Ad

Ad

11 May 2016

ການພົວພັນລາວ-ອາ​ເມ​ລິ​ກາໄດ້​ຮັບ​ການ​ເສີມ​ຂະຫຍາຍ​

ກອງປະຊຸມສອງຝ່າຍລະຫວ່າງ ສປປ ລາວແລະ ສະຫະລັດອາເມລິກາ ປະຈຳປີ 2016 ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນເມື່ອບໍ່ດົນມານີ້ເຊິ່ງຝ່າຍລາວນຳໂດຍທ່ານແສງເພັດ ຮ່ວງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດແລະ ຝ່າຍສະຫະລັດອາເມລິກາແມ່ນທ່ານ ດານຽວ ຣັດເຊ ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມລິກາ. ນອກຈາກນີ້ ຍັງມີຜູ້ຕາງໜ້າຈາກກະຊວງປ້ອງກັນປະເທດແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາເຂົ້າຮ່ວມນຳດ້ວຍ.

          ກອງປະຊຸມໄດ້ຕີລາຄາສູງຕໍ່ສາຍພົວພັນລະຫວ່າງສອງປະເທດທີ່ເຫັນວ່າໄດ້ຮັບການເສີມຂະ ຫຍາຍແໜ້ນແຟ້ນຍິ່ງຂຶ້ນ ລວມເຖິງການປຶກສາຫາລືກ່ຽວກັບຄວາມໝາຍສຳຄັນຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງທຳອິດຂອງປະທານາທິບໍດີສະຫະລັດອາເມລິກາ ທ່ານ ບາຣັກໂອບາມາໃນເດືອນກັນຍາປີນີ້, ພ້ອມທັງປຶກສາຫາລືກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ທີ່ຈະໄດ້ຕ້ອນຮັບບັນດາຜູ້ນຳໂລກມາຮ່ວມກອງປະຊຸມຄັ້ງສຳຄັນດັ່ງກ່າວນຳດ້ວຍ.
           ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມລິກາໄດ້ມີຄຳເຫັນຕໍ່ກອງປະຊຸມຄັ້ງນີ້ວ່າ: ສະຫະລັດອາເມລິກາຢືນຢັນທີ່ຈະສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວໃນການແກ້ໄຂບັນຫາລະເບີດບໍ່ທັນແຕກເພື່ອຮັບປະກັນບໍ່ໃຫ້ມີຜູ້ບາດເຈັບ ຫລືເສຍຊີວິດຈາກລະເບີດບໍ່ທັນແຕກ. ນອກຈາກນີ້ ຍັງໄດ້ທົບທວນຄືນກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດການຂຸດຄົ້ນສິ່ງເສດເຫລືອຂອງບັນດານາຍ ແລະ ພົນທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.

           ​ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລາວແສງເພັດ ຮ່ວງບຸນຍວງໄດ້ສະແດງຄວາມຂອບໃຈຕໍ່ສະຫະລັດອາເມລິກາທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວໃນໄລຍະຜ່ານມາ ກໍຄືເປົ້າໝາຍຂອງແຜນງານການໃຫ້ຄວາມຊ່ວຍເຫລືອພັດທະນາຂອງສະຫະລັດອາເມລິກາຮອບດ້ານໃນລາວທີ່ມີມູນຄ່າປະມານ 50 ລ້ານໂດລາສະຫະລັດໂດຍສະເພາະໃນຂະແໜງໂພຊະນາການ, ສາທາລະນະສຸກ, ສຶກສາ, ການຄ້າ, ຍຸຕິທຳແລະ ການພັດທະນາຊັບພະຍາກອນມະນຸດນຳດ້ວຍ.

No comments:

Post a Comment