Ad

Ad

13 January 2016

ສຳ​ມະ​ນາ​​ຄວາມ​ພ້ອມ​ການ​ເປັນ​ປະທານ​ອາ​ຊຽນ 2016

ວັນທີ 12 – 13 ມັງກອນນີ້, ກົມອາຊຽນກະຊວງການຕ່າງປະເທດໄດ້ຮ່ວມກັບອົງການຊ່ວຍເຫຼືອເພື່ອການພັດທະນາສາກົນອາເມຣິກາ ( USAID ) ​ແລະ ສຳນັກງານຜູ້ຕ່າງໜ້າສະຫະລັດອາເມຣິກາປະຈຳອາຊຽນຈັດສຳມະນາເພື່ອກຽມຄວາມພ້ອມໃຫ້ແກ່ ສປປ ລາວ ໃນການເປັນປະທານອາຊຽນປີ 2016 ນີ້, ຂຶ້ນໃນນະຄອນຫຼວງວຽງຈັນ,​ ໂດຍການເປັນປະທານຮ່ວມຂອງທ່ານຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດແລະ ທ່ານຫົວໜ້າອົງການ USAID ປະຈຳພາກພື້ນອາຊີ​,​ ໂດຍມີນັກຄົ້ນຄວ້າແລະ ນັກສຳມະນາກອນຈາກກອງເລຂາອາຊຽນແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 60  ທ່ານ .


ທ່ານ ຫົວໜ້າກົມອາຊຽນກ່າວວ່າ: ການສຳມະນາຄັ້ງນີ້ແມ່ນໜຶ່ງໃນບັນດາກິດຈະກຳເພື່ອສົ່ງເສີມຄວາມເຂົ້າໃຈໃຫ້ແກ່ພະນັກງານຈກຂະແໜງການຕ່າງໆກ່ຽວກັບວຽກງານທີ່ກຽວພັນກັບການເປັນປະທານອາຊຽນຂອງລວໃນປີ 2016  ​ແລະ ຄວາມຮູ້ກ່ຽວກັບປະຊາຄົມອາຊຽນກໍຄືວິໄສທັດຂອງປະຊາຊົມເສດຖະກິດອາຊຽນຮອດປີ 2025  ​ແລະ ບັນດາຂົງ​​ເຂດວຽກງານການຮ່ວມມືອາຊຽນແລະ ສິ່ງທ້າທາຍຕ່າງໆຂອງລາວເຊັ່ນ: ຄວາມແຕນໂຕນດ້ານການພັດທະນາພາຍໃນອາຊຽນ, ການເຊື່ອມຈອດ, ວຽກງານຄຸ້ມຄອງໄພພິບັດ, ການຫຼຸດຜ່ອນຄວາມທຸກຍາກ, ການຄ້າມະນຸດ, ບັນຫາຢາເສບຕິດ, ການຮ່ວມມືພາຍນອກ, ການສະເໜີຂໍ້ລິເລິ່ມ ​​ແລະ ບູລິມະສິດ, ຂັ້ນຕອນພິທີການຂອງອາຊຽນ,​ ພ້ອມທັງລົງເລິກການເຊື່ອມໂຍງເສດຖະກິດຂອງສປປ ລາວ ເຂົ້າພາກພື້ນເພື່ອສ້າງຄວາມພ້ອມໃຫ້ແກ່ການເປັນປະທານອາຊຽນຂອງລາວຢ່າງຮອບດ້ານ, ສິ່ງສຳຄັນແມ່ນການປະຕິບັດຕາມຄຳຂວັນອາຊຽນໃນປີ 2016 ນີ້ໂດຍການຫັນວິໄສທັດໃຫ້ເປັນຮູບປະທຳເພື່ອຄວາເຂັ້ມແຂງຂອງປະຊາຄົມອາຊຽນ, ຊຶ່ງຜ່ານມາກົມອາຊຽນກະຊວງການຕ່າງປະເທດກໍ​​ເຄີຍຈັດສຳມະ​​ແບບດັ່ງກ່າວມາແລ້ວຫຼາຍຄັ້ງແລະສັງເກດເຫັນວ່າພະນັກງານມີຄວາເຂົ້າໃຈກ່ຽວກັບວຽກງານອາຊຽນຫຼາຍຂື້ນ.

No comments:

Post a Comment