Ad

Ad

11 May 2016

ລາວ-ອາ​ຊຽນ ຫາລື​ວຽກ​ງານ​ປົກ​ປ້ອງ ​ແລະ ສົ່ງ​ເສີມ​ສິດທິ​ແຮງ​ງານ​ເຄື່ອນ​ຍ້າຍ​

ກອງະຊຸມຄະນະກຳມະການອາຊຽນເພື່ອຈັດຕັ້ງປະຕິບັດຖະແຫລງການອາຊຽນ ວ່າດ້ວຍການປົກປ້ອງແລະ ສົ່ງເສີມສິດທິ​​ແຮງງານເຄື່ອນຍ້າຍ ຄັ້ງທີ 9, ​ໄດ້ຈັດຂຶ້ນໃນວັນທີ 10-11 ພຶດສະ ພານີ້, ທີ່ນະຄອນຫລວງວຽງຈັນ, ​ໂດຍ​​ການເຂົ້າຮ່ວມຂອງທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງານກະຊວງ​​ແຮງງານແລະ ສະຫວັດດີກາ ສັງຄົມ, ມີບັນດາຜູ້ຕາງໜ້າຈາກ 10 ປະເທດອາຊຽນເຂົ້າຮ່ວມ.
          ທ່ານໂຈມແຍງແພງທອງສະຫວັດ ຮອງຫົວໜ້າກົມແຜນການແລະ ການຮ່ວມມື ກະຊວງແຮງງານແລະ ສະຫວັດດີການສັງຄົມ, ທັງເປັນປະທານກອງປະຊຸມ ກ່າວວ່າ: ກອງປະຊຸມຄັ້ງນີ້ ນອກຈາກຈະທົບທວນຄືນບັນດາ​​ແຜນວຽກ, ​ແຜນການແລະໂຄງການຕ່າງໆທີ່ອາຊຽນໄດ້ຮ່ວມກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາແລ້ວ ຍັງຈະມີການປຶກສາຫາລືຄວາມຄືບໜ້າບັນຫາສຳຄັນອື່ນໆ​ ​ເພື່ອ​​ຈະນຳ​​ໄປສະເໜີຕໍ່
ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ, ​ໂດຍສເພາະ ຮ່າງນິຕິກຳການປົກປ້ອງແລະ ສົ່ເສີມສິດທິແຮງງານເຄື່ອນຍ້າຍ, ​ເນື່ອງຈາກວ່າ 5 ປີຜ່ານມາ, ບັນດາປະເທດສະມາຊິກອາຊຽນໄດ້ປຶກສາຫາລືກັນຫລາຍຄັ້ງແຕ່ຍັງບໍ່ສາມາດເປັນເອກກະພາບກັນໄດ້, ​ໃນບັນຫານີ້ ກອງປະຊຸມຈະສຸມໃສ່ປຶກສາຫາລືຮ່າງແຜນງານຂອງຄະນະກຳມະການອາຊຽນວ່າດ້ວຍການປົກປ້ອງແລະ ສົ່ງເສີມສິດທິແຮງງານເຄື່ອນຍ້າຍໃນອາຊຽນ 2015-2020, ​ເຊິ່ງເປັນແຜນງານຕົວແບບທີ່ກອງປະຊຸມເທື່ອນີ້ຈະໄດ້ເປັນເອກກະພາບແລະ ຕົກລົງຮັບຮອງເອົາ ພ້ອມທັງກຳນົດບັນດາກິດຈະກຳແລະໂຄງການຕ່າງໆ, ​ໂດຍມອບໃຫ້ປະເທດໃດໜຶ່ງເປັນເຈົ້າຂອງໂຄງການ, ​ເພື່ອຮ່ວມກັນລະດົມທຶນເຂົ້າໃນການຈັດຕັ້ງປະຕິບັດ​​ໃຫ້ສຳເລັດໃນປີ 2020.

ກອງປະຊຸມຄັ້ງນີ້ ຖືວ່າເປັນກອງປະຊຸມປິ່ນອ້ອມໜຶ່ງຂອງກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 24, ​ເຊິ່ງຈະມີຂຶ້ນ​​ໃນທ້າຍອາທິດນີ້, ລວມມີ 8 ກອງປະຊຸມຄື: ກອງປະຊຸມຄະນະກຳມະການ​ ​ເພື່ອຈັດຕັ້ງປະຕິບັດຖະແຫລງການອາຊຽນວ່າດ້ວຍການປົກປ້ອງແລະ ສົ່ງເສີມສິດທິຂອງແຮງງານເຄື່ອນຍ້າຍອາຊຽນ ຄັ້ງທີ 9; ກອງປະຊຸມເຈົ້າໜ້າທີ່ອາວຸໂສ​​ ຄັ້ງທີ 12; ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ +3 ຄັ້ງທີ 14; ກອງປະຊຸມພັດທະນາຊັບພະຍາກອນມະນຸດອາຊຽນ ຄັ້ງທີ 5; ກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ 24,​ ​ກອງປະຊຸມລັດຖະມົນຕີ​​ແຮງງານອາຊຽນ +3 ຄັ້ງທີ 9 ​ແລະ ກອງປະຊຸມຍ່ອຍອື່ນໆ. ​ໃນປີ 2007 ຜູ້ນຳອາຊຽນ ​​ໄດ້ຮັບຮອງຖະແຫລງການແຮງງານເຄື່ອນຍ້າຍ ທີ່ປະເທດຟີລີປິນ, ລັດຖະບານ ກໍຄືກະຊວງແຮງງານແລະ ສະຫວັດ ດີການສັງຄົມໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ, ທັງເປັນເຈົ້າການຮ່ວມກິດຈະກຳຕ່າງໆໃນອາຊຽນຕະຫລອດມາ, ສະເພາະ​​ ສປປ ລາວ ກໍໄດ້ເອົາໃຈໃສ່ສ້າງເປັນນິຕິກຳເພື່ອເຊື່ອມສານເຂົ້າເທື່ອລະໜ້ອຍໃນກົດໝາຍ​​ແຮງານສະບັບປັບປຸງ, ກົດໝາຍປະກັນສັງຄົມແລະ ອື່ນໆ. ນອກນັ້ນ ຍັງໄດ້ຮ່ວມມືກັບທຸກຝ່າຍທີ່ກ່ຽວຂ້ອງເພື່ອເຮັດວຽກປົກປ້ອງແລະ ຄຸ້ມຄອງສິດຜົນປະ​​ໂຫຍດຂອງຜູ້ອອກແຮງງານເຄື່ອນຍ້າຍ, ທັງແຮງງານພາຍໃນແລະ ຕ່າງປະເທດ, ທັງຊຸກຍູ້ບັນດາກົນໄກຕ່າງໆ​​ເພື່ອຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈໃນການຮັບ-ສົ່ງແຮງງານ​​ເຄື່ອນຍ້າຍກັບປະເທເພື່ອນບ້ານ​​ໃຫ້ເປັນລະບົບ.

No comments:

Post a Comment