Ad

Ad

11 January 2016

ປະທານ ຄຳ​ໄຕ ສີ​ພັນ​ດອນ ​ໃຫ້​ກຽດ​ໂອ້​ລົມ​ການ​ນຳ ​ແລະ ພະນັກງານ​ຫລັກ​ແຫ​ລ່ງສະຫວັນ​ນະ​ເຂດ

     ​ໃນຕອນເຊົ້າວັນທີ 7 ມັງກອນຜ່ານມານີ້, ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ, ປະທານປະເທດແຫ່ງ ສປປ ລາວໄດ້ໃຫ້ກຽດພົບປະໂອ້ລົມພະນັກງານການນຳແລະ ຫລັກແຫລ່ງແຂວງສະຫວັນນະເຂດ, ຊຶ່ງມີຂຶ້ນທີ່ຫ້ອງວ່າການດັ່ງກ່າວ ພາຍຫລັງທ່ານ ດຣ. ສຸພັນແກ້ວມີໄຊເລຂາພັກແຂວງ, ​ເຈົ້າແຂວງສະຫວັນນະເຂດໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະ ກິດ-ສັງຄົມຂອງແຂວງໃຫ້ທ່ານອະດີດປະທານພັກໄດ້ຮັບຊາບ, ​ເຊິ່ງເຫັນໄດ້ວ່າແຂວງສະຫວັນນະ​​ເຂດຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ລະດັບການພັດທະນາເສດຖະກິດ-ສັງຄົມກໍມີຄວາມກ້າວໜ້າຂຶ້ນຕາມລຳດັບ. ຈາກນັ້ນ ທ່ານອະດີປະທານພັກ ອະດີດປະທານປະເທດແຫ່ງ ສປປ ລາວ ກໍໄດ້ໂອ້ລົມແລະໃຫ້ທິດຊີ້ນຳຫລາຍບັນຫາຕໍ່ການນຳແລະ ພະນັກງານຫລັກແຫລ່ງຂອງແຂວງ. ກ່ອນອື່ນທ່ານໄດ້ຍົກໃຫ້ເຫັນສະພາບການ
ຂອງໂລກແລະ ຂອງພາກພື້ນທີ່ກຳລັງມີການປ່ຽນແປງໄປຢ່າງສັບສົນ, ​ໃນນີ້ ລວມມີບັນຫາຂະບວນການກໍ່ການຮ້າຍໃນເຂດຕາເວັນອອກກາງ, ບັນຫາການກໍ່ການຮ້າຍຂອງກຸ່ມມຸດສະລິມຫົວຮຸນແຮງ, ບັນຫາຄວາມຮຸນແຮງຂອງກຸ່ມໄອເອສ໌ ທີ່ມີຕໍ່ບັນດາປະເທດຕາເວັນຕົກ ທີ່ອາດນຳໄປສູ່ການກໍ່ໃຫ້ເກີດສົງ ຄາມສາສະໜາ, ບັນຫາຄວາມຂັດແຍ່ງໃນທະເລຈີນ​​ໃຕ້ແລະ ບັນຫາອື່ນໆເຊິ່ງອາດຈະເກີດເປັນສົງຄາມໂລກຄັ້ງທີ III ກໍເປັນໄປໄດ້, ຈາກບັນຫາສະພາບການຂອງໂລກທີ່ກຳລັງສັບສົນໃນປັດຈຸບັນມັນຮຽກຮ້ອງໃຫ້ພວກເຮົາທຸກຄົນຕ້ອງລະມັດລະວັງຫລາຍດ້ານແລະໃນນັ້ນແມ່ນການວາງທັດສະ ນະທາງດ້ານການທູດກັບບັນດາປະເທດເພື່ອນມິດເພື່ອ​​ເຮັດແນວໃດຈະນຳເອົາຜົນປະໂຫຍດຈາກການຮ່ວມມືກັບຕ່າງປະເທດມາໃຫ້ປະເທເຮົາໄດ້ຫລາຍທີ່ສຸດ. ທາງດ້ານການເມືອງເຫັນໄດ້ວ່າສະພາບການພາຍໃນປະເທດເຮົາ ຍາມໃດພວກສັດຕູກໍຍັງບໍ່ຫລຸດລະຄວາມພະຍາຍາມໃນການມ້າງເພລະ ບອບໃໝ່, ພະຍາຍາມສ້າງຄວາມບໍ່ສະຫງົບແລະໃສ່ຮ້າຍປ້າຍສີລະບອບໃໝ່ຂອງພວກເຮົາ. ສະນັ້ນ ບັນຫາຫລາຍໆດ້ານຈະຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນແລະ ບໍ່ເປີດຊ່ອງວ່າງໃຫ້ພວກສັດຕູແຊກແຊງໄດ້, ​ໃນນນັ້ແມ່ນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ​ແກ້ໄຂບັນຫາຢາເສບຕິດ, ບັນຫາການສ້າງຄ່ານິຍົມແບບບໍ່ຖືກຕ້ອງໃນຮູບແບບການສື່ສານດ້ວຍລະບົບອອນລາຍຕ່າງ ທີ່ສ້າງຄວາມແຕກແຍກແລະໂຍມຕີລະບອບການເມືອງຂອງພວກເຮົາ, ​ແກ້ໄຂບັນຫາການສໍ້ລາດບັງຫລວງ, ​ແນວຄິດອາດຍາສິດ,​ ການສ້າງກຸ່ມກ້ອນແລະ ບັນຫາການທຳລາວຊັບພະຍາກອນທຳມະຊາດ ພ້ອມນັ້ນ ທ່ານຍັງໄດ້ເວົ້າເຖິງການອະນຸລັກຮັກສາຮີດຄອງປະເພນີທີ່ດີງາມຂອງຊາດລາວ-ຄົນລາວແລະ ບັນຫາອື່ນ. ຈາກນັ້ນ ທ່ານອະດີດປະທານພັກ ກໍຍັງໄດ້ແນະນຳຕື່ມກ່ຽວກັບການພັດທະ ນາແບບຍືນຍົງ, ​ເຊິ່ງກ່ຽວ​​ໂຍງກັບການນຳໃຊ້ຊັບພະຍາກອນທຳມະຊາດມາເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ, ການພັດທະນາແບບຍືນຍົງຕ້ອໄດ້ຄຳນຶງ​​ເຖິງຄວາມເໝາະສົມແລະເປັນທຳໃນການແຈກຢາຍໝາກຜົນໃນການນຳໃຊ້ຊັບພະຍາກອນທາງທຳມະຊາດ. ນອກນັ້ນ ທ່ານຍັງໄດ້ເວົ້າເຖິງຍຸດທະສາດແລະ ວິໄສທັດໃນການພັດທະນາປະເທດຊາດແຕ່ນີ້ຫາປີ 2020 ​ແລະແຕ່ປີ 2020-2030 ​ໂດຍເນັ້ນໃສ່ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານແລະ ສ້າງໃຫ້ເປັນຫົວໜ່ວຍພັດທະນາ. ທ່ານອະດີປະທານພັກ ຍັງໄດ້​​ເນັ້ນໜັກຕື່ມຕໍ່ບັນດາສະມາຊິກພັກທຸກສະຫາຍ ຕ້ອງໄດ້ເປັນເຈົ້າການໃນການປົກປັກຮັກສາລະບອບໃໝ່, ຕ້ອງກຳແໜ້ນສະພາບການໃນແຕ່ລະດ້ານໂດຍສະເພາະແມ່ນໃນປັດຈຸບັນນີ້ ອິດທິກຳລັງປະຕິການແມ່ນກຳລັງຈ້ອງມອງແລະໃຊ້ຊ່ອງຫວ່າງເພື່ອແຊກແຊງແລະ ກໍຄວາມບໍ່ສະຫງົບໃນສັງຄົມເຮົາ, ສວຍໃຊ້ຂໍ້ຂັດແຍ່ງຈາກປະເທດ​​ໃກ້ຄຽງເພື່ແຊກແຊງແລະ ກໍ່ຄວາມບໍ່ສະຫງົບໃນບາງທ້ອງຖິ່ນ, ສະນັ້ນ ສະມາ ຊິກພັກແລະ ພະນັກງານທຸກຄົນຕ້ອງໄດ້ເປັນເຈົ້າການປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບສຸກປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງຕົນໄດ້ຮັບການພັດທະນາແລະ ສາມາດລຶບລ້າງຄວາມທຸກຍາກ​​ໄດ້ເທື່ອລະກ້າວ.

No comments:

Post a Comment