Ad

Ad

12 May 2016

ປກສ ​ເມືອງ​ລອງ​ຈັບ​ກຸມ​ເຄືອ​ຂ່າຍ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່

ຂ່າວ-ພາບ: ຫນັງສືພິມ ປກສ
            ກອງບັນຊາການ ປກສເມືອງລອງແຂວງຫລວງນ້ຳທາ ລາຍງານໃຫ້ຮູ້ວ່າ: ​ເມື່ອບໍ່ດົນມານີ້, ກຳລັງເຈົ້າໜ້າທີ່ຂອງຕົນສາມາດຈັບກຸມ​​ເຄືອຂ່າຍຄ້າຂາຍຢາເສບຕິດລາຍໃຫຍ່ຢູ່ເສັ້ນທາງ 17B ​ເຂດຊຽງກົກ ລວມມີທ້າວ ຈໍລາ ອາ ຍຸ 33 ປີ ຢູ່ບ້ານກໍຈໍ, ທ້າວ ລໍຕູ ອາຍຸ 20 ປີ ຢູ່ບ້ານກໍລາກາ ທັງສອງຖືສັນຊາດມຽນມາຢູ່ເມືອງທ່າຂີ້ເຫລັກ ປະເທດມຽນມາແລະ ທ້າວ ອາຕີ ອາຍຸ 28 ປີ ຢູ່ບ້ານຈະເລີໄຊເມືອງລອງແຂວງຫລວງນ້ຳທາ ພ້ອມຂອງກາງຢາເສບຕິດປະເພດຢາໄອ ຈຳນວນ 10 ກິໂລ ຊຸກເຊື່ອງໄວ້ໃນຢາງລົດສຳຮອງ (ຢາງສະກົວ) ຈຶ່ງໄດ້ຢຶດໄວ້ເປັນຫລັກຖານ​​ເພື່ອດຳເນີນຄະດີ ພ້ອມລົດກະບະໜຶ່ງຄັນ, ​ເງິນ 61 ພັນກວ່າບາດ (ສະກຸນເງິນໄທ), 27 ພັນກວ່າຈາດ (ສະກຸນເງິນມຽນມາ), ​ເງິນກີບອີກຈຳນວນໜຶ່ງແລະໂທລະສັບມືຖື 3 ໜ່ວຍທີ່ພວກເຂົານຳໃຊ້ເຂົ້າໃນການເຄື່ອນໄຫວກະທຳຜິດຄັ້ງນີ້.

              ​ເຈົ້າໜ້າທີ່ໃຫ້ຮູ້ວ່າ: ການຈັບກຸ່ມຄ້າຂາຍຢາເສບຕິດລາຍໃຫຍ່ນີ້ໄດ້ແມ່ນໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການຂົນສົ່ງຢາເສບຕິດເປັນຈຳນວນຫລາຍຜ່ານເຂດເມືອງລອງຈຶ່ງໄດ້ຈັດວາງກຳລັງເພື່ອສະກັດຕາມເສັ້ນທາງຈຸດສຳຄັນດັ່ງກ່າວ ແລະສາມາດຈັບຕົວຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍບ້ານເມືອງ.

No comments:

Post a Comment