Ad

Ad

12 May 2016

ອາ​ຊຽນຈະ​ຫັນປ່ຽນການ​ຈ້າງ​ງານ​​​ຈາກນອກລະບົບໃຫ້ເຂົ້າລະບົບເພື່ອ​ຄວາມ​ເປັນ​ທຳ

            ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 12, ​ ​ໄດ້ຈັດຂຶ້ນໃນວັນທີ 11 ພຶດສະພານີ້, ທີ່ນະຄອນ ຫລວງວຽງຈັນ, ​ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ  ຄຳແພງໄຊສົມແພງ ລັດຖະມົນຕີກະຊວແຮງງານແລະ ສະຫວັດດີການສັງຄົມ, ມີເຈົ້າໜ້າທີ່ອາວຸໂສ​​ແຮງງານ​ 10 ປະເທດອາຊຽນເຂົ້າຮ່ວມ​.

ທ່ານລັດຖະມົນຕີມີຄຳເຫັນໃນກອງປະຊຸມວ່າ: ສປປ ລາວ  ​ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ​​ແຮງງານອາຊຽນເປັເທື່ອທີ 3​ ແລ້ວ, ຊຶ່ງຄັ້ງທີ ໜຶ່ງຈັດຂຶ້ນ ​​ໃນປີ 2002, ຄັ້ງທີສອງປີ 2011 ແລະ ຄັ້ງນີ້ກໍເປັນຄັ້ງທີ 3, ​ເຊິ່ງເປັນກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 12 ​ພາຍໃຕ້ຫົວຂໍ້: “ການຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບເພື່ອຫັນໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າແລະເປັນທຳ​ ​ໃນອາຊຽນ”, ​ໂດຍ​​ໄດ້ສືບຕໍ່ຈາກກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 11 ​ໃນເດືອນພຶດສະພາ 2015 ຢູ່ມານິລາ, ປະເທດຟີລີປິນ. ກອງປະຊຸມດັ່ງກ່າວ ຈັດຂຶ້ນເພື່ອ​​ເປັນການປຶກສາຫາລືແລະ ປະຕິບັດພັນທະຕາມທີ່ໄດ້ລະບຸໄວ້ໃນເອກະສານຂອງ
ປະຊາຄົມວັດທະນະທຳ-ສັງຄົມທີ່ເຮັດບົດບາດເປັນເສນາທິການໃນການຄົ້ນຄວ້າບັນ ດາເອກກະສານສຳຄັນຕ່າງໆເພື່ອລາຍງານຂໍການພິຈາລະນາຈາກອງປະຊຸມລັດຖະມົນຕີແຮງງານອາຊຽນໃນແຕ່ລະຄັ້ງ. ດັ່ງນັ້ນ ກອງປະຊຸມຄັ້ງທີນີ້, ຈະໄດ້ປຶກສາຫາລືບັນຫາຕົ້ນຕໍຂອງວຽກແຮງງານທີ່ພົວພັນເຖິງວຽກງານເສດຖະກິດແລະ ສັງຄົມ, ​  ວ່າດ້ວຍການສ້າງຄວາມເຂັ້ມແຂງການປົກປ້ອງສັງຄົມ, ສົນທິສັນຍາອາຊຍນ ວ່າດ້ວຍການຕ້ານການຄ້າມະນຸດ, ​ໂດຍສະເພາະແມ່ຍິງແລະເດັກນ້ອຍ. ຂອບວຸດທິການສຶກສາອາຊຽນ, ​ແຜນງານລັດຖະມົນຕີ​​ແຮງງານອາຊຽນ 2016-2020, ​ແຜນງານຂອງຄະນະກຳມະການຈັດຕັ້ງປະຕິບັດຖະແຫລງການອາຊຽນວ່າດ້ວຍການປົກປ້ອງແລະ ຄຸ້ມຄອງສິດທິຂອງແຮງງານເຄື່ອນຍ້າຍ 2016-2020, ​ແຜນປະຕິບັດງານສຸຂະພາບແລະ ຄວາມປອດໄພອາຊຽນ 2016-2020 ​ແລະແຜນປະຕິບັດງານຂອງໜ່ວຍງານເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ແລະ ບັນຫາສຳຄັນຫນຶ່ງອີກຂອງກອງປະຊຸມຄັ້ງນີ້ແມ່ນການພິຈາລະນາຮ່າງຖະແຫລງການວຽງຈັນ ວ່າດ້ວຍການຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບເພື່ອ​​ສົ່ງເສີມວຽກງານທີ່ມີຄຸນຄ່າແລະເປັນທຳໃນອາຊຽນໂດຍຈະໄດ້ລາຍງານຕໍ່ກອງປະຊຸມລັດຖະມົນຕີ​​ແຮງງານອາຊຽນ ຄັ້ງທີ 24 ​ເພື່ອພິຈາລະນາຕໍ່ໄປ.

No comments:

Post a Comment