Ad

Ad

30 May 2016

ລາວເປີດງານວາງສະແດງສິນຄ້າໂອດ໋ອບປະຈຳປີ 2016

          ງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດ໋ອບ) ປະຈຳປີ 2016 ໄດ້ຈັດຂຶ້ນຢູ່ສູນການຄ້າລາວໄອເຕັກໃນວັນທີ 27 ພຶດສາພາ - 1 ມິຖຸນາ, ໂດຍກະຊວງອຸດ ສາ ຫະກຳ ແລະ ການຄ້າ, ຊຶ່ງມີຫຼາຍກວ່າ 126 ຫົວໜ່ວຍທຸລະກິດເຂົ້າຮ່ວມ, ທຽບໃສ່ງານປີຜ່ານມາເພີ່ມຂຶ້ນ 50 %..
          ລັດຖະມົນຕີກະຊວງອຸສາຫະກຳໃນກ່າວໃນພິທີເປີດງານດັ່ງກ່າວວ່າ: ເພື່ອເປັນການສົ່ງເສີມການຜະລິດເປັນສິນຄ້າ ແລະ ໂຄສະນາສິນຄ້າໃຫ້ແກ່ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງໃນທົ່ວປະເທດ,ໂດຍສະເພາະແມ່ນຢູ່ໃນນະຄອນຫຼວງວຽງຈັນໃຫ້ມີຜະລິດຕະ ພັນທີ່ເປັນຮ່າແຮງຂອງຕົນດັ່ງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໃຫ້ມີຕະຫຼາດຈຳໜ່າຍ ແລະ ກ້າວຂຶ້ນເປັນ
ທຸລະກິດທີ່ສາມາດສົ່ງອອກສູ່ຕ່າງປະເທດໄດ້, ພ້ອມນັ້ນງານດັ່ງກ່າວ ຍັງຈະປະກອບສ່ວນສ້າງບັນຍາກາດໃຫ້ແກ່ວັນເດັກ ນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດອີກດ້ວຍ ແລະ ທັງເປັນໂອກາດໃຫ້ບັນດາຫົວໜ່ວຍທຸລະກິດທີ່ເຮັດການຜະລິດເປັນ ສິນຄ້າໄດ້ແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆດ້ວຍກັນ, ພ້ອມສົ່ງເສີມການສ້າງຄອບຄົວຕົວແບບໃນການພັດທະນາສິນຄ້າຂອງຕົນກາຍເປັນສິນຄ້າລະດັບໂອດ໋ອບໃຫ້ ມີຄວາມຍືນຍົງ.

          ທ່ານລັດຖະມົນຕີກ່າວວ່າ: ງານວາງສະແດງສິນຄ້າຄັ້ງນີ້ຖືເປັນຄັ້ງທີ III ທີ່ກະຊວງອຸດສາຫະ ກຳ ແລະ ການຄ້າຈັດຂື້ນ. ນອກຈາກການວາງສະແດງ ແລະ ຂາຍສິ້ນຄ້າແລ້ວພາຍໃນງານຍັງຈະຈັດໃຫ້ມີການປະກວດສິນຄ້າດີເດັ່ນ, ການສຳມະນາແລກ ປ່ຽນຄວາມຮູ້ດ້ານການຜະລິດສິນຄ້າອື່ນໆອີກ.

No comments:

Post a Comment