Ad

Ad

20 April 2016

ລາວ-ຟິລິບ​ປິນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ສອງຝ່າຍ

ໃນວັນທີ 19 ​ເມສານີ້ຢູ່ກະຊວງການຕ່າງປະເທດ, ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ​​ໄດ້ຕ້ອນຮັບແລະ ພົບປະສອງຝ່າຍກັບ ທ່ານໂຮເຊເຮັນເນ ອາລເມັນດຣາສ ລັດຖະມົນຕີວ່າການ ກະຊວງ​​ການຕ່າງປະເທດແຫ່ງສາ ທາລະນະລັດ ຟິລິບປິນພ້ອມຄະນະໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ​ ​ແຕ່ວັນທີ 18-20 ​ເມສາ 2016 ນີ້.

          ການພົບ​​ຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມຍິນດີແລະ ຕີລາຄາສູງຕໍ່ໝາກຜົນຂອງການພົວພັນແລະ ຮ່ວມມືອັນດີງາມ ລະຫວ່າງ ສອງປະເທດໃນໄລຍະຜ່ານມາ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດຕະຫລອດຮອດບັນດາຂະແໜງການຕ່າງໆໃນທຸກໆລະດັບໂດຍສະເພາະການຊ່ວຍເຫລືເຊິ່ງກັນແລະ ກັນໃນເວທີພາກພື້ນແລະ ສາກົນທັງສອງຝ່າຍ
ຕ່າງກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບພາຍໃນປະເທດຂອງຕົນທີ່ພົ້ນເດັ່ນເປັນຕົ້ນ: ດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ, ການເຄື່ອນໄຫວໃນເວທີພາກພື້ນແລະ ສາກົນ ພ້ອມດຽວກັນນັ້ນ ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບຜົນສໍາເລັດກອງປະຊຸມວົງແຄບລັດຖະມົນຕີຕ່າງປະເທດອາຊຽນ ທີ່ນະຄອນຫລວງວຽງຈັນແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ອາເມລິກາທີ່ຄາລິຟໍເນຍປະເທດສະຫະລັດອາເມລິກາໄດ້ຈັດຂຶ້ນໃນເດືອນກຸມພາ 2016 ຜ່ານມາ, ​ປີ 2016 ນີ້ ສປປ ລາວໄດ້ຮັບກຽດເປັນປະທານອາຊຽນ, ທັງສອງຝ່າຍເຫັນວ່າມີຄວາມຈໍາເປັນຢ່າງຍິ່ງທີ່ຈະປະສົມປະສານແລະ ຮ່ວມມືເຊິ່ງກັນແລະ ກັນເພື່ອໃຫ້ບັນລຸຕາມເປົ້າໝາຍຂອງສາມເສົາຄໍ້າຂອງປະຊາຄົມອາຊຽນ, ສິ່ງສໍາຄັນແມ່ນການຮ່ວມມືໃນການຈັດຕັ້ງປະຕິບັດປະຊາຄົມເສດຖະກິດອາຊຽນໃຫ້ເກີດຜົນເປັນຮູບປະທໍາເທື່ອລະກ້າວ ນອກນີ້ ຍັງໄດ້ແລກປ່ຽນຄວາມຄິດຄວາເຫັນຮ່ວມກັນກ່ຽວກັບບັນຫາພາກພື້ນແລະ ສາກົນທີ່ມີຄວາມສົນໃຈ ພ້ອມໄດ້ປຶກສາຫາລືແລະເຫັນດີຊອກຫາຊ່ອງທາງໃນການສົ່ງເສີມການຄ້າ, ການລົງທຶນ, ການສຶກສາ ກໍຄື ການພົວພັນຮ່ວມມືທາງດ້ານບໍລິການ​-ການບິນ, ການສົ່ງເສີມຊຸກຍູ້ການຮ່ວມມືແລະ ການລົງທຶນໃນຂົງເຂດເສດຖະກິດຂະໜາດກາງແລະ ຂະໜາດນ້ອຍ, ການຍົກເວັ້ນພາສີຊໍ້າຊ້ອນແລະ ອື່ນໆ ລະຫວ່າງສອງປະເທດ ໃນຂອບສອງຝ່າຍແລະ ຫລາຍຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງກວ້າງແລະລວງເລິກເພື່ອໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍ.

No comments:

Post a Comment