Ad

Ad

12 January 2016

ຖະໜົນຫລາຍສາຍໃນຕົວເມືອງສວຍງາມຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ

ປັດຈຸບັນສັງເກດເຫັນວ່າຖະໜົນຫົນທາງຫລາຍສາຍໃນຕົວ ເມືອງ, ໄດ້ມີຄວາມສວຍງາມຂຶ້ນ ກວ່າເກົາ, ຫລັງຈາກໄດ້ຮັບການ ອານາໄມ ແລະ ປະດັບປະດາເພື່ອ ຄໍານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິ ວັດລາວທີ່ຈະໄຂຂຶ້ນໃນມໍ່ໆນີ້ໃຫ້ມີ ຂະບວນການຟົດຟື້ນແລະມີຜົນສໍາ ເລັດຢ່າງຈົບງາມ. ໂດຍເສັ້ນທາງ ສາຍສໍາຄັນທີ່ໄດ້ຮັບການປະດັບປະດາມີຄື:ຖະໜົນສຸພານຸວົງແຕ່ສາມ ແຍກສີໄຄຫາສາມແຍກຊ້າງສາມຫົວ, ຖະໜົນລ້ານຊ້າງແຕ່ສໍານັກ ງານປະທານປະເທດຮອດປະຕູໄຊ,ຖະໜົນໄກສອນພົມວິຫານແຕ່ປະຕູໄຊຫາສີ່ແຍກໄຟແດງດົງໂດກ, ຖະໜົນສາມແສນໄທແຕ່ສາມແຍກ
ຊ້າງສາມຫົວຫາສາມແຍກວັດສີ ເມືອງ, ຖະໜົນເສດຖາທິລາດ ແລະ ຖະໜົນທ່າເດື່ອແຕ່ສໍານັກງານປະ ທານປະເທດຮອດສາມແຍກຈີ ນາຍໂມ້ໂດຍການເຮັດອານາໄມຂີ້ດິນຕາມຂອບທາງ, ທາສີຂອບ ທາງ, ຂີດເສັ້ນຈະລາຈອນ, ຕິດທຸງ ພັກ, ທຸງຊາດ, ທຸງທິວ, ປ້າຍຄໍາ ຂວັນຕາມເສົາໄຟໄຟ, ພ້ອມທັງຕິດ ຕັ້ງໄຟເອ້ທາງ ແລະ ໄຟສະຫວ່າງ ຕ່າງໆໃຫ້ມີສີສັນສວຍງາມ ແລະ ແຈ້ງສະຫວ່າງໃນຍາມຄໍ່າຄືນ.

ຂະນະທີ່ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນແກ້ວພິລາວັນອາໄພລາດໄດ້ຮຽກຮ້ອງໃຫ້ທຸກພາກສ່ວນສັງຄົມ, ຈົ່ງອອກແຮງ ແຂ່ງຂັນປະກອບສ່ວນເຂົ້າໃນຂະບວນການຕ່າງໆໃຫ້ຟົດຟື້ນ ຍິ່ງໆຂຶ້ນເຊັ່ນ: ການແຂ່ງຂັນສີລະປະ-ວັນນະຄະດີ, ກິລາ ແລະ ອື່ນໆ, ພ້ອມກັນເຮັດອານາໄມລວມຕາມເຮືອນຊານ, ຂອບເຂດບ້ານ ແລະ ຊຸມຊົນ ໃຫ້ຮັບປະກັນຄວາມສະອາດຈົບງາມ ແລະ ຢູ່ຕາມສໍານັກງານ, ອົງການ, ບໍລິສັດ, ເຮືອນປະຊາຊົນທີ່ເຫັນວ່າທຸງພັກ, ທຸງຊາດ ແລະ ທຸງ ທິວມີສະພາບຊຸດໂຊມເກົ່າແກ່ກໍຂໍ ໃຫ້ປ່ຽນຜືນໃໝ່ເພື່ອສະແດງໃຫ້ ເຫັນເຖິງຄວາມໝັ່ງຄັ່ງເຂັ້ມແຂງ ແລະ ຮັ່ງມີຜາສຸກພາຍໃຕ້ການຊີ້ ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວຕະຫລອດ 60 ປີຜ່ານມາ.

No comments:

Post a Comment