Ad

Ad

12 May 2016

ອຸດສາຫະກຳປຸງແຕ່ງເປັນທ່າແຮງສຳຄັນໃນການພັດທະນາປະເທດ

ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ປັດຈຸບັນເສດຖະກິດ ຂອງປະເທດເຮົາໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຊັ່ນດຽວກັບວຽກງານຜະລິດອຸດສາ ຫະກຳປຸງແຕ່ງ ແລະ ຫັດຖະກຳກໍ່ສືບຕໍ່ຂະຫຍາຍຕົວເຊັ່ນກັນ, ສະ ເພາະປີຜ່ານມາມູນຄ່າການຜະລິດອຸດສາຫະ ກຳປຸງແຕ່ງກວມເອົາ 4% ຂອງມູນຄ່າການຜະລິດອຸດສາຫະກຳ ແລະ ຫັດຖະກຳທັງໝົດ, ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າປັດຈຸບັນທົ່ວປະເທດມີເຂດອຸດສາຫະກຳຫຼາຍກວ່າ 60 ເຂດ ແລະ ມີໂຮງງານອຸດສາຫະກຳຫຼາຍກວ່າ 40 ພັນຫົວໜ່ວຍ, ໃນນັ້ນມີໂຮງງານຂະໜາດໃຫຍ່ຫຼາຍກວ່າ 450 ຫົວໜ່ວຍ ແລະ ຂະໜາດກາງຫຼາຍກວ່າ 580 ຫົວໜ່ວຍ, ຂະຫາຍນ້ອຍ 10 ພັນກວ່າຫົວໜ່ວຍ ແລະ ໂຮງງານແບບຄອບຄົວຫຼາຍກວ່າ 27 ພັນຫົວໜ່ວຍ, ພົ່ນເດັ່ນ ກວ່າໝູ່ແມ່ນໂຮງງານເບຍລາວ, ໂຮງງານແປ້ງມັນຕົ້ນ, ຢາສູບ, ຢາງພາລາ ແລະ ໂຮງ ງານປຸງແຕ່ງຈາກພືດ
ກະສິກຳຈຳນວນໜຶ່ງ, ຊຶ່ງເປັນທ່າແຮງທາງດ້ານເສດຖະກິດຂອງ ປະເທດຄື: ປີ 2015 ຜ່ານມາຈຳນວນໂຮງງານອຸດສາຫະກຳປຸງແຕ່ງໄດ້ເພີ່ມຂຶ້ນຫຼາຍສົມ ຄວນ ແລະ ສ່ວນຫຼາຍແມ່ນໂຮງງານຂະໜາດນ້ອຍເຊັ່ນ: ໂຮງສີເຂົ້າ, ໂຮງງານນ້ຳດື່ມ, ໂຮງງານເສັ້ນລ້ອນ-ໝີ, ໂຮງການດິນຈີ່-ດິນບ໋ອກ ແລະ ອື່ນໆ, ສ່ວນຫັດຖະກຳທີ່ເປັນທ່າແຮງໃນໃນປັດຈຸບັນມີ: ຫັດຖະກຳຕ່ຳຫູກ- ຕ່ຳແຜນ, ຍ້ອມສີທຳມະຊາດ, ຈັກສານ ແລະ ແກະສະ ຫຼັກໄມ້ທີ່ພວມມີການຂະຫາຍຕົວຢ່າງກ້ວາງຂວາງ, ຊຶ່ງນອກຈາກຈະສ້າງວຽກເຮັດງານທຳໃຫ້ສັງຄົມແລ້ວ, ຍັງຊ່ວຍສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ປະເທດຊາດອີກດ້ວຍ.

ກະຊວງດັ່ງກ່າວໃຫ້ຮູ້ອີກວ່າ: ຈາກການເພີ່ມຂື້ນຂອງອຸດສາຫະກຳໄດ້ເຮັດໃຫ້ມູນຄ່າການສົ່ງອອກສິນຄ້າຂອງລາວເພີ່ມຂຶ້ນໃນແຕ່ລະປີ ແລະ ການນຳເຂົ້າກໍເພີ່ມຂື້ນເຊັ່ນກັນ, ຍ້ອນຄວາມຕ້ອງການວັດຖຸດິບທີ່ເພີ່ມຫຼາຍຂຶ້ນເຊັ່ນ: ພາຫະນະ, ນ້ຳມັນເຊື້ອໄຟ, ອາຍແກ໋ສ , ອຸ ປະກອນກໍ່ສ້າງ ແລະ ອື່ນໆ, ສຳລັບການພົວພັນດ້ານການຄ້າກັບສາກົນກໍສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ພົ້ນເດັ່ນທີ່ສຸດແມ່ນການເຂົ້າເປັນປະຊາຄົມເສດຖະກິດອາຊຽນ (AEC) ໃນທ້າຍປີ 2015 ຊຶ່ງໄດ້ເປີດໂອກາດທີ່ຫຼາກຫຼາຍດ້ານການຄ້າຂອງລາວ.

No comments:

Post a Comment