Ad

Ad

12 May 2016

ບັນດາ​ປະ​ເທດ​ອາຊີ-ປາຊີ​ຟິກຕ້ອງເພີ່ມທະວີຂະ​ຫຍາ​ຍການ​ຜະລິດ​ໃຫ້ສູງຂຶ້ນ

ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາເສດຖະກິດ-ສັງຄົມ UNESCAP ​ເປີດເຜີຍໃນພິທີ​​ເຜີຍແຜ່ຜົນການສຳຫຼວດສະພາບເສດ ຖະກິດ-ສັງຄົມຢູ່ອາຊີ- ປາຊີຟິກປະຈຳປີ 2016 ​ນີ້ວ່າ: ​ເສດຖະກິດທົ່ວພາກພື້ນດັ່ງກ່າວມີການຂະຫຍາຍຕົວຊ້າໂດຍສ່ວນໜຶ່ງແມ່ນມາຈາກການຜະລິດທີ່ຫຼຸດລົງ, ດັ່ງນັ້ນອົງການ ( UNESCAP ) ​ໄດ້ແນະນຳໃຫ້ບັນດາປະເທດໃນຂົງເຂດດັ່ງກ່າວເພີ່ມຄວາມພະຍາຍາມກະຕຸ້ນຄວາມຕ້ອງການພາຍໃນປະເທດ ​​ແລະ ພາກພື້ນໃຫ້ຫຼາຍຂຶ້ນ, ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດແລະ ຄວນສຸມໃສສົ່ງເສີມການຜະລິດ, ​ເພີ່ມຄ່າແຮງງານ ແລະ ຂະຫຍາຍການຜະລິດໃຫ້ຫຼາຍຂຶ້ນ, ​ລວມທັງ ສປປ ລາວ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດ, ສຳລັບ ສປປ ລາວ ແລະ ສິ່ງສຳຄັນຕ້ອງຮັບປະກັນຄວາມສະເໜີພາບໃນການເພີ່ມຄ່າໃຊ້ຈ່າຍທທາງສັງຄົມ ແລະ ການສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດ.


            ຜູ້ຕາງໜ້າອົງການ UNESCAP  ກ່າວ​​ວ່າ: ສຳລັບບາດກ້າວຕໍ່ໄປຂອງການເຕີບໂຕທາງດ້ານເສດຖະກິດຢູ່ອາຊີ-ປາຊີຟິກຄວນໄດ້ຮັບການຂັບ​​ເຄື່ອນຈາກຜົນໄດ້ຮັບຈາກການຜະລິດຢ່າງກ້ວາງຂວາງ, ​ເຖິງວ່າການສົ່ງເສີມການຜະລິດດັ່ງກ່າວຕ້ອງໄດ້ນຳໃຊ້ງົບປະມານທີ່ເພີ່ມຂຶ້ນແລະ ສອດຄ່ອງກັບເປົ້າໝາຍ, ພັດທະນາທັດສະ, ປັບປຸງພື້ນຖານໂຄງລ່າງແລະ ຍົກສູງການຜະລິດກະສິກຳແລະ ປັບປຸງຄຸນນະພາບຂອງການເຕີບໂຕທາງດ້ານ​​ເສດຖະກິດໄປສູ່ຄວາມສົມສ່ວນແລະຍືນຍົງ

No comments:

Post a Comment