Ad

Ad

12 January 2016

995 ຕົວເລກທີ່ບໍ່ເພີ່ງ ປາດຖະໜາຂອງປີຜ່ານມາ

ການທີ່ຜູ້ຂຽນໄດ້ຍົກເອົາຈໍາ ນວນຕົວເລກດັ່ງກ່າວເປັນຕົວເລກທີ່ບໍ່ເພີ່ງປາດຖະໜາໃນປີຜ່ານ ມານັ້ນ, ກໍຍ້ອນວ່າແມ່ນຈໍານວນຂອງ ຜູ້ເສຍຊີວິດຈາກອຸປະຕິເຫດທີ່ເກີດ ຂຶ້ນບົນທ້ອງຖະໜົນໃນປີ 2015 ຈາກທັງໝົດ 5 ພັນກວ່າກໍລະນີໃນ ທົ່ວປະເທດ ແລະ ສະເລ່ຍແລ້ວມີ ຍອດຜູ້ເສຍຊີວິດຍ້ອນສິ່ງທີ່ບໍ່ປາດ ຖະໜາດັ່ງກ່າວ ປະມານ 3 ຄົນຕໍ່ມື້.

ກົມຈະລາຈອນ, ກະຊວງ ປ້ອງກັນຄວາມສະຫງົບລາຍງານໃຫ້ຮູ້ວ່າ: ສຳລັບແຂວງທີ່ມີອຸປະ ຕິເຫດເກີດຂຶ້ນຫລາຍກວ່າໝູ່ຍັງ ແມ່ນນະຄອນຫລວງວຽງຈັນມີຈໍານວນ1.488 ກໍລະນີ, ມີຜູ້ເສຍຊີວິດ 237 ຄົນ, ຮອງລົງມາແມ່ນ ແຂວງສະຫວັນນະເຂດມີ 657 ກໍ ລະນີ, ມີຜູ້ເສຍຊີວິດ 105 ຄົນ, ແຂວງຈຳປາສັກມີ 575 ກໍລະນີ, ມີຜູ້ເສຍຊີວິດ 110 ຄົນ, ແຂວງອຸ ດົມໄຊມີ 497 ກໍລະນີ, ມີຜູ້ເສຍຊີ ວິດ 41 ຄົນ
ແລະ ແຂວງວຽງຈັນມີ482 ກໍລະນີ, ມີຜູ້ເສຍຊີວິດ 69 ຄົນ ແລະ ແຂວງອື່ນໆ, ເຊິ່ງສາເຫດ ຂອງການເກີດອຸປະຕິເຫດສ່ວນ ຫລາຍແມ່ນມາຈາກການຂັບຂີ່ ແບບປະໝາດເຊັ່ນ: ຂັບຂີ່ລົດໄວ, ດື່ມສິ່ງມືນເມົາແລ້ວຂັບຂີ່, ບໍ່ຄົບ ລົບກົດຈະລາຈອນ ແລະ ສ່ວນໜຶ່ງ ເກີດຈາກສະພາບຂອງລົດບໍ່ຮັບປະກັນຄວາມປອດໄພດ້ານເຕັກນິກ, ສະພາບເສັ້ນທາງເປ່ເພ ແລະ ອື່ນໆ. ສະນັ້ນໃນປີ 2016 ນີ້, ເຈົ້າໜ້າທີ່ ຈຶ່ງຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນທັງຫລາຍຈົ່ງເພີ່ມສະຕິລະວັງຕົວ ໃນການຂັບຂີ່ຍວດຍານພາຫະນະ ໃຫ້ຖືກຕ້ອງຕາມຫລັກການ, ເຄົາ ລົບກົດລະບຽບການສັນຈອນໃຫ້ ເຂັ້ມງວດເພື່ອຫລີກເວັ້ນບັນຫາທີ່ບໍ່ ເພິ່ງປາຖະໜາຈະຕາມມາ.

No comments:

Post a Comment