Ad

Ad

12 January 2016

ບໍລິສັດທີ່ປຶກສາການເງິນຂອງໄທພ້ອມດຶງນັກລົງທຶນຕ່າງຊາດເຂົ້າລາວ

ບໍລິສັດ ແອບໂຊລູບອິນເຕີ ຄອນຊາວເຕັນ ຈຳກັດ ຊຶ່ງເປັນບໍລິ ສັດທີ່ປຶກສາທາງດ້ານການເງິນທີ່ ມີຊື່ສຽງມາກວ່າ 20 ປີ ໃນປະເທດ ໄທໄດ້ເຂົ້າມາເຂົ້າມາປະເທດລາວແລ້ວ, ໂດຍມີຈຸດປະສົງເພື່ອນຳພາ ນັກລົງທຶນຕ່າງປະເທດເຂົ້າມາ ສປປ ລາວ, ໂດຍສະເພາະການລົງ ທຶນໃນຕະຫລອດຫລັກຊັບທີ່ກຳ ລັງໄດ້ຮັບຄວາມສົນໃຈຂອງບັນດານັກລົງທຶນທັງຫລາຍ.
ທ່ານ ກຽດຕິສັກໂກມົນ ສີລິ ວັດທະນາ ຜູ້ບໍລິຫານບໍລິສັດດັ່ງ ກ່າວໃຫ້ຮູ້ໃນພິທີເປີດໂຕບໍລິສັດໃນວັນທີ 11 ມັງກອນນີ້ວ່າ: ພວກເຮົາ ມີຄວາມຕັ້ງໃຈທີ່ສຸດທີ່ຈະມາປະກອບສ່ວນໃນການພັດທະນາເສດ ຖະກິດ-ສັງຄົມ ຢູ່ລາວ ເນື່ອງຈາກ ວ່ານະໂຍບາຍໃນການລົງທຶນຂອງລາວ ໄດ້ມີການເປີດກ້ວາງ ແລະ ແທດເໝາະກັບສະພາບເສດຖະກິດໃນໄລຍະໃໝ່, ໂດຍເນັ້ນໃສ່ການ ດຶງດູດການລົງທຶນຈາກຕ່າງປະເທດເພື່ອມາພັດທະນາປະເທດໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ແລະ ເທົ່າທຽມກັບບັນດາປະເທດອື່ນ.

ດ້ວຍຄວາມຊຳນານ ແລະ ຊ່ຽວຊານມາຫລາຍປີໃນການດຳ ເນີນທຸລະກິດ ບໍລິສັດດັ່ງກ່າວ ໄດ້ ເລັງເຫັນຄວາມເຕີບໂຕທາງດ້ານ ເສດຖະກິດໃນບັນດາປະເທດອາ ຊຽນໂດຍສະເພາະ ສປປ ລາວ ຈຶ່ງ ໄດ້ຕັດສິນໃຈຂະຫຍາຍກິດຈະການການລົງທຶນມາຕັ້ງບໍລິສັດທີ່ປຶກສາທາງດ້ານການເງິນ ແລະ ການລົງ ທຶນໃນປະເທດລາວ.
ທ່ານ ພົນຕີ ອ່ອນສີ ແສນສຸກ ຫົວນ້າຫ້ອງການກະຊວງປ້ອງກັນປະເທດໄດ້ຊົມເຊີຍຕໍ່ຄວາມຕັດສິນ ໃຈຂອງຄະນະອຳນວຍການບໍລິ ສັດ ແອບໂຊລູອິນເຕີ ຄອນຊາວ ເຕັນທີ່ໄດ້ມາເປີດກິດຈະການຢູ່ ສປປ ລາວ ເຊິ່ງຈະເປັນການປະ ກອບສ່ວນສຳຄັນໃນການລົງທຶນ ແລະ ການພັດທະນເສດຖະກິດ- ສັງຄົມຂອງປະເທດໃຫ້ນັບມື້ນັບ ເຕີບໃຫຍ່ຂະຫຍາຍຕົວ. ປັດຈຸບັນ ພວກເຮົາກຳລັງກ້າວເຂົ້າສູ່ປະຊາ ຄົມເສດຖະກິດອາຊຽນ ສະນັ້ນ ການລົງທຶນຈາກພາຍໃນ ແລະ ຕ່າງປະເທດຈະເປັນທ່າແຮງໃນ ການກະຕຸກຊຸກຍູ້ເສດຖະກິດລວມ ທັງການຜະລິດເປັນສິນຄ້າເພື່ອເຮັດໃຫ້ປະເທດຊາດຂອງພວກເຮົາ ກ້າວໄປພ້ອມໆກັບບັນດາປະເທດ ເພື່ອນມິດອື່ນໆຂອງກຸ່ມອາຊຽນ.

No comments:

Post a Comment