Ad

Ad

13 January 2016

ອີກ 3 ບໍລິສັດກຽມເຂົ້າຈົດທະບຽນໃນຕະຫລາດຫລັກຊັບລາວໃນໄວໆນີ້

     ຕະຫລາດຫລັກຊັບລາວ ກຽມເພີ່ມບຸກຄະລາກອນ ເພື່ອຮອງຮັບທຸລະກິດທີ່ປຶກສາທາງການເງິນທີ່ຂະຫຍາຍຕົວຢ່າງໄວວາ. ປັດຈຸບັນມີລູກຄ້າກຽມເຂົ້າຈົດທະບຽນໃນຕະ ຫລາດຫລັກຊັບລາວ ຈຳ ນວນ 3 ບໍລິສັດຄື: ບໍລິສັດ ສິດທິ ໂລຈິສຕິກ ລາວຈຳກັດ, ບໍລິສັດ ຮ່ວມພັດທະນາ ກະສິກຳຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ພູສີຫລວງພະບາງ ກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດ.
     ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫລັກຊັບເອພີເອັມ ລາວ ຈຳກັດ ກ່າວວ່າ: ພາຍໃນປີ 2016 ບໍລິສັດຈະເພີ່ມບຸກຄະລາກອນຈາກ 16 ຄົນໃນປັດຈຸບັນໃຫ້ເປັນ 21 ຄົນ, ເນື່ອງຈາກທຸລະກິດມີການຂະຫຍາຍໂຕສູງ, ມີລູກຄ້າເຂົ້າມາລະດົມທຶນຕໍ່ເນື່ອງ, ທັງນີ້ ກໍເພື່ອຮອງຮັບວຽກງານທາງດ້ານທີ່ປຶກສາທາງການເງິນສຳລັບການນຳບໍລິສັດເຂົ້າຈົດທະບຽນໃນຕະຫລາດຫລັງຊັບ. ນອກຈາກນີ້
ບໍລິສັດ ຫລັກຊັບເອພີເອັມ ລາວ ຍັງເປັນທີ່ປຶກສາທາງການເງິນໃຫ້ກັບບໍລິສັດທີ່ເຂົ້າຈົດທະບຽນໃນຕະຫລາດຫລັກຊັບແລ້ວ, ໂດຍຈະມີການອອກເຄື່ອງມືທາງການເງິນຕ່າງໆເຊັ່ນ: ຮຸ້ນກູ້ ເພື່ອຮອງຮັບການຂະຫຍາຍທຸລະກິດຂອງບໍລິສັດຕ່າງໆໃນອະນາຄົດ ພ້ອມທັງເປັນທີ່ປຶກສາທາງການເງິນອິດສະຫລະ ໃນການເຮັດທຸລະກິດຕ່າງໆເພື່ອໃຫ້ເກີດຄວາມຖືກຕ້ອງ ແລະ ໂປ່ງໃສ ພ້ອມນັ້ນ ບໍລິສັດຈະຕໍ່ຍອດທຸລະກິດໃນສາຍຕະຫລາດເງິນ ແລະ ຕະຫລາດທຶນໃຫ້ຄົບວົງຈອນ ໂດຍບໍລິສັດໄດ້ມີແຜນຂະຫຍາຍທຸລະກິດໄປຍັງທຸລະກິດເຊົ່າສິນເຊື່ອ.

     ມາຮອດປັດຈຸບັນ ບໍລິສັດ ຫລັກຊັບເອພີເອັມ ລາວ ຈຳກັດ ມີບໍລິການທາງດ້ານການເງິນແບບຄົບວົງຈອນເຊັ່ນ: ທີ່ປຶກສາທາງການເງິນປະສານງານຈັດຫາແຫລ່ງເງິນກູ້ (Loan Arranger), ທີ່ປຶກສາໃນການຈັດຫາຜູ້ຮ່ວມລົງທຶນ (Joint Venture), ທີ່ປຶກສາທາງການເງິນສຳລັບການຄວບຄຸມກິດຈະການ (Merger and Acquisition), ທີ່ປຶກສາທາງການເງິນສຳລັບການປັບໂຄງສ້າງໜີ້ (Debt Restructuring) ແລະ ທີ່ປຶກສາທາງການເງິນສຳລັບການນຳບໍລິສັດເຂົ້າຈົດທະບຽນໃນຕະຫລາດຫລັກຊັບ (FA for Listing/ IPO).

No comments:

Post a Comment