Ad

Ad

23 June 2016

ກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານກັບເຈົ້າຄອງນະຄອນ ແລະ ເຈົ້າແຂວງຈະຫາລືຫລາຍບັນຫາສຳຄັນຂອງຊາດ

    ກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານກັບເຈົ້າຄອງນະຄອນຫລວງ ແລະ ເຈົ້າແຂວງຕ່າງໆ ຈະໄຂຂຶ້ນແຕ່ວັນທີ 23-24 ມິຖຸນານີ້ ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເພື່ອສະຫລຸບລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ປຶກສາຫາລືບັນຫາສຳຄັນຂອງຊາດ ຄືລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນ ແລະ ແຜນທ້າຍສົກປີ 2015-2016, ລາຍງານມາດຕະການເກັບລາຍຮັບ 3 ເດືອນທ້າຍສົກປີ ແລະ 3 ເດືອນໄລຍະຂ້າມຜ່ານ ແລະ ການກະກຽມສ້າງແຜນການ-ການເງິນປີ 2017, ລາຍງານແຜນການແກ້ໄຂສະພາບຄ່ອງ ແລະ ຟື້ນຟູເສດຖະກິດ, ລາຍງານການເບີກຈ່າຍເງິນເດືອນງວດ 3 ຄືເດືອນເມສາ ແລະ ພຶດສະພາ,
ລາຍງານການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີໃນການເຂັ້ມງວດການຄຸ້ມຄອງໄມ້, ກວດກາການຂຸດຄົ້ນໄມ້ ແລະ ທຸລະກິດໄມ້ ແລະ ເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ບັນຫາອື່ນໆຈຳນວນໜຶ່ງ.

No comments:

Post a Comment