Ad

Ad

12 January 2016

ອົງການນິຕິບັນຍັດລາວ-ກຳປູເຈຍ-ຫວຽດນາມຮ່ວມແລກປ່ຽນບົດຮຽນການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ວັນທີ 11 ມັງກອນນີ້, ສະພາແຫ່ງຊາດລາວ ຮ່ວມກັບສະພາ ແຫ່ງຊາດກຳປູເຈຍ, ຫວຽດນາມ ຈັດກອງປະຊຸມແລກປ່ຽນບົດຮຽນການຄວບຄຸມເຄື່ອງດື່ມທີ່ມີທາດ ເຫຼົ້າ ແລະ ບັນດານະໂຍ ບາຍທີ່ ກ່ຽວຂ້ອງລະດັບອານຸພາກພື້ນຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍໄດ້ ຮັບການສະໜັບສະໜູນຈາກອົງການ IOGT ປະເທດສະວີເດັນ, ໂດຍການເຂົ້າຮ່ວມຮອງປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດລາວ ແລະ ຕາງໜ້າຈາກສະພາແຫ່ງຊາດກຳປູເຈຍ, ຫວຽດນາມ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງອື່ນຈາກ 3 ປະເທດເຂົ້າຮ່ວມເປັນຈຳນວນຫຼາຍ.

ທ່ານປະທານກອງປະຊຸມ ກ່າວວ່າ: ເຄື່ອງດື່ມທີ່ມີທາດເຫຼົ້າ ເປັນສິ່ງທີ່ຕິດພັນກັບຊີວິດຂອງຄົນ ເຮົາມາແຕ່ດົນນານ, ຊຶ່ງມັນໃຫ້ທັງຄຸນປະໂຫຍດ ແລະ ໂທດກັບຜູ້ຊົມໃຊ້, ທາດເຫຼົ້າແມ່ນຖືກປະກອບ ເປັນໜຶ່ງໃນຫຼາຍໆປັດໄຈຄວາມສ່ຽງຕໍ່ບັນຫາສຸຂະພາບ ແລະ ການເກີດພະຍາດຕ່າງໆ, ການດື່ມເຄື່ອງດື່ມທີ່ມີທາດເຫຼົ້າແມ່ນສົ່ງຜົນປະທົບອັນໃຫຍ່ຫຼວງຕໍ່ຮ່າງກາຍ, ຈິດໃຈຂອງບຸກຄົນ, ຄອບຄົວ ແລະ ສັງຄົມ, ທັງເປັນສາເຫດທີ່ພາໃຫ້ເກີດພະຍາດຫຼາຍກວ່າ 200 ຊະນິດ ແລະ ອຸປະຕິເຫດໃນຈຳນວນ 3,8% ຂອງຜູ້ເສຍຊີວິດທັງໝົດແມ່ນມີສາເຫດມາຈາກທາດເຫຼົ້າ ແລະ 4,5% ຂອງພາວະການເຈັບປ່ວຍ, ເປັນປັດຈອັນດັບທີ 3 ຂອງການເຈັບປ່ວຍ ແລະ ເກີດພະຍາດໃນທົ່ວໂລກ, ໂດຍສະເພາະແມ່ນປະເທດທີ່ກຳລັງພັດທະນາ, ນອກນັ້ນເຄື່ອງດື່ມທີ່ມີທາດເຫຼົ້າຍັງສົ່ງຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ ແລະ ຍ້ອນເຫັນໄດ້ບັນຫາ ແລະ ຜົນກະທົບຄືດັ່ງກ່າວ, ສະພາແຫ່ງຊາດລາວຈຶ່ງໄດ້ຮ່ວມກັບສະພາແຫ່ງຊາດ ສສ ຫວຽດນາມ ແລະ ຣາຊາອານາຈັກກຳປູເຈຍ, ພາຍໃຕ້ການຮ່ວມມືຂອງອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມອື່ນໆຈັດກອງປະຊຸມຄັ້ງນີ້ຂື້ນເພື່ອຖອດຖອນບົດຮຽນ ແລະ ປະສົບການໃນການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້ານໍາກັນ, ເປັນຕົ້ນແມ່ນການສ້າງ ແລະ ປັບປຸງກົດໝາຍ ແລະ ລະບຽບການຕ່າງໆກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ການຈັດຕັ້ງປະຕິບັດຕົວຈິງໃນການຄວບຄຸມ ແລະ ຫຼຸດຜ່ອນຜົນກະທົບຈາກການໃຊ້ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ນອກຈາກແລກປ່ຽນບົດ ຮຽນນຳກັນແລ້ວກອງປະຊຸມຄັ້ງນີ້ຍັງປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືລະຫວ່າງອົງການນິຕິບັດຍັດຂອງສາມປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ການເປັນແຮງຍູ້ດັນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ເຊີ່ອງໂຍງເຂົ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄ້ຳອື່ນໆຂອງອາຊຽນສູ້ຊົນໃຫ້ເຮັດແຕ່ລະຂົງເຂດສາມາດຫຼຸດຜ່ອນຄວາມສ່ຽງ ແລະ ຄວາມເສຍຫາຍທີ່ມີສາເຫດກ່ຽວພັນກັບທາດຫຼົ້ມ.
ທ່ານປະທານກອງປະຊຸມກ່າວວ່າ: ກອງປະຊຸມລັກສະນະນີ້ໄດ້ຈັດຂື້ນມາແລ້ວຫຼາຍຄັ້ງໂດຍສະພາແຫ່ງຊາດທັງສາມປະເທດ ຈະຜັດປ່ຽນກັນເປັນເຈົ້າພາບຄື: ໃນປີ 2007 ຈັດຂື້ນຢູ່ ຣາຊາອານາຈັກກຳປູເຈຍ, ປີ 2011 ຈັດຂື້ນຢູ່ ສສ ຫວຽດນາມ, ປີ 2013 ແລະ ປີນີ້ຈັດຂື້ນຢູ່ ສປປ ລາວ ແລະ ຜ່ານການແລກປ່ຽນບົດຮຽນຊິ່ງກັນ ແລະ ກັນໃນຜ່ານມາໄດ້ເຮັດໃຫ້ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຂອງສາມປະເທດມີປະສິດທິພາບດີຂຶ້ນເປັນກ້າວໆມາ.

No comments:

Post a Comment