Ad

Ad

13 January 2016

ທະນາຄານລາວ-ຫວຽດມອບລາງວັນໃຫ້ລູກຄ້າໂຊກ ດີ

     ພາຍຫລັງສໍາເລັດການຈັບສະຫລາກເງິນຝາກລຸ້ນຮັບໂຊກງວດທີ 2 ປະຈໍາປີ ໃຫ້ລູກຄ້າເມື່ອທ້າຍເດືອນທັນວາ 2015 ຜ່ານມາຂອງທະນາຄານຮ່ວມທຸລະກິດລາວ-ຫວຽດ (Lao-Viet Bank) ແລະ ໃນວັນທີ 12 ມັງກອນນີ້, ທະນາຄານດັ່ງກ່າວຈຶ່ງໄດ້ຈັດພິທີມອບລາງວັນໃຫ້ລູກຄ້າຜູ້ໂຊກດີ, ຊຶ່ງມີຫລາຍກວ່າ 37 ລາຍການ, ໃນນັ້ນລາງວັນທີໜຶ່ງແມ່ນລົດໂຕໂຍຕາ ຟໍຈູນເນີ (Toyota Forturner), ລາງວັນທີສອງລົດເກງໂຕໂຍຕາ ວີອອສ (ToyotaVios), ລາງວັນທີສາມຊຸດເຄື່ອງບັນເທິງໃນເຮືອນ, ລາງວັນທີສີ່ລົດຈັກຮອນດາເວບມີສາມລາງວັນ, ລາງວັນທີຫ້າໂທລະສັບມືຖືໄອໂຟນ, ນອກຈາກນີ້ຍັງມີລາງວັນເງິນຝາກ 3 ລ້ານກີບ ແລະ 1 ລ້ານກີບອີກຈໍານວນໜຶ່ງ.

   ພະນັກງານລະດັບສູງຂອງທະນາຄານດັ່ງກ່າວທ່ານໜຶ່ງໃຫ້ຮູ້ວ່າ: ທະນາຄານຮ່ວມທຸລະກິດລາວ-ຫວຽດ, ໄດ້ຈັດລາຍການເງິນຝາກລຸ້ນຊັບຮັບໂຊກເປັນກິດຈະກໍາການເຄື່ອນໄຫວຄືນກໍາໄລໃຫ້ແກ່ລູກຄ້າປະຈໍາປີ ແລະ ສໍາລັບປີ 2016 ນີ້ລາຍການລຸ້ນໂຊກດັ່ງກ່າວກໍຈະມີມູນຄ່າເພີ່ມຂຶ້ນຫລາຍກວ່າ 1,5 ຕື້ກີບ, ເຊິ່ງຈະກໍານົເອົາແຕ່ວັນທີ 20 ມັງກອນຮອດວັນທີ 20 ມິຖຸນາ 2016 ແມ່ນໄລຍະຜັນຂະຫຍາຍເວລາເພື່ອມອບໂຊກຄັ້ງທີໜຶ່ງທີ່ມີລາງວັນເປັນຄໍາຮູບປະພັນມີນໍ້າໜັກລວມ 105 ບາດ, ສະນັ້ນ ຫວັງວ່າປີນີ້ຈະສາມາດດຶງດູດລູກຄ້າໃຫ້ໄດ້ຫລາຍກວ່າເກົ່າ.

    ພິທີມອບລາງວັນດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງແຮມວຽງຈັນພລາຊາ ນະຄອນຫລວງວຽງຈັນ ໂດຍມີຄະນະອໍານວຍການທະນາຄານຮ່ວມທຸລະກິດລາວ-ຫວຽດ, ຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ, ມີເຈົ້າເມືອງຈັນທະບູລີ, ພ້ອມດ້ວຍລູກຄ້າຜູ້ໂຊກດີ, ແຂກຖືກເຊີນແລະພະນັກງານທະນາຄານດັ່ງກ່າວເຂົ້າຮ່ວມເປັນຈໍານວນຫລາຍ.

No comments:

Post a Comment