Ad

Ad

13 January 2016

ຍົກ​ລະດັບ​ວິຊາ​ການ​ໃຫ້​ແກ່​ຜູ້​ຊ່ວຍ​ພະນັກງານ​ໄອ​ຍະ​ການ​ປະຊາຊົນ

ການເຝິກອົບຮົມວຽກງານໄອຍະການໃຫ້ແກ່ຜູ້ຊ່ວຍພະນັກງານໄອຍະການປະຊາຊົນທີ່ຈະເລື່ອນເປັນພະນັກງານໄອຍະການຂັ້ນ 3 ​ໃນທົ່ວປະເທດໄດ້ຈັດຂຶ້ນໃນວັນທີ 12-29 ມັງກອນນີ້ ທີ່ນະຄອນຫລວງວຽງຈັນໂດຍການເປັນປະທານຂອງທ່ານໄຊຊະນະໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດເຊິ່ງມີຜູ້ເຂົ້າຮ່ວມຫລາຍກວ່າ 50 ທ່ານ.
ການເຝິກອົບຮົມຄັ້ງນີ້, ​ສຳມະນາກອນຈະໄດ້ຮຽນຮູ້ພາກທິດສະດີແລະ ພາກວິຊາເສີມຄວາມຮູ້ເປັນຕົ້ນຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຕ້ານແລະ ສະກັດກັ້ນປາກົດການຫຍໍ້ທໍ້ໃນ
ພະນັກງານໄອຍະການ, ການໄຈ້ແຍກອົງປະກອບການກະທຳຜິດທາງອາຍາແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ລວມທັງວິທີການສືບສວນ-ສອບສວນກ່ຽວກັບການດຳເນີນຄະດີອາຍາ, ການຕິດ ຕາມກວດກາ, ການເຄົາລົບແລະ ປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນແລະ ຂອງສານໃນການດຳເນີນຄະດີອາຍາແລະ ຄະດີແພ່ງ, ການຕິດຕາມກວດກາການປະຕິບັດຄຳຕົກລົງຂອງສານ, ການປະຕິບັດກົດໝາຍຢູ່ສະຖານທີ່ກັກຕົວ, ກັກຂັງ, ສູນດັດສ້າງແລະ ຄ້າຍດັດສ້າງ. ນອກນີ້ ຍັງຮຽນຮູ້ການຄົ້ນຄວ້າບົດສະຫລຸບແລະ ສຳນວນຄະດີອາຍາ, ຄະດີແພ່ງແລະ ການຮ່າງຄຳຖະແຫລງຄະດີຕໍ່ສານຂັ້ນຕົ້ນ, ຂັ້ນອຸທອນແລະ ຂັ້ນລຶບລ້າງ, ການຊັນລະສູດທີ່ເກີດເຫດກ່ຽວກັບການລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸປະຕິເຫດແລະ ການແກ້ໄຂຂໍ້ຂັດແຍ່ງຂອງສຳນັກງານຄະນະກຳມະ ການຄຸ້ມຄອງຫລັກຊັບ. ພ້ອມນີ້ ຜູ້ເຂົ້າອົບຮົມຍັງຈະໄດ້ລົງປະຕິບັດວຽກງານຕົວຈິງຕາມຂະແໜງການຂອງຕົນ.

ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່າວວ່າ: ການອົບຮົມຄັ້ງນີ້ເປັນການຍົກລະດັບຄວາມສາມາດດ້ານວິຊາການໃຫ້ແກ່ຜູ້ຊ່ວຍພະນັກງານທີ່ຈະເລື່ອນເປັນພະນັກງານໄອຍະການຂັ້ນ 3 ​ໃຫ້ຮັບຮູ້ເພີ່ມກ່ຽວກັບບົດຮຽນຕ່າງໆເພື່ອນຳໄປຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມີຜົນສຳເລັດ ທັງເປັນການຜັນຂະຫຍາຍມະຕິ IX ຂອງພັກ ບົນຈິດໃຈ 4 ບຸກທະລຸເຂົ້າໃນການເຄື່ອນໄຫວວຽກງານໃຫ້ສອດຄ່ອງກັບສະພາບຕົວຈິງຢູ່ແຕ່ລະກົມກອງ-ທ້ອງຖິ່ນໃຫ້ຖືກຕ້ອງຕາມລະບຽບກົດໝາຍແນໃສ່ປັບປຸງແລະ ພັດທະນາວຽກງານໄອຍະການໃຫ້ເຕີບໃຫຍ່ເຂັ້ມແຂງໂດຍສະເພາະເພື່ອຮັບ ປະກັນການປະຕິບັດກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນໃນ 5 ວຽກງານກວດກາໃຫ້ຄົບຖ້ວນໃນນີ້ເນັ້ນໜັກການກວດກາ, ການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນແລະ ສານປະຊາຊົນໃຫ້ມີຄຸນນະພາບດີຂຶ້ນ.

No comments:

Post a Comment