Ad

Ad

12 January 2016

ປະທານສະພາແຫ່ງ ຊາດເດີນທາງໄປເຂົ້າຮ່ວມພິທີສະເຫລີມສະຫລອງວັນເລືອກຕັ້ງເທື່ອທຳອິດຂອງສະພາແຫ່ງຊາດຫວຽດນາມຄົບຮອບ 70 ປີ

ໂດຍຕອບສະໜອງຕາມການເຊີນຂອງສະຫາຍ ຫງວຽນ ຊິງ ຮຸ່ງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະ ທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ສປປ ລາວ ນຳ ໂດຍສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດໄດ້ ເດີນທາງເຂົ້າຮ່ວມພິທີສະເຫລີມສະຫລອງວັນເລືອກຕັ້ງທົ່ວປະເທດ ເທື່ອທຳອິດຂອງສະພາແຫ່ງຊາດ ຫວຽດນາມຄົບຮອບ 70 ປີ (06/ 01/1946-06/01/ 2016) ທີ່ ກົມການເມືອງສູນກາງພັກກອມ ມູນິດຫວຽດນາມ, ສະພາແຫ່ງ ຊາດຫວຽດນາມ, ລັດ ຖະບານ ແລະ ຄະນະກຳມະການແນວໂຮມ ແຫ່ງຊາດຫວຽດນາມໄດ້ຈັດຂຶ້ນ ໃນວັນທີ 06 ມັງກອນ 2016 ທີ່ ນະຄອນຫລວງຮ່າໂນ້ຍ.

ສະຫາຍປະທານສະພາແຫ່ງຊາດ ແລະ ຄະນະ ໄດ້ຮັບການຕ້ອນ ຮັບຢ່າງອົບອຸ່ນ ແລະ ສະໜິດສະ ໜົມຈາກສະຫາຍ ຫງວຽນ ຊິງ ຮຸ່ງ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ. ໃນການໂອ້ລົມ, ສະຫາຍປະທານສະພາແຫ່ງຊາດ ລາວ ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຍ້ອງຍໍຊົມເຊີຍຢ່າງສຸດໃຈຕໍ່ ພັກ, ສະພາແຫ່ງ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ ຈັດຕັ້ງງານສະເຫຼີມສະຫຼອງວັນ ເລືອກຕັ້ງສະພາແຫ່ງຊາດທົ່ວປະ ເທດຫວຽດນາມຄົບຮອບ 70 ປີ ໃນຄັ້ງນີ້; ການເລືອກຕັ້ງທີ່ຈັດຂຶ້ນ ໃນວັນທີ 6 ມັງກອນ 1946 ນັ້ນຖື ເປັນເຫດການປະຫວັດສາດທີ່ມີ ຄວາມໝາຍສຳຄັນຍິ່ງຕໍ່ປະເທດ ຊາດຫວຽດນາມ, ເປັນເທື່ອທໍາ ອິດທີ່ປະຊາຊົນຫວຽດນາມໄດ້ມີໂອກາດນຳໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເອົາຜູ້ແທນຂອງຕົນ, ເຮັດໃຫ້ສາກົນໄດ້ຮັບຮູ້ປະເທດ ຫວຽດນາມໃນນາມປະເທດເອກະລາດທີ່ມີອະທິປະໄຕຄົບຖ້ວນ.
ພ້ອມນີ້, ສະຫາຍ ທ່ານປະ ທານສະພາແຫ່ງຊາດລາວໄດ້ສະ ແດງຄວາມເພິ່ງພໍໃຈ ແລະ ຕີລາ ຄາສູງທີ່ເຫັນວ່າສາຍພົວພັນຮ່ວມມືລະຫວ່າງສອງຊາດລາວ-ຫວຽດນາມ ເວົ້າລວມກໍຄືສອງສະພາ ແຫ່ງຊາດລາວ-ຫວຽດນາມ ໄດ້ ຮັບການເສີມຂະຫຍາຍທັງໃນລວງເລິກ ແລະ ລວງກວ້າງ ແລະ ມີປະ ສິດທິຜົນສູງຂຶ້ນສາມາດຕອບສະ ໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການໃນການພັດທະນາຂອງແຕ່ລະປະເທດ.

ວັນເລືອກຕັ້ງທົ່ວປະເທດເທື່ອທຳອິດສະພາແຫ່ງຊາດຫວຽດ ນາມ ໄດ້ຈັດຕັ້ງຂຶ້ນໃນວັນທີ 6 ມັງ ກອນ 1946 ຫລັງຈາກທີ່ການປະ ຕິວັດ ເດືອນສິງຫາ ປີ 1945 ໄດ້ ຮັບໄຊຊະນະພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງປະທານ ໂຮ່ຈີມິງ, ໄດ້ມີການຊຸກຍູ້ຂົນຂວາຍ ໃຫ້ມີການເລືອກຕັ້ງສະພາທົ່ວປະ ເທດຄັ້ງທຳອິດຂຶ້ນໃນເງື່ອນໄຂທີ່ ສັດຕູທັງພາຍໃນ ແລະ ພາຍນອກ ບຸກລຸກໂຈມຕີ, ສະພາບການເມືອງ, ເສດຖະກິດ-ສັງຄົມມີຄວາມຫຍຸ້ງ ຍາກສັບສົນທີ່ສຸດແຕ່ປະຊາຊົນ ຫວຽດນາມກໍຍັງສາ ມາດຈັດຕັ້ງ ການເລືອກຕັ້ງດັ່ງກ່າວສຳເລັດ, ໃນເຫດການປະຫວັດສາດດັ່ງກ່າວນັ້ນ  ປະທານ ໂຮ່ຈີມິງ ໄດ້ຮັບການ ເລືອກຕັ້ງດ້ວຍຄະແນນສູງສຸດເຖິງ 98,4% ຂອງບັດທັງໝົດ. ນີ້ແມ່ນ ເຫດການທີ່ມີຄວາມໝາຍຄວາມ ສຳຄັນພິເສດຕໍ່ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ, ແມ່ນ ເຫດການປະຫວັດສາດໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດ ຍາດເອົາເອກະລາດມາສູ່ປະຊາຊົນຫວຽດນາມ ແລະ ທັງເປັນຂີດ ໝາຍປະຫວັດສາດໃນການເສີມ ສ້າງປະຊາທິປະໄຕຢ່າງແທ້ຈິງ ເທື່ອທຳອິດຂອງຫວຽດນາມ.

No comments:

Post a Comment