Ad

Ad

11 May 2016

ຕະຫຼາດນັດແຮງງານ ແລະ ການສຶກສາຄັ້ງທີ V ປະຈຳປີ 2016 ຈະຈັດຂື້ນໃນວັນທີ 20 ພຶດສະພານີ້ ທີນະຄອນຫຼວງວຽງຈັນ

ທ່ານ ຮອງສາສະດາຈານ ແກ້ວອຸດົມ ແສນສະຫວັດ ຮອງຄະນະບໍດີຄະນະວິສະວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດໃຫ້ຮູ້ວ່າ: ຄະນະຂອງຕົນຈະຮ່ວມກັບສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດ ແລະ ສະພາການຄ້າ ເລະ ອຸດສາຫະກຳເອຣົບປະຈຳລາວ ຈັດງານຕະຫຼາດນັດແຮງງານ ແລະ ການສຶກສາຄັ້ງທີ V ປະຈຳປີ 2016 ຂື້ນໃນວັນທີ 20 ພຶດສະພານີ້ທີຄະນະ ຄວສ ມະຫາວິທະຍາໄລແຫ່ງຊາດ,ໂດຍຈະເລີ່ມແຕ່ເວລາ  9 : 00 - 16 : 00 ໂມງ,ຊຶ່ງຈະມີຫຼາຍໆອັນພິເສດກວ່າທຸກໆປີຜ່ານມາ,ເນື່ອງຈາກວ່າຈະມີນັກຮຽນມັດທະຍົມຕອນປາຍ ແລະ ສູນຝຶກວິຊາຊີບເຂົ້າຮ່ວມນຳດ້ວຍ,ເພື່ອຊ່ວຍເພື່ອສ້າງແຮງບັນດານໃຈໃຫ້ນັກຮຽນເຫຼົ່ານັ້ນມີແນວຄວາມຄິດ ແລະ ວາງແຜນສາຂາວິຊາຮຽນທີ່ຈະສາມາດເຮັດໃຫ້ເຂົາເຈົ້າໄດ້ເລືອກຮຽນສາຂາວິຊາຊີບທີ່ຈະໄດ້ເຮັດວຽກກັບບັນດາຫົວໜ່ວຍທຸລະກິດທີ່ຈະມາຮ່ວມໃນງານຄັ້ງນີ້ຫຼາຍກວ່າ 30 ບໍລິສັດ.

ຮອງຄະນະບໍດີຄະນະດັ່ງກ່າວໃຫ້ຮູ້ອີກວ່າ: ການຈັດຕະຫຼາດນັດແຮງງານ ເລະ ການສຶກສາຂື້ນແຕ່ລະຄັ້ງກໍເພື່ອເປັນການເປີດໂອກາດໃຫ້ນັກສຶກສາໃກ້ຈະຮຽນຈົບ,ຜູ້ໃຊ້ແຮງງານ,ຜູ້ອອກແຮງງານ ,ຜູ້ທີ່ກຳລັງຊອກຫາວຽກ ແລະ ຜູ້ທີ່ຍາກປ່ຽນວຽກໃໝ່ໄດ້ມີໂອການເລືອກວຽກເຮັດຕາມທີ່ຕົນມັກ,ທັງເປັນການຊຸກຊູ້ສົ່ງເສີມໃຫ້ຜູ້ອອກ ແຮງງານໄດ້ເຂົ້າເຖິງຂໍ້ມູນຂ່າວສານດ້ານຕະຫຼາດແຮງງານໄດ້ຢ່າງກ້ວາງຂວາງ.ດັ່ງນັ້ນໃນໂອກາດນີ້ຈຶ່ງຂໍເຊີນຊວນນັກຮຽນນັກສຶກສາ ແລະ ຊາວຜູ້ອອກແຮງງານຜູ້ທີ່ຕ້ອງການຂໍ້ມູນຂ່າວສານໃນການເຮັດວຽກຈົ່ງເຂົ້າຮ່ວມໃນງານດັ່ງກ່າວດ້ວຍ.    
ຫາລືແລກປ່ຽນຂໍ້ມູນການຄົ້ນຄວ້າກະສິກໍາຢູ່ລາວພະນັກງານ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບກຸ່ມທີ່ປຶກສາເພື່ອການຄົ້ນຄວ້າກະສິກໍາໃນລະດັບສາກົນ(CGIAR) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນດ້ານການສຶກສາຄົ້ນຄວ້າກະສິກໍາ ຢູ່ ສປປ ລາວ  ໃນວັນທີ 10 ພຶດສະພານີ້, ທີ່ນະຄອນ ຫລວງວຽງຈັນ. ເພື່ອຮັບປະກັນໃຫ້ການສຶກສາຄົ້ນຄວ້າ ຮັບໃຊ້ບູລິມະສິດຂອງລັດຖະບານ ໄດ້ຢ່າງມີປະສິດທິພາບ.
ທ່ານ ພວງປະຣິສັກ ປະວົງວຽງຄໍາ ຮອງລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າ: ລັດຖະບານໄດ້ຮັບຮູ້ບົດບາດຂອງບັນດາສູນ ແລະ ແຜນງານຂອງກຸ່ມທີ່ຄົ້ນຄວ້າກະສິກໍາສາກົນ ທີ່ໄດ້ປະກອບສ່ວນສ້າງສາພັດທະນາລະບົບການສຶກສາຄົ້ນຄວ້າກະສິກໍາຂອງລາວ ພ້ອມທັງຍົກສະ ມັດຕະພາບທາງດ້ານຊັບພະຍາກອນມະນຸດ ແລະ ຜົນຜະລິດກະສິກໍາຢູ່ ສປປ ລາວ  ເຊິ່ງມີຫລາຍອັນພົ້ົ້ນເດັ່ນໃນບັນດາກິດຈະກໍາຕ່າງໆຂອງການສຶກສາຄົ້ນຄວ້າເຊັ່ນ: ສະຖາບັນຄົ້ນຄວ້າເຂົ້າສາກົນ ທີ່ໄດ້ສຶກສາຄົ້ນຄວ້າພັດທະນາ ແລະ ປັບປຸງແນວພັນເຂົ້າ, ສ້າງຄວາມສາມາດໃຫ້ແກ່ນັກຄົ້ນຄວ້າລາວຮວບຮວມຄວາມຫລາກຫລາຍຂອງເຂົ້າຢູ່ ສປປ ລາວ ແລະ ຍັງມີສູນສຶກສາສາກົນ ເພື່ອການກະສິກໍາໃນເຂດຮ້ອນ ທີ່ໄດ້ລົງເລິກດ້ານເຕັກໂນໂລຊີ ການລ້ຽງສັດ ແລະ ປູກຫຍ້າ ລວມທັງການປັບປຸງລະ ບົບຕະຫລາດ ນອກນີ້ ຍັງມີສະຖາບັນຄຸ້ມຄອງນ້ຳສາກົນທີ່ໄດ້ໃຫ້ການສະໜັບສະໜູນລັດຖະບານ ແລະ ກະຊວງກະສິກໍາ-ປ່າໄມ້ ໃນການປັບປຸງຍຸດທະສາດການຄຸ້ມຄອງນ້ຳ ແລະ ຊອກຫາວິທີຈະດຶງເອົາຜົນປະໂຫຍດຈາກແຮງບົມຊ້ອນຂອງພະລັງງານນ້ຳ ແລະ ອື່ນໆ.

ທ່ານ ປີເຕິ ແມກຄໍນິກ ຮອງຜູ້ອໍານວຍການອົງການຄຸ້ມຄອງນ້ຳສາກົນ ໄດ້ກ່າວວ່າ: ກຸ່ມທີ່ປຶກສາເພື່ອການຄົ້ນຄວ້າກະສິກໍາສາກົນ ແມ່ນຄູ່ຮ່ວມງານການສຶກສາຄົ້ນຄວ້າດຽວທີ່ໄດ້ລົງເລິກວຽກງານການສຶກສາຄົ້ນຄ້ວາກະສິກໍາ ເພື່ອການພັດທະນາ ປະກອບມີ 15 ສູນຄົ້ນຄ້ວາ ແລະ 16 ແຜນງານຄົ້ນຄວ້າ. ສຳລັບແຜນງານທີ່ປະຕິບັດຢູ່ ສປປ ລາວ ລວມມີ ແຜນງານນ້ຳ, ດິນຟ້າອາກາດ, ລະບົບນິເວດວິທະຍາ; ການປ່ຽນແປງດິນຟ້າອາກາດ, ກະສິກໍາ ແລະ ການຄໍ້າປະກັນສະບຽງອາຫານ; ຮາກ, ຫົວ, ໜໍ່ ແລະ ໝາກກ້ວຍ ແລະ ຄູ່ຮ່ວມງານວິທະຍາສາດເຂົ້າໂລກ. ປັດຈຸບັນ ກຸ່ມທີ່ປຶກສາເພື່ອການຄົ້ນຄ້ວາກະສິກໍາສາກົນ ກໍາລັງຈັດຕັ້ງປະຕິບັດໂຄງການຕ່າງໆຫລາຍກວ່າ 25 ໂຄງການທີ່ນອນຢູ່ໃນເກືອບທຸກແຂວງຂອງລາວ ເຊິ່ງໂຄງການດັ່ງກ່າວ ແມ່ນນັບແຕ່ການເພີ່ມທະວີຜົນຜະລິດກະສິກໍາ ໂດຍການນໍາໃຊ້ນ້ຳບາດານເພື່ອການຊົນລະປະທານແບບຍືນຍົງ, ທາງເລືອກການຊົມໃຊ້ດິນ, ການປັບປຸງດິນ ແລະ ການຮັກສານ້ຳ, ລະບົບປູກເຂົ້າໂດຍມີປ່າກະສິກໍາເປັນພື້ນຖານ, ກະສິກໍາແບບປະສົມປະສານ ໄປເຖິງກະສິກໍາທີ່ປັບຕົວຕໍ່ການປ່ຽນແປງດິນຟ້າອາກາດໂດຍການເຮັດກະສິກໍາທີ່ທົນທານກັບສະພາບດິນຟ້າອາກາດ, ການຫລຸດຜ່ອນຄວາມສ່ຽງ ແລະ ການປັບປຸງຊີວິດການເປັນຢູ່ຂອງຊາວນາປູກເຂົ້າຕະຫລອດຮອດການຜະລິດເພື່ອເປັນສິນຄ້າເຊັ່ນ: ການຕຕະຫລາດສໍາລັບຜົນຜະລິດມັນຕົ້ນ, ການປູກຢາງພາລາຢ່າງມີຄວາມຮັບຜິດຊອບ, ຄວາມສາມາດໃນການປັບຕຕົວຂອງເພດຍິງ ແລະ ກູມຄົນຊົນເຜົ່າ.

No comments:

Post a Comment