Ad

Ad

12 January 2016

ເທດສະການອາຫານລາວ 2016 ຈະຈັດຂຶ້ນໃນທ້າຍເດືອນມັງກອນນີ້

ບ່າຍວັນທີ 11 ມັງກອນ ນີ້, ທີ່ ສະມາຄົມນັກຂ່າວແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ, ທ່ານນາງ ຈັນທະຈອນ ວົງໄຊ, ປະ ທານສະມາຄົມນັກທຸລະກິດແມ່ຍິງ, ໄດ້ອອກມາຖະແຫລງຂ່າວຕໍ່ສື່ ມວນຊົນວ່າ: ເທດສະການອາ ຫານລາວຄັ້ງທີ 11 ປະຈໍາປີ 2016 ຈະມີຂຶ້ນໃນວັນທີ 28-30 ມັງກອນນີ້, ທີ່ເດີ່ນສວນເຈົ້າອາ ນຸວົງ, ບໍລິເວນແຄມຂອງ, ນະຄອນ ຫຼວງວຽງຈັນ, ຊຶ່ງງານດັ່ງກ່າວ ແມ່ນເປັນການຊຸກຍູ້ ແລະ ສົ່ງເສີມ ໃຫ້ແກ່ຫົວໜ່ວຍທຸລະກິດຂອງແມ່ຍິງລາວ, ນັບທັງການຜະລິດ, ປູກຝັງ, ລ້ຽງສັດ, ສີມືການປຸງແຕ່ງອາ ຫານ ແລະ ທຸລະກິດຮ້ານອາຫານຕ່າງໆໃນທົ່ວປະເທດ, ໄດ້ມີໂອ ກາດມາວາງສະແດງ ແລະ ຂາຍຜະລິດຕະພັນຂອງຕົນ, ພ້ອມທັງສ້າງໂອກາດໃຫ້ແມ່ຍິງໃນຂະແໜງການຜະລິດ ແລະ
ການປຸງແຕ່ງອາຫານມີໂອກາດແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ເພື່ອສາ ມາດປະກອບສ່ວນໃນການຜະລິດເປັນສິນຄ້າ ແລະ ຂະຫຍາຍຕະຫຼາດ, ເຮັດໃຫ້ລາຍຮັບຂອງແມ່ ຍິງນັບມື້ເພີ່ມຂຶ້ນ. ປະທານສະມາຄົມນັກທຸລະກິດແມ່ຍິງໃຫ້ຮູ້ອີກວ່າ: ງານເທດສະການອາຫານລາວຄັ້ງນີ້, ຈະມີຮ້ານວາງສະແດງທັງໝົດ 160 ກ່ວາຮ້ານ, ໃນນັ້ນ ຈະມີຮ້ານອາຫານລາວ, ອາຫານປະເທດ ອາຊຽນ ແລະ ອາຫານປະເທດ ເພື່ອນບ້ານໃກ້ຄຽງ, ເຊິ່ງໃນປີນີ້ຈະມີຄວາມພິເສດ ແລະ ຄວາມແຕກຕ່າງຫຼາຍຢ່າງເປັນຕົ້ນແມ່ນໄດ້ຈັດເອົາອາຫານທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນມາຮ່ວມວາງສະ ແດງໂດຍໄດ້ເຊີນເອົາແມ່ຍິງຜູ້ທີ່ມີປະສົບການໃນການປຸງແຕ່ງອາ ຫານມາແຂ່ງຂັນປຸງແຕ່ງອາຫານແຊບ ເພື່ອຊິງລາງວັນດັ່ງຊຸມປີທີ່ ຜ່ານມາ, ນອກຈາກນີ້ຍັງຈະມີ ການສຳມະນາພາຍໃຕ້ຫົວຂໍ້:        ອາຫານລາວກ້າວສູ່ປະຊາຄົມ ເສດຖະກິດອາຊຽນ ຊຶ່ງນຳສະ ເໜີໂດຍວິທະຍາກອນທີ່ມີປະສົບ ການຫຼາຍກ່ວາ 10 ປີ ນໍາດ້ວຍ.

No comments:

Post a Comment