Ad

Ad

23 June 2016

ມະຫາກຳທ່ອງທ່ຽວອະນຸລັກອາຊຽນ 2016 ໄຂຂຶ້ນຢ່າງເປັນທາງການຢູ່ແຂວງຈຳປາສັກ

ງານມະຫາກຳທ່ອງທ່ຽວອະນຸລັກອາຊຽນ 2016 ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ເມືອງປາກເຊ ແຂວງຈຳປາສັກ ໃນວັນທີ 22-23 ມິຖຸນານີ້,ໂດຍໄດ້ສຸມໃສ່ປຶກສາຫາລື ແລະ ເປັນເອກະພາບ ບັນດາຂໍ້ລິເລີ່ມຕ່າງໆ ລວມທັງຖະແຫລງການປາກເຊ ວ່າດ້ວຍ ແນວທາງຍຸດທະສາດ ທີ່ກ້າວໄປສູ່ການພັດທະນາຕາມເຂດການທ່ອງທ່ຽວອະນຸລັກ ແລະ ແລວເສັ້ນທາງການທ່ອງທ່ຽວອາຊຽນໂດຍການເປັນປະທານຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະ ທຳ ແລະ ທ່ອງທ່ຽວ, ມີບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີທ່ອງທ່ຽວ ຈາກ 10 ປະເທດສະມາຊິກ, ທ່ານ  ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ, ພ້ອມດ້ວຍຮອງເລຂາທິການໃຫຍ່ອາຊຽນ, ຕົວແທນຈາກພາກພື້ນອາຊີ-ປາຊີຟິກ, ອົງການທ່ອງທ່ຽວໂລກ ແລະ ແຂກຮັບເຊີນເຂົ້າຮ່ວມ ຢ່າງຫລວງຫລາຍ.

           ທ່ານ ບໍ່ແສງຄຳ ວົງດາລາ ກ່າວຕໍ່ກອງປະຊຸມວ່າ: ນັບແຕ່ການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ໃນປີ 2016 ພ້ອມທັງໄດ້ເປັນເຈົ້າພາບຈັດງານມະຫາກຳທ່ອງທ່ຽວອະນຸລັກອາຊຽນ 2016 ເປັນຄັ້ງທໍາອິດ ເພື່ອສືບຕໍ່ຄວາມມຸ້ງມາດປາຖະໜາຂອງອາຊຽນ ໃນຫົວຂໍ້ ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາ ຊຽນ”. ເຊິ່ງເປັນໂອກາດທີ່ເໝາະສົມ ສຳລັບປະເທດອາຊຽນ ເພື່ອຮ່ວມມືກັນຢ່າງໃກ້ຊິດ ໃນການບັນລຸວິໄສທັດໃໝ່ຂອງອາຊຽນ 2025 ແລະ ແຜນຍຸດທະສາດການທ່ອງທ່ຽວອາຊຽນ 2016-2025, ເມື່ອຮອດປີ 2025 ອາຊຽນ ຈະກາຍເປັນຈຸດ  ໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ ໂດຍມີເອກະລັກ, ມີປະສົບການທີ່ຫລາກຫລາຍ ແລະ ຈະໄດ້ປະຕິບັດຕາມພາລະໜ້າທີ່ ໃນການພັດທະນາການທ່ອງທ່ຽວ ແບບມີຄວາມຮັບຜິດຊອບ, ແບບມີສ່ວນຮ່ວມ ແລະ ມີຄວາມສົມດູນ ເພື່ອປະກອບສ່ວນເຂົ້າໃນການສ້າງຄວາມຢູ່ດີກິນດີ ດ້ານເສດຖະກິດ-ສັງຄົມຂອງປະຊາຄົມອາຊຽນ.
ສຳລັບຖະແຫລງການປາກເຊ ກໍຈະເປັນພື້ນຖານການປະສານງານຂອງອາຊຽນ ເພື່ອກຳນົດຍຸດທະສາດ, ການວາງແຜນ ແລະ ການພັດທະນາເຄືອຂ່າຍຂ້າມພາກພື້ນຂອງແຫລ່ງທ່ອງທ່ຽວ ແບບອະນຸ ລັກ ຕິດພັນກັບເສັ້ນທາງຂົນສົ່ງຕົ້ນຕໍພາຍໃນອາຊຽນ. ການທ່ອງທ່ຽວແບບອະນຸລັກ ແມ່ນການທ່ອງ ທ່ຽວແບບຍືນຍົງ ທີ່ຊ່ວຍໃຫ້ນັກທ່ອງທ່ຽວມີປະສົບການ ແລະ ຮູ້ຄຸນຄ່າຂອງທຳມະຊາດ ພ້ອມທັງເຂົ້າໃຈກັບຊີວະນາໆພັນອັນອຸດົມສົມບູນຂອງພາກພື້ນ ທີ່ຊ່ວຍໃຫ້ລະບົບນິເວດດີຂຶ້ນ. ພ້ອມນັ້ນ, ການທ່ອງທ່ຽວແບບອະນຸລັກ ຍັງຈະຊ່ວຍສ້າງຜົນປະໂຫຍດທາງເສດຖະກິດ-ສັງຄົມ ໃຫ້ແກ່ຊຸມຊົນໃນທ້ອງຖິ່ນມີຊີວິດການເປັນຢູ່ທີ່ກົມກຽວກັບທຳມະຊາດ.

ໃນໂອກາດດຽວກັນ ທ່ານ ບຸນຖອງ ດີວິໄຊ ກໍໄດ້ຍົກໃຫ້ເຫັນວ່າ: ແຂວງຈຳປາສັກ ມີທິວທັດທຳມະຊາດທີ່ສວຍສົດງົດງາມ ກາຍເປັນແຫລ່ງທ່ອງທ່ຽວທາງດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະ ນະທຳ ເຊິ່ງປັດຈຸບັນ ມີເຖິງ 216 ແຫ່ງ. ໃນນີ້ ບ່ອນທີ່ມີຊື່ສຽງໃນລະດັບພາກພື້ນ ແລະ ສາກົນ ແມ່ນມໍລະດົກໂລກ ຜາສາດຫີນວັດພູຈຳປາສັກ, ນ້ຳຕົກຕາດຄອນພະເພັງ, ລວມທັງບັນດາເກາະດອນນ້ອຍໃຫຍ່ສະຫລັບຊັບຊ້ອນ ຢັ້ງຢາຍຕາມລຳແມ່ນ້ຳຂອງເຖິງ 4.000 ດອນ. ງານມະຫາກຳທ່ອງທ່ຽວອະນຸລັກອາຊຽນ 2016 ທີ່ໄດ້ຈັດຂຶ້ນຢູ່ແຂວງຈຳປາສັກຄັ້ງນີ້ ຈະເປັນໂອກາດອັນດີໃນການໂຄສະນາ ແລະ ພັດ ທະນາວຽກງານການທ່ອງທ່ຽວ ກໍຄື ແຫລ່ງທ່ອງທ່ຽວ, ລວມທັງສິ່ງຮອງຮັບອຳນວຍຄວາມສະດວກ ໃຫ້ແກ່ການທ່ອງທ່ຽວ, ການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ຜູ້ປະກອບການທ່ອງທ່ຽວໃຫ້ດີຂຶ້ນເລື້ອຍໆ.

No comments:

Post a Comment