Ad

Ad

13 January 2016

ໂຕໂຍຕາ ມອບໂຊກຄັ້ງທີ 2 ໃຫ້ລູກຄ້າ ຫລາຍກວ່າ 2 ພັນລ້ານກີບ

     ພາຍຫລັງ ບໍລິສັດ ໂຕໂຍຕາ ມໍເຕີ້ ປະເທດໄທ ຈຳກັດ, ໄດ້ຈັດກິດຈະກຳມອບໂຊກຄັ້ງທີ 1 ໃຫ້ລູກຄ້າຜູ້ໂຊກດີ ຈຳນວນ 100 ທ່ານ, ໃນທ້າຍປີຜ່ານມານີ້, ເຫັນວ່າມີຜົນຕອບຮັບຢ່າງໜ້າພໍໃຈ. ດັ່ງນັ້ນ ໂຕໂຍຕາ ຈຶ່ງສືບຕໍ່ຈັດກິດຈະກຳມອບໂຊກຄັ້ງທີ 2 ພາຍໃຕ້ໂຄງການ ໂຕໂຍຕາ ຂອບໃຈໃຫ້ໂຊກແຈກຫລາຍກວ່າ 2 ພັນລ້ານກີບ”, ເພື່ອຄືນກຳໄລໃຫ້ລູກຄ້າທີ່ເຂົ້າມາໃຊ້ບໍລິການ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 12 ມັງກອນນີ້, ຢູ່ໂທລະພາບແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ວິຊຽນ ເອມປະເສີດສຸກ ປະທານບໍລິຫານ ສາຍງານຝ່ອຍເຂດພູມມິພາກແມ່ນ້ຳຂອງ, ພ້ອມດ້ວຍພະນັກງານ ບໍລິສັດໂຕໂຍຕາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.

     ການຈັບສະຫລາກຊິງລາງວັນຄັ້ງນີ້, ທ່ານ ໃຈນິຍົມ ອັກຄະວົງ ຜູ້ຊື້ລົດນຳສາຂາໂຕໂຍຕາ ລາວສະຫວັນ ເປັນຜູ້ໂຊກດີໄດ້ຮັບລາງວັນທີ 1 ເປັນລົດກະບະ ໄຮລັກ ລີໂວ້ ພີລັນເນີ 1 ຄັນ, ທ່ານ ແສງຈັນ ຈັນທະວົງ ຊື້ລົດນຳສາຂາ ໂຕໂຍຕາ ລາວບໍລິການ ເປັນຜູ້ໂຊກດີໄດ້ຮັບລາງວັນທີ 2 ແມ່ນລົດເກງ ວີອອດ 1 ຄັນ, ພ້ອມນີ້ ຍັງມີລາງວັນທີ 3 ລົດຈັກ ຟີໂນ 10 ລາງວັນ, ລາງວັນທີ 4 ສາຍຄໍຄຳໜັກ 10 ບາດ 2 ລາງວັນ, ລາງວັນທີ 5 ສາຍຄໍຄຳໜັກ 5 ບາດ 3 ລາງວັນ, ລາງວັນທີ 6 ສາຍຄໍຄຳໜັກ 2 ບາດ 20 ລາງວັນ, ລາງວັນທີ 7 ສາຍຄໍຄຳໜັກ 1 ບາດ 25 ລາງວັນ, ລາງວັນທີ 8 ໄອໂຟນ 6ເອັສ 25 ລາງວັນ ແລະ ລາງວັນທີ 9 ໄອແພັດ ມິນິ 3 ຈຳນວນ 20 ລາງວັນ.

     ທ່ານປະທານບໍລິຫານ ສາຍງາຍຢ່ອຍ ໃຫ້ຮູ້ວ່າ: ກິດຈະກຳຄັ້ງທີ 2 ນີ້, ກໍເປັນໜຶ່ງໃນຄວາມຕັ້ງໃຈຂອງບໍລິສັດ ໂຕໂຍຕາ ເພື່ອເປັນການຂອບໃຈລູກຄ້າທຸກທ່ານທີ່ໃຫ້ຄວາມໄວ້ວາງໃຈລົດໂຕໂຍຕາທຸກລຸ້ນ, ເຊິ່ງລູກຄ້າຜູ້ໂຊກດີໃນຄັ້ງນີ້ ແມ່ນກຸ່ມລູກຄ້າທີ່ໄດ້ເຂົ້າມາຊື້ລົດໂຕໂຍຕາ ໃນລະຫວ່າງວັນທີ 1 ກັນຍາ ຫາ 31 ທັນວາ 2015 ທີ່ຜ່ານມາ, ໂດຍລວມແລ້ວ ການມອບໂຊກຄັ້ງນີ້ ແມ່ນມີຜູ້ໂຊກດີທັງໝົດ 107 ທ່ານ, ຕົກເປັນມູນຄ່າທັງໝົດ 1.186 ລ້ານກີບ.

No comments:

Post a Comment