Ad

Ad

12 May 2016

ການຄ້າຂາຍໄມ້ເຖື່ອນຢູ່ຫຼາຍແຂວງມີທ່າອ່ຽງຫຼຸດໜ້ອຍລົງ

ໜ່ວຍງານການກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ລາຍງານວ່າ: ສະເພາະເດືອນ ພຶດສະພານີ້, ເຈົ້າໜ້າທີ່ກວດກາປ່າໄມ້ຢູ່ບັນດາແຂວງ ແລະ ທ້ອງຖິ່ນຕ່າງໆ,ໄດ້ລົງຕິດຕາມກວດ ກາຂະບວນການລັກລອບຕັດ ແລະ ເຄື່ອນຍ້າຍໄມ້ແບບຜິດກົດໝາຍ ແລະ ສາມາດຍຶດໄມ້ ໄດ້ 2 ກໍລະນີ ມີໄມ້ 21 ຕັບ, ໃນບໍລິມາດ 3,5 ແມັດກ້ອນ ຢູ່ແຂວງຫົວພັນ ແລະ ຢູ່ແຂວງສະຫວັນນະເຂດ, ສາມາດຍຶດໄມ້ບານປະຕູໄດ້ 550 ເສັ້ນ, ມີບໍລິມາດ 6,64 ແມັດກ້ອນ ແລະ ສາມາດດຳເນີນຄະດີຕໍ່ຜູ້ທີ່ບຸກລຸກຊັບພະຍາກອນປ່າ ໄມ້ ມີ 3 ກໍລະນີ, ເພື່ອແນ່ໃສ່ສະກັດກັ້ນການລັກລອບຕັດໄມ້ດັ່ງກ່າວໃຫ້ໝົດໄປ ແລະ ເມື່ອທຽບໃສ່ໄລຍະຜ່ານມາແລ້ວເຫັນວ່າການ
ຄ້າຂາຍໄມ້ເຖື່ອນຢູ່ບັນດາແຂວງຕ່າງໆມີທ່າອ່ຽງຫຼຸດໜ້ອຍລົງ, ທັງນີ້ກໍຍ້ອນວ່າກຳລັງເຈົ້າໜ້າທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ໃນການຄຸ້ມຄອງ ແລະ ກຳຈັດຂະບວນການລັກລອບຕັດໄມ້ ແລະ ຄ້າ-ຂາຍໄມ້ຢ່າງຜິດກົດໝາຍດັ່ງກ່າວ ແລະ ພ້ອມນັ້ນກໍໄດ້ເພີ່ມທະວີວຽກງານຄຸ້ມຄອງ ແລະ ກວດກາປ່າໄມ້ໃຫ້ເຂັ້ມງວດກວ່າເກົ່າ,ຜູ້ລາຍງານ່າວໃຫ້ຮູ້ອີກວ່າ: ຍັງອີກປະມານ 2 ອາທິດກໍຈະເຖິງວັນປູກຕົ້ນໄມ້ແຫ່ງຊາດແລ້ວຈຶ່ງຂໍຝາກເຖິງທຸກຄົນໃສສັງຄົມ,ໂດຍສະເພາະແມ່ນຜູ້ປະກອບການຄ້າ-ຂາຍໄມ້ຈົ່ງຊ່ວຍກັນປະກອບສ່ວນເຂົ້າຮ່ວມຂະບວນປູກໄມ້ປີນີ້ໃຫ້ມີບັນຍາກາດຟົດຟື້ນ ແລະ ກວ້າງຂວາງ. ບົນຈິດໃຈເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ໃນປະເທດເຮົານັບມື້ຫຼາຍຂຶ້ນ ແລະ ສາມາດລົດພາລະໂລກຮ້ອນດັ່ງທີ່ເປັນຢູ່ໃນປັດຈຸບັນ.

No comments:

Post a Comment