Ad

Ad

12 January 2016

ກະຊວງແຮງງານເພີ່ມການຄຸ້ມຄອງພະນັກງານອາວຸໂສ ແລະ ຜູ້ເສຍອົງຄະ

 ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການຄຸ້ມຄອງພະນັກງານບຳນານ ແລະ ຜູ້ເສຍອົງຄະ ທີ່ໄດ້ ຮັບໂອນຈາກກຳລັງປະກອບອາ ວຸດ, ກະຊວງປ້ອງກັນປະເທດໃຫ້ ເປັນຈຸດສຸມອັນດຽວກັນ, ໂດຍ ການເປັນປະທານຂອງທ່ານ ດຣ. ຄຳແກ້ວ ສານບຸນຄຸນໄຊ ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ເພື່ອເຮັດໃຫ້ພາກສ່ວນກ່ຽວຂ້ອງມີຄວາມເຂົ້າໃຈເປັນເອກກະ ພາບກ່ຽວກັບການຄຸ້ມຄອງພະນັກງານບຳນານ ແລະ ຜູ້ເສຍອົງຄະໃນທົ່ວປະເທດຫລາຍຂຶ້ນ, ດັ່ງນັ້ນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຮ່ວມກັບພາກສ່ວນ ກ່ຽວຂ້ອງຈຶ່ງໄດ້ພ້ອມກັນຄົ້ນຄວ້າສ້າງຖານຂໍ້ມູນບັນຊີສະຖິຕິ
ພະນັກງານບຳນານ ແລະ ຜູ້ເສຍອົງຄະ ຢ່າງລວມສູນໃນທົ່ວປະເທດ, ໂດຍແຍກໃຫ້ເຫັນບັນຊີສະຖິຕິຂອງບັນດາຂະ ແໜງການ ແລະ ທ້ອງຖິ່ນຕ່າງໆ, ສ້າງບັນຊີສະຖິຕິສັງລວມພະນັກງານບຳນານ ແລະ ພະນັກງານເສຍອົງຄະທັງເກົ່າ ແລະ ໃໝ່, ຍົກຍ້າຍ ແລະ ເສຍຊີວິດ, ສ້າງລະບຽບການກ່ຽວກັບການຕີລາຄາປະເພດ ແລະ ລະດັບເສຍອົງ ຄະ, ລະບຽບການເບີກຈ່າຍເງິນ ອຸດໜູນຕ່າງໆຜ່ານບັນຊີບຸກຄົນໃນລະບົບທະນາຄານ, ດັດປັບຊັ້ນເງິນເດືອນຂອງພະນັກງານບຳນານ ຝ່າຍກຳລັງປະກອບອາວຸດຕາມລະບຽບການທີ່ກ່ຽວຂ້ອງໃຫ້ມີຄຸນນະພາບສູງຂຶ້ນເລື້ອຍໆ.

ປັດຈຸບັນກະຊວງແຮງງານ ແລະ ສະຫວັດດີການສັງຄົມຕ້ອງ ໄດ້ຈ່າຍເງິນອຸດໜູນໃຫ້ພະນັກງານບຳນານ ແລະ ເສຍອົງຄະໃນທົ່ວ ປະເທດປະມານເດືອນລະ 60 ກວ່າຕື້ກີບ, ໃນນັ້ນ ພະນັກງານບຳ ນານໃນທົ່ວປະເທດມີທັງໝົດ 29.348 ທ່ານ ແລະ ຜູ້ເສຍອົງຄະ 13.421 ທ່ານ.

No comments:

Post a Comment