຫຼວງວຽງຈັນ ໄດ້ເປີດບໍລິການເປັນທະນາຄານດູແລຊັບສິນແລ້ວ, ດັ່ງນັ້ນ ການພັດທະນາລະບົບການບໍລິການດັ່ງກ່າວ ຈຶ່ງເປັນສິ່ງຈໍາເປັນ ແລະ ສໍາຄັນຫຼາຍແກ່ ຕລຊລ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງນັກລົງທຶນ ແລະ ທັງເປັນການຫຼຸດຜ່ອນຄວາມສ່ຽງຂອງນັກລົງທຶນ.

            ທ່ານ ຊາງ - ໂຮ ຄິມ ຍັງເນັ້ນຕື່ມວ່າ: ເພື່ອຕອບສະໜອງຄວາມຕ້ອງການຂອງນັກລົງທຶນ, ຄະນະຜູ້ບໍລິຫານ ຕລຊລ ຈຶ່ງຖືການພັດທະນາລະບົບດັ່ງກ່າວເປັນວຽກງານບູລິມະສິດໜຶ່ງ ເພື່ອສ້າງຊ່ອງທາງໃໝ່ໃນການອໍານວຍຄວາມສະດວກໃຫ້ແກ່ນັກລົງ ທຶນຕ່າງປະເທດທີ່ເຂົ້າມາລົງທຶນໃນຕະ ຫຼາດເຮົາ, ສະນັ້ນ ຕລຊລ ຈຶ່ງເອົາໃຈໃສ່ຮ່ວມມືຢ່າງໃກ້ຊິດກັບບັນດາບໍລິສັດຫຼັກຊັບ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການສຶກສາ ແລະ ພັດທະນາລະບົບດັ່ງກ່າວ, ໃນທີ່ສຸດ ລະບົບດັ່ງກ່າວ ກໍໄດ້ສໍາເລັດໂດຍພື້ນຖານ ແລະ ພ້ອມທີ່ຈະໃຫ້ການບລິການ, ຫຼັງຈາກການເປີດບໍລິການດູແລຊັບສິນຢ່າງເປັນທາງການນີ້ແລ້ວ ພວກເຮົາໝັ້ນໃຈວ່າ: ການບໍລິ ການດັ່ງກ່າວ ຈະບໍ່ພຽງແຕ່ສະໜອງຊ່ອງທາງໃໝ່ໃຫ້ແກ່ນັກລົງທຶນເທົ່ານັ້ນແຕ່ຍັງຈະດຶງດູດນັກລົງທຶນປະເພດສະຖາບັນໃຫ້ເຂົ້າມາ ລົງທຶນໃນ ຕລຊລ ຫຼາຍຂຶ້ນ ໄປພ້ອມໆກັບການສົ່ງເສີມ ການຊື້-ຂາຍຫຼັກຊັບຂະໜາດໃຫຍ່ ( Block Trading ) ທີ່ທາງ ຕລຊລ ພວມຈະພັດທະນາໃນອະນາຄົດອັນໃກ້ໆນີ້ນໍາອີກ.

No comments:

Post a Comment