Ad

Ad

20 April 2016

ສ.ເກົາຫລີ ​ຊ່ວຍ​ເຫລືອລາວ​ຫລາຍກວ່າ 10 ລ້ານ​ໂດ​ລາສະຫະລັດຕໍ່​ປີ

           ທ່ານ ຄິມ ຊູກວານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດເກົາຫລີ ປະຈຳລາວ, ໄດ້ໃຫ້ຮູ້ໃນພິທີປະດັບຫລຽນກາມິດຕະພາບພາຍຫລັງສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ​​ເປັນເວລາເກືອບ 3 ປີວ່າ: ​ໃນ​​ໄລຍະຜ່ານມາ, ສ. ​ເກົາຫລີໄດ້ໃຫ້ການຊ່ວຍເຫລືອ ສປປລາວໃນຂະ​ແໜງ​ການຕ່າງໆ​ເຊັ່ນ:ການສຶກສາ, ສາທາລະນະສຸກ, ການພັດທະນາຊົນນະບົດແລະ ອື່ນໆ, ​ໂດຍສະເລ່ຍມີມູນຄ່າຫລາຍກວ່າ 10 ລ້ານໂດລາສະຫະລັດຕໍ່ປີ. ການຊ່ວຍເຫລືອດັ່ງກ່າວແມ່ນໄດ້ພີ່ມຂຶ້ນທຸກໆປີ, ພ້ອມນີ້ຍັງໄດ້ເປີດຖ້ຽວບິນໂດຍກົງລະຫວ່າງສອງປະເທດລາວ-.​ເກົາຫລີຫລາຍຖ້ຽວບິນຕໍ່ອາທິດ, ເຮັດໃຫ້ຈຳນວນນັກທ່ອງທ່ຽວ .​ເກົາຫລີເດີນທາງເຂົ້າມາທ່ຽວລາວໃນປີ 2015 ຜ່ານມາ
ເພີ່ມຂຶ້ນ 17% ທຽບໃສ່ປີ 2014 ​ເຊິ່ງທັງ​ໝົດ​ນັ້ນເປັນການຊຸກຍູ້ໃຫ້ນັກທຸລະກິດ .​ເກົາຫລີເຂົ້າມາລົງທຶນຢູ່ລາວນັບມື້ເພີ່ມຂຶ້ນ, ສະແດງອອກເຖິງປັດຈຸບັນການລົງທຶນຂອງ .​ເກົາຫລີໄດ້ຈັດຢູ່ໃນອັນດັບທີ 5 ຂອງການລົງທຶນຕ່າງປະເທດຢູ່ລາວລວມມີ 300 ກວ່າໂຄງການມີມູນຄ່າປະມານ 800 ກວ່າລ້ານໂດລາສະຫະລັດ.   

          ພິທີປະດັບຫລຽນ​​ດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 19 ​ເມສານີ້, ຢູ່ນະຄອນຫລວງວຽງຈັນໂດຍທ່ານແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດຕາງໜ້າໃຫ້ລັດຖະບານລາວ ປະດັບຫລຽນກາມິດຕະພາບໃຫ້ທ່ານ ຄິມ ຊູກວານເພື່ອເປັນການຍ້ອງຍໍຊົມເຊີຍຜົນງານທີ່ທ່ານທູດໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ​​ເປັນເວລາເກືອບ 3 ປີ​.

No comments:

Post a Comment