Ad

Ad

12 January 2016

ຜ່ານການຈັດຕັ້ງປະຕິບັດມະຕິ 9 ຂອງພັກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການ ສື່ສານໄດ້ຮັບການພັດທະນາດີຂຶ້ນ

ກະຊວງໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານ ເປັນ ຂະແໜງການໜຶ່ງທີ່ມີບົດບາດສຳ ຄັນໃນການປະກອບສ່ວນເຂົ້າໃນ ການຊຸກຍູ້ພັດທະນາເສດຖະກິດ ຂອງຊາດ, ໂດຍສະເພາະແມ່ນ ການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ. ການປະກອບ ສ່ວນເຂົ້າໃນການຂະຫຍາຍຕົວ ຂອງລວມຍອດຜະລິດຕະພັນແຫ່ງຊາດປະມານ 4-5% ຕໍ່ປີ ແລະ ມອບພັນທະໃຫ້ລັດຖະບານຢືນຢູ່ ແຖວໜ້າ ແລະ ພາລະບົດບາດ ຂອງຂະແໜງການຮັບການຍົກສູງຂຶ້ນເປັນກ້າວໆ, ໂດຍຖືເອົາໜ້າທີ່ ຈຸດສຸມຂອງມະຕິ IX ຂອງພັກເປັນ ພື້ນຖານ, ເພື່ອແນໃສ່ຊຸກຍູ້ການ ພັດທະນາພື້ນຖານໂຄງລ່າງໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກ ໂນໂລຊີສື່ສານ ແລະ ຂໍ້ມູນຂ່າວ ສານໃຫ້ກວມເອົາພື້ນທີ່ຍຸດທະສາດໃນທົ່ວ
ປະເທດ ແລະ ສາມາດໃຫ້ບໍ ລິການໄດ້ຢ່າງກວ້າງຂວາງ, ສະ ດວກສະບາຍ, ດ້ວຍລາຄາທີ່ ເໝາະສົມພ້ອມທັງຊ່ວຍປັບປຸງຊີ ວິດການເປັນຢູ່ ແລະ ທຸລະກິດຂອງ ສັງຄົມດີຂຶ້ນ.
ທ່ານລັດຖະມົນຕີຊ່ວຍວ່າ ການກະຊວງໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານ ໃຫ້ ສຳພາດຕໍ່ນັກຂ່າວຂອງພວກເຮົາ ໃນວັນທີ 8 ມັງກອນນີ້ວ່າ: ຜ່ານ ການຈັດຕັ້ງປະຕິບັດມະຕິ 9 ຂອງ ພັກໃນໄລຍະຜ່ານມາ, ເຫັນວ່າຕາ ໜ່າງໄປສະນີສາມາດກວມເອົາ 149 ເມືອງ ເພີ່ມຂຶ້ນ 21 ເມືອງ ຈາກປີ 2011, ການບໍລິການໄປ ສະນີ ນັບມື້ກ້າວໜ້າທັນສະໄໝ, ຊຶ່ງ ມາຮອດປັດຈຸບັນໄດ້ເລີ່ມທົດລອງ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ຄົບວົງຈອນເຂົ້າໃນການບໍລິການ ໄປສະນີ, ຢູ່ບັນດາຫ້ອງການໄປສະ ນີໃນນະຄອນຫລວງວຽງຈັນ ແລະ ເລີ່ມສ້າງຕັ້ງລະບົບເອເລັກໂຕຣນິກແບບອອນລາຍທົ່ວປະເທດ, ໄດ້ມີ ນະໂຍບາຍຊຸກຍູ້ສົ່ງເສີມໃຫ້ສິນ ເຊື່ອມແກ່ຜູ້ຜະລິດນ້ອຍ ແລະ ປ່ອຍ ເງິນກູ້ໃຫ້ສະມາຊິກ ພ້ອມທັງສ້າງ ຕາໜ່າງໄປສະນີໃຫ້ມີການເຊື່ອມ ໂຍງກັບອະນຸພາກພື້ນເປັນຕົ້ນໄປ ສະນີອາຊຽນ, ໄປສະນີອາຊີ-ປາຊີ ຟິກ ແລະ ສະຫະພາບໄປສະນີສາ ກົນ, ດ້ານໂທລະຄົມມະນາຄົມ, ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວ ສານໄດ້ສຳເລັດການປັບເລກໝາຍໂທລະສັບມືຖືຈາກ 7 ຕົວເລກ ເປັນ 8 ຕົວເລກ ໄດ້ຕາມແຜນການທີ່ ວາງໄວ້, ໃນທ້າຍປີ 2014 ການ ຂະຫຍາຍເຄືອຂ່າຍສາຍສົ່ງສາຍ ໃຍແກ້ວ ກວມເອົາ 18 ແຂວງ 148 ເມືອງ ເພີ່ມຂຶ້ນ 20.391 ກິ ໂລແມັດ, ເທົ່າກັບ 118% ຂອງ ແຜນການ, ໂທລະສັບຕັ້ງໂຕະ ແລະ ໂທລະສັບມືຖືກທີ່ນຳໃຊ້ຕົວຈິງທັງໝົດ 5,2 ລ້ານເລກໝາຍ ກວມເອົາ 80,8% ຂອງຈຳນວນປະຊາ ກອນ, ໃນນີ້ ຕັ້ງໂຕະມີ 9,2 ແສນ ເລກໝາຍ ແລະ ມືຖືມີ 4,3 ລ້ານ ເລກໝາຍ, ລວມໄປເຖິງສັນຍານ ໂທລະສັບມືຖືກວມເອົາ 90% ຂອງພື້ນທີ່ທົ່ວປະເທດ, ສຳເລັດ ການກໍ່ສ້າງສູນຄຸ້ມຄອງຄື້ນຄວາມຖີ່ວິທະຍຸແຫ່ງຊາດ 1 ແຫ່ງ ຢູ່ນະ ຄອນຫລວງວຽງຈັນ, ໄດ້ສຳເລັດ ການສົ່ງດາວທຽມຂອງລາວດວງທຳອິດຂຶ້ນສູ່ວົງໂຄຈອນ ໃນທ້າຍປີ 2015 ຜ່ານມາ, ສຳເລັດການສ້າງ ແລະ ປັບປຸງສູນອິນເຕີເນັດແຫ່ງ ຊາດເພື່ອໃຫ້ສາມາດຮອງຮັບບໍລິ ມາດການສື່ສານທາງໂທລະສັບ ແລະ ອິນເຕີເນັດຕາມນະໂຍບາຍ ລວມສູນລະບົບການສື່ສານທັງ ພາຍໃນ ແລະ ຕ່າງປະເທດຜ່ານສູນ ອິນເຕີເນັດແຫ່ງຊາດ ແລະ ມີແຜນ ຈະສືບຕໍ່ກໍ່ສ້າງສູນສຳຮອງສູນອິນ ເຕີເນັດແຫ່ງຊາດທີ່ພາກເໜືອ ແລະ ພາກກາງຂອງລາວ ແລະ ສຳເລັດ ການສ້າງສູນສະກັດກັ້ນ ແລະ ແກ້ ໄຂເຫດສຸກເສີນທາງລະບົບຄອມ ພິວເຕີສາມາດບັນລຸໄດ້ຕາມແຜນ ແມ່ບົດພັດທະນາໄອຊີທີຂອງອາ ຊຽນ 2011-2015 ນຳອີກ.

ຄຽງຄູ່ກັນນີ້ ກະຊວງໄປສະ ນີ, ໂທລະຄົມມະນາຄົມ ແລະ ການສື່ສານຍັງໄດ້ວາງທິດທາງ ແຜນການຕໍ່ໜ້າຄື: ຍົກລະດັບວິຊາ ການດ້ານໄປສະນີ, ໂທລະຄົມມະ ນາຄົມ, ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານທຸກລະດັບໃຫ້ພຽງ ພໍກັບຄວາມຕ້ອງການຂອງຂະ ແໜງການໃນຂອບເຂດທົ່ວປະ  ເທດ, ສ້າງເງື່ອນໄຂໃຫ້ການພັດ ທະນາໄປສະນີກາຍເປັນເອເລັກ ໂທນິກທັນສະໄໝດ້ວຍມາດຕະ ຖານສູງສຸດເພື່ອໃຫ້ການບໍລິການ ແກ່ສັງຄົມສະດວກ, ວ່ອງໄວ, ປອດໄພ ແລະ ມີຄຸນນະພາບສູງ, ສົ່ງເສີມໃຫ້ມີການພັດທະນາເຄືອ ຂ່າຍດ້ວຍຄວາມໄວສູງລົງສູ່ບັນດາຕົວເມືອງ, ຊົນນະບົດ ແລະ ເຂດ ຫ່າງໄກສອກຫລີກໃຫ້ທົ່ວເຖິງ ພ້ອມທັງສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ສ້າງລະບົບ ປ້ອງກັນພື້ນຖານໂຄງລ່າງທາງ ດ້ານໂທລະຄົມມະນາຄົມໃຫ້ມີ ຄວາມຮັບປະກັນສູງ, ເພື່ອສະກັດ ກັ້ນການທຳລາຍເຄືອຂ່າວ, ການ ໂຈລະກຳຂໍ້ມູນຂ່າວສານທຸກຮູບ ແບບ, ສະກັດກັ້ນຂໍ້ມູນຂ່າວສານ ທີ່ເປັນໄພ ແລະ ປົກປ້ອງຂໍ້ມູນສ່ວນ ບຸກຄົນ, ສ້າງ ແລະ ປັບປຸງນະໂຍ ບາຍ ແລະ ນິຕິກຳຄຸ້ມຄອງຜູ້ໃຫ້ບໍລິ ການດ້ານໄປສະນີ ແລະ ໂທລະຄົມ ມະນາຄົມເພື່ອເຮັດໃຫ້ການແຂ່ງ ຂັນທີ່ເປັນທຳຢູ່ພາຍໃຕ້ລະບຽບກົດໝາຍ ແລະ ຫລີກເວັ້ນການລົງທຶນ ຫລືການພັດທະນາທີ່ມີລັກສະນະ ຊ້ຳຊ້ອນ ແລະ ບໍ່ມີການລວມສູນ, ປົກປ້ອງຜູ້ໃຊ້ບໍລິການໃຫ້ໄດ້ຮັບ ການບໍລິການທີ່ຍຸຕິທຳ ແລະ ລາຄາ ເໝາະສົມທີ່ສຸດ, ສະໜັບສະໜູນ ໃຫ້ມີການຄົ້ນຄວ້າປະດິດສ້າງນະ ວັດຕະກຳໃໝ່ດ້ານເຕັກໂນໂລຊີສື່ ສານ ແລະ ຂໍ້ມູນຂ່າວສານທີ່ເປັນ ປະໂຫຍດຕໍ່ການພັດທະນາເສດຖະກິດ ແລະ ສັງຄົມຫລາຍຂຶ້ນ ເລື້ອຍໆ.

No comments:

Post a Comment