Ad

Ad

12 May 2016

ລາວ​​ເລັ່ງປາບ​ຕັກ​ແຕນ​​ໃນ​ເຂດ​ພາກ​ເໜືອ​ໃຫ້​ສຳ​ເລັດ​

               ກົມປູກຝັງ ກະຊວງກະສິກຳແລະ ປ່າໄມ້ໃຫ້ຮູ້ວ່າ: ປັດຈຸບັນໜ່ວຍງານຂອງຕົນໄດ້ປະສານສົມທົບກັບບັນ ດາທ້ອງຖິ່ນທີ່ເຄີຍມີການລະບາດຂອງຕັກແຕນທຳລາຍຕົ້ນເຂົ້າ ແລະ ຜົນລະປູກຕ່າງໆໃນເຂດພາກເໜືອໃຫ້ສຳເລັດ ໂດຍລັດຖະບານໄດ້ອະນຸມັດງົບປະມານແລ້ວຈຳນວນ 1,5 ຕື້ກວ່າກີບເພື່ອຈັດຕັ້ງປະຕິບັດແຜນປາບສັດຕູພືດດັ່ງກ່າວເພື່ອຮັບປະກັນບໍ່ໃຫ້ເກີດຄວາມເສຍຫາຍແກ່ຜົນຜະລິດ​.
             ກົມດັ່ງກ່າວໃຫ້ຮູ້ວ່າ: ຕັກແຕນແມ່ນສັດຕູພືດຊະນິດໜຶ່ງທີ່ເກາະກິນໃບພືດເປັນຫລັກແລ້ວສ້າງຄວາມເສຍຫາຍໃຫ້ແກ່ຜົນຜະລິດພືດຢ່າງຫລວງຫລາຍ, ພົບເຫັນການລະບາດຄັ້ງທຳອິດຂອງຕັກແຕນຊະນິດນີ້ແມ່ນຢູ່ພາກໃຕ້ປະເທດຈີນໄດ້ທຳລາຍພືດຫລາຍກວ່າ 25 ຊະນິດແຕ່ຫລັກໆກໍແມ່ນໃບໄມ້ປ່ອງ (ຕະກູນໄມ້ໄຜ່) ​ເມື່ອກິນໃບໄມ້ປ່ອງໝົດແລ້ວພວກມັນກໍຈະລົງໄປກັດກິນໃບເຂົ້າ, ​ສາລີແລະ ພືດອື່ນໆ, ພວກມັນມັກອາໄສຢູ່ຕາມລຽບແຄມແມ່ນ້ຳເຂດທີ່ມີຄວາອົງການອາຫານແລະ ການກະເສດ (FAO) ​ລາຍງານໃຫ້ຮູ້ວ່າ: ​ໄດ້ມີການລະບາດຂອງຕັກແຕນຊະນິດນີ້ຄັ້ງໃຫຍ່ຢູ່ສາທາລະນະລັດມາລາກັດສະກາໃນປີ 2013 ສົ່ງຜົນເຮັດໃຫ້
ປະຊາກອນຈຳນວນ 60% ຫລື ປະມານ 22 ລ້ານຄົນຂອງປະເທດຜະເຊີນກັບສະພາບຂາດເຂີນອາຫານ. ສຳລັບບັນດາ​​​ປະເທດໃກ້ຄຽງພວກເຮົາກໍເຄີຍມີການລະບາດເຊັ່ນຢູ່ປະເທດຫວຽດນາມ 2 ຄັ້ງ ຄືປີ 2008, 2012 ​ແລະ ປີ 2015 ຢູ່ປະເທດຈີນ.
               ສຳລັບ ສປປ ລາວ ມີການລາຍງານການລະບາດຄັ້ງທຳອິດໃນເດືອນຕຸລາ 2014 ຢູ່ເມືອງໂພນທອງແຂວງຫລວງພະບາງແລະ ຄັ້ງທີສອງແມ່ນເດືອນເມສາປີຕໍ່ມາຢູ່ເມືອງໂພນທອງແລະເມືອງວຽງຄຳແຂວງຫລວງພະບາງ, ​ເມືອງຊອນ, ​ເມືອງຊຳເໜືອແລະເມືອງຫົວເມືອງແຂວງຫົວພັນ, ​ເມືອງໃໝ່ແລະເມືອງຂວາແຂວງຜົ້ງສາລີເຮັດໃຫ້ການຜະລິດເຂົ້າໄຮ່, ​ເຂົ້ານາປີ, ສາລີແລະ ພືດສວນເສຍຫາຍຢ່າງໜັກໜ່ວງສົ່ງຜົນກະທົບຢ່າງໜັກຕໍ່ຜົຍຜະລິດຂອງປະຊາຊົນໃນຈຳນວນ 339 ບ້ານ, 3.359 ຄອບຄົວ ໂດຍມີເນື້ອທີ່ເສຍຫາຍທັງໝົດ 3.651 ​ເຮັກຕາ.
             ຕໍ່ບັນຫາດັ່ງກ່າວ, ກະຊວງກະສິກຳແລະ ປ່າໄມ້ ກໍຄືກົມປູກຝັງໄດ້ສົມທົບກັບອຳນາດການປົກຄອງຂັ້ນແຂວງ​, ຂັ້ນເມືອງມີມາດຕະການຕອບໂຕ້ຢ່າງຮີບດ່ວນໂດຍການຈັດຕັ້ງປະຕິບັດຕາມກົດໝາຍປ້ອງກັນພືດຢ່າງເຂັ້ມງວດ ແລະໄດ້ອອກແຈ້ງການໃຫ້ທ້ອງຖິ່ນເອົາໃຈໃສ່ກຳຈັດແລະ ຄວບຄຸມການລະບາດຂອງຕັກແຕນດັ່ງກ່າວໃຫ້ໄດ້ ໂດຍການແຕ່ງຕັ້ງຄະນະກຳມະການສະເພາະກິດຂັ້ນທ້ອງຖິ່ນແລະ ສູນກາງ ພ້ອມສົ່ງພະນັກງານວິຊາການລົງປະຈຳຢູ່ພື້ນທີ່ລະບາດ.
             ຄຽງຄູ່ກັນນັ້ນ ຍັງໄດ້ຕອບໂຕ້​​ ​ໂດຍການຈູດໄຟຮົມຄວັນໄລ່, ​ເກັບຕັກແຕນມາເຜົາທຳລາຍ, ນຳໃຊ້ວິທີການພົ່ນຢາທີ່ມີຜົນກະທົບໜ້ອຍທີ່ສຸດ, ຈັດເຝິກອົບຮົມດ້ານເຕັກນິກວິຊາການຕ່າງໆທີ່ກ່ຽວຂ້ອງ ພ້ອມທັງປະສານສົມທົບກັບອົງການອາຫານແລະ ການກະເສດ (FAO) ​ແລະ ສປ ຈີນໃນການສຳຫລວດແລະ ວາງແຜນກຳຈັດໃນໄລຍະສັ້ນ, ​ໄລຍະກາງແລະໄລຍະຍາວຕໍ່ໄປ.
             ສຳລັບລະດູຝົນປີ 2016 ທີ່ຈະມາເຖິງນີ້, ລັດຖະບານໄດ້ເອົາໃຈໃສ່ເປັນພິເສດເພື່ອຄວບຄຸມຕັກແຕນບໍ່ໃຫ້ແຜ່ກະຈາຍອອກໄປເປັນວົງກວ້າງໂດຍການອະນຸມັດໃຫ້ນຳໃຊ້ງົບປະມານບ້ວງແກ້ໄຂໄພພິບັດຈຳນວນ 1,56 ຕື້ກີບເຂົ້າໃສ່ວຽກງານດັ່ງກ່າວໃຫ້ມີປະສິດທິຜົນ, ພ້ອມທັງການຮ່ວມມືຈາກອົງການອາຫານແລະ ການກະເສດ (FAO​) ​ໃຫ້ ການສະໜັບສະໜູນທາງດ້ານວິຊາການ, ຊ່ຽວຊານ, ​ເຊົ່າລົດລົງພາກສະໜາມຈຳນວນ 24 ຄັນແລະ ສະໜອງວັດຖຸອຸປະກອນທີ່ຈຳເປັນຈຳນວນໜຶ່ງ ຄິດເປັນມູນຄ່າທັງໝົດ 328.811 ​ໂດລາສະຫະລັດແລະໄດ້ຮັບການຊ່ວຍເຫລືອບັ້ງສີດຢາ ຈຳນວນ 200 ອັນແລະ ຢາປາບສັດຕູພືດ ຈຳນວນ 18 ພັນກິໂລ ຈາກ ສປ ຈີນ.

             ​ເພື່ອໃຫ້ໄປຕາມແຜນການທີ່ວາງໄວ້​, ມາຮອດປັດຈຸບັນກົມປູກຝັງພວມຂຸ້ນຂ້ຽວເປີດຂະບວນການປາບປາມແລະ ຄວບຄຸມການລະບາດຂອງຕັກແຕນຝູງດັ່ງກ່າວຢ່າງ​​ເຂັ່ງຮ້ອນໂດຍການຈັດສົ່ງພະນັກງານລົງໄປປະສານສົມ ທົບກັບພະນັກງານວິຊາການຂັ້ນແຂວງ, ຂັ້ນເມືອງແລະ ອຳນາດການປົກຄອງບ້ານຕ່າງໆໃນເຂດມີການລະບາດຈຳນວນ 500 ກວ່າຄົນເພື່ອລະດົມຂົນຂວາຍປະຊາຊົນສີດຢາໃນຈຸດທີ່ຕັກແຕນວາງໄຂ່ເຊິ່ງເປັນເຂດຄອຍຊັນຫຍຸ້ງ ຍາກຕໍ່ການເຂົ້າເຖິງໂດຍພື້ນທີ່ຕັກແຕນລະບາດໃນປີນີ້ລວມມີທັງໝົດ 11 ​ເມືອງໃນ 3 ​ແຂວງພາກເໜືອ ຄືເມືອງງອຍ, ວຽງຄຳ, ປາກແຊງ, ​ໂພນທອງ, ​ໂພນໄຊ, ປາກອູແຂວງຫລວງພະບາງ, ​ເມືອງໃໝ່ແຂວງຜົ້ງສາລີ, ​ເມືອງຮ້ຽມ, ຊ່ອນ, ຫົວເມືອງແລະເມືອງຊຳເໜືອແຂວງຫົວພັນ. ປັດຈຸບັນສຳເລັດການສີດຢາໄປແລ້ວປະມານ 30% ຂອງແຜນ ການທັງໝົດ 140 ຈຸດແລະ ຄາດວ່າຈະໃຫ້ສຳເລັດ​​ທັງໝົດໃນທ້າຍເດືອນກໍລະກົດທີ່ຈະເຖິງນີ້.

No comments:

Post a Comment