Ad

Ad

11 January 2016

ລັດຖະບານໄທສະໜອງເງິນກູ້ແກ່ລາວ 313 ລ້ານບາດເພື່ອນໍາໃຊ້ປັບປຸງເສັ້ນທາງໃນນະຄອນຫລວງວຽງຈັນ

ພິທີລົງນາມສັນຍາກູ້ຢືມເງິນເພື່ອນໍາໃຊ້ເຂົ້າໃນການປັບປຸງເສັ້ນທາງຢູ່ນະຄອນຫລວງວຽງຈັນຫລາຍກວ່າ 313 ລ້ານບາດ (ສະກຸນເງິນໄທ) ລະຫວ່າງທ່ານລັດຖະມົນຕີວ່າການກະຊວງການເງິນ ລຽນ ທິແກ້ວ ແລະ ທ່ານ ເນວີນ ສີນສິລິ ປະທານອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ(NIDA)ແຫ່ງຣາຊະອາ ນາຈັກໄທໄດ້ມີຂຶ້ນໃນວັນທີ 8 ມັງກອນຜ່ານມາ, ທີ່ນະຄອນ ຫລວງວຽງຈັນ. ໂດຍທຶນດັ່ງກ່າວຈະນຳໃຊ້ເຂົ້າໃນໂຄງການປັບປຸງລະບົບພື້ນຖານໂຄງລ່າງ​ເສັ້ນ ທາງຕ່າງໆໃນນະຄອນຫລວງວຽງຈັນເປັນຕົ້ນ: ຖະໜົນ T4 ແຕ່ 4 ແຍກໄຟອຳນາດທາດຫລວງຫາ 3 ແຍກໄຟອຳນາດໂພນທັນ, ເສັ້ນທາງແຕ່ 3 ແຍກໄຟອຳນາດໂພນທັນ ຫາຮ້ານອາຫານມຸກວິວ, ເສັ້ນທາງແຕ່ 3 ແຍກ
ຖະໜົນ 23 ສິງຫາ-3 ແຍກໄຟອຳນາດດົງປ່າລານ ແລະ ເສັ້ນທາງແຕ່ວົງວຽນທາດຫລວງ ຫາສົ້ນຂົວບ້ານຫົວຂົວ ທັງນີ້ ກໍເພື່ອແກ້ໄຂບັນຫາການສັນຈອນແອອັດ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບທີ່ຈະຈັດຂຶ້ນໃນມໍ່ໆນີ້.

No comments:

Post a Comment