Ad

Ad

13 January 2016

ອາກາດ​ຈະ​ເຢັນ​ລົງ 1-2 ອົງສາ​ ຈົ່ງ​ຮັກສາ​ສຸຂະພາບ​ໃຫ້​ດີ

     ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ​ໃນວັນທີ 13 ມັງກອນນີ້, ບໍລິເວນຄວາມກົດດັນສູງຂອງອາກາດໜາວຈະປົກຄຸ້ມຢູ່ທົ່ວທຸກພາກຂອງລາວ ດ້ວຍກຳລັງປານກາງຫາແຮງ, ສົມທົບກັບສອງກະແສລົມເວັນຕົກພັດປົກຄຸມພາກເໜືອແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸ້ມພາກກາງ ຫາພາກໃຕ້, ​ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນໃນແຕ່ລະພາກ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ຈາກນັ້ນໃນໄລຍະວັນທີ 14-17 ມັງກອນນີ້, ມວນອາກາດໜາວເຢັນຈະອ່ອນກຳລັງລົງປົກຄຸມ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອ ພັດປົກຄຸມເປັນສ່ວນໃຫຍ່, ​ເຊິ່ງຈະເຮັດໃຫ້ອາກາດອຸ່ນຂຶ້ນໃນແຕ່ລະພາກ, ​ແຕ່ອາກາດຍັງຈະໜາວເຢັນຫລາຍຢູ່ບັນດາແຂວງພາກເໜືອດ້ານຕາເວັນອອກ, ​ໄຊສົມບູນແລະເຂດພູພຽງບໍລະເວນປາກຊ່ອງແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.


     ສະພາບອາກາດໃນໄລຍະນີ້ ຈະເຢັນລົງປະມານ 1-2 ອົງສາໃນແຕ່ລະພາກ, ຈາກນັ້ນ ອຸນຫະພູມຈະອຸ່ນຂຶ້ນຢູ່ແຕ່ລະພາກໂດຍສະເພາະແຂວງພາກກາງ, ສ່ວນພາກໃຕ້ອາກາດຈະຮ້ອນແລະໃນໄລຍະນີ້ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນອງແຂວງພາກກາງຫາພາກໃຕ້. ສ່ວນທ້າຍອາທິດນີ້ ຈະມີຝົນຕົກກະຈາຍຫລາຍຂຶ້ນໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດ, ຈຶ່ງເຕືອນໃຫ້ທຸກຄົນຈົ່ງມີສະຕິຮັກສາສຸຂະພາບຂອງຕົນໃຫ້ດີດ້ວຍການເອົາໃຈໃສ່ປະຕິບັດຫລັກການອະນາໄມ 3 ສະອາດໃຫ້ຖືກຕ້ອງຄື: ກິນ, ດື່ມ​​​ໃຫ້ສະອາດແລະ ນຸ່ງຮົ່ມໃຫ້ອົບອຸ່ນ.

No comments:

Post a Comment