Ad

Ad

11 January 2016

ລັດຈະ​ຊົດ​ເຊີຍ​ຜົນ​ກະທົບຈາກ​ໂຄງການກໍ່ສ້າງ​ທາງ​ລົດ​ໄຟລາວ-ຈີນຢ່າງ​ເໝາະ​ສົມ

ທ່ານລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ລັດຕະນະ ມະນີຄູນນີວົງ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ລັດຖະບານມີນະໂຍບາຍຈະແຈ້ງ ແລະ ເໝາະສົມເພື່ອຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ,​ ໂດຍມີການຄິດໄລ່ຄ່າເສຍຫາຍຕາມດຳລັດຂອງນາຍົກລັດຖະມົນຕີເລກທີ 153 ບວກກັບສະພາບຄວາມເປັນຈິງ ແລະ ຄວາມເປັນເອກະພາບໃນການປຶກສາຫາລືກັບ​​ອຳນາດການປົກຄອງທ້ອງຖິ່ນກໍຄືປະຊາຊົນທີ່ໄດ້ຮັບຜົນກະທົບ, ເພື່ອຫລີກລ່ຽງຄວາມຂັດຂ້ອງໝອງໃຈ​ ​ແລະ ເຮັດໃຫ້ໂຄງການໄດ້ຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.

ທ່ານລັດຖະມົນຕີຊ່ວຍວ່າການກະຊວງດັ່ງກ່າວໃຫ້ຮູ້ວ່າ: ​ປັດຈຸບັນ, ຄະນະຮັບຜິດຊອບໂຄງການໄດ້ແຕ່ງຕັ້ງໜ່ວຍໄກ່ເກ ແລະ ເວນຄືນເນື້ອທີ່ດິນແຕ່ລະແຂວງທີ່ມີເສັ້ນທາງລົດໄຟຜ່ານເພື່ອລົງເກັບກຳຂໍ້ມູນ ແລະ ສະພາບຄວາມເປັນຈິງວ່າປະຊາຊົນຈະໄດ້ຮັບຜົນກະທົບຫຍັງແດ່,​ ໂດຍການປຶກສາຫາລືກັບອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນທີ່ໄດ້ຮັບຜົນກະທົບ,​ ເຊິ່ງທຸກພາກສ່ວນກໍ​​ໃຫ້ຄວາມຮ່ວມມືເປັນຢ່າງດີ ແລະ ຄະນະຮັບຜິດຊອບກໍໄດ້ເລີ່ມປັກຫລັກໝາຍແລວທາງລົດໄຟແລ້ວ.

          ໂຄງການກໍ່ສ້າງທາງລົດໄຟລາວ-ຈີນມີຄວາມຍາວ 427,7 ກິໂລແມັດ, ກວມເອົາເນື້ອທີ່ແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ​ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ, ໃນນີ້ຈະໄດ້ນຳໃຊ້ເນື້ອທີ່ດິນທັງໝົດຂອງໂຄງການແມ່ນ 2 ປະເພດຄື: ນໍາໃຊ້ຖາວອນສໍາລັບແລວທາງລົດໄຟແລະ ສະຖານີປະມານ 3.058 ​ເຮັກຕາແລະ ນໍາໃຊ້ຊົ່ວຄາວສໍາລັບບໍ່ດິນ, ບໍ່ຫີນແລະ ສະຖານີຮັບໃຊ້ເວລາກໍ່ສ້າງລວມມີ 803 ​ເຮັກຕາ.

No comments:

Post a Comment