Ad

Ad

24 June 2016

ຈຶ່ງເພີ່ມຄວາມມີສະຕິໃນການບໍລິໂພກເຫັດປະເພດຕ່າງໆ

          ເຖິງວ່າປີນີ້ຍັງບໍ່ມີການເບື່ອເຫັດເກີດຂຶ້ນກໍຕາມ, ແຕ່ເພື່ອເຮັດໃຫ້ທຸກຄົນມີສະຕິໃນການບໍລິໂພກເຫັດ, ດັ່ງນັ້ນ ເມື່ອມໍ່ໆມານີ້ຫົວໜ້າຂະແໜງລະບາດວິທະຍາ, ພະແນກສາທາລະນະສຸກ ນະຄອນ ຫຼວງວຽງຈັນໄດ້ອອກມາເຕືອນຜ່ານໜັງສືພິມລາວພັດທະນາຂອງພວກເຮົາວ່າ: ພໍຮອດລະດູຝົນຂອງທຸກໆປີມັກຈະມີການເບື່ອເຫັດກິນຂຶ້ນ, ອັນເນື່ອງຈາກລະດູຝົນເປັນລະດູທີ່ເຫັດຊະນິດຕ່າງໆຈະເກີດຂຶ້ນຫຼາຍ, ນັບທັງເຫັດທີ່ກິນໄດ້ ແລະ ກິນບໍ່ໄດ້, ດັ່ງນັ້ນ ເພື່ອປ້ອງກັນການເບື່ອເຫັດທີ່ອາດເກີດຂຶ້ນໃນໄລຍະລະດູຝົນປີນີ້, ໂດຍສະເພາະແມ່ນການບໍລິໂພກເຫັດທີ່ເກີດຂຶ້ນຕາມທຳມະຊາດແມ່ນມີຄວາມສ່ຽງສູງ ແລະ ເຖິງວ່າໄລຍະຜ່ານມາທາງສາທາລະນະສຸກກໍໄດ້ເຕືອນໃຫ້ປະຊາຊົນມີຄວາມລະ ມັດລະວັງໃນການບໍລິໂພກແລ້ວ, ແຕ່ກໍຍັງມີການເບື່ອເຫັດເກີດຂຶ້ນ ແລະ ມີຜູ້ເສຍຊີວິດຈຳນວນໜຶ່ງຄື: ໃນປີ 2015 ຜ່ານມາຢູ່ນະຄອນຫຼວງ
ວຽງຈັນມີກໍລະນີເບື່ອເຫັດເກີດຂຶ້ນຈຳນວນໜຶ່ງ, ແຕ່ໂຊກດີບໍ່ມີຜູ້ເສຍຊີວິດ, ດັ່ງນັ້ນ ຈຶ່ງເຕືອນໃຫ້ປະຊາຊົນເຮົາຈົ່ງມີສະຕິໃນການບໍລິໂພກເຫັດຊະນິດຕ່າງໆທີ່ຈະນຳຜົນກະທົບມາສູ່ສຸຂະພາບຂອງຕົນເອງ ແລະ ຄອບຄົວ ແລະ ຖ້າຈະບໍລິໂພກເຫັດໃຫ້ຖືກຕ້ອງຄວນເອົາໃຈໃສ່ຄື: ຖ້າບໍ່ແນ່ໃຈຊະນິດຂອງເຫັດທີ່ກິນໄດ້ ແລະ ກິນບໍ່ໄດ້ແມ່ນຫ້າມກິນເດັດຂາດ, ບໍ່ຄວນກິນເຫັດຫຼາຍຊະນິດປົນກັນ, ແລະ ຖ້າຫາກກິນເຫັດແລ້ວມີອາການຜິດປົກກະຕິເຊັ່ນ: ວິນຫົວ, ປວດຮາກ ຫຼື ເຈັບທ້ອງໃຫ້ໄປໂຮງໝໍດ່ວນ, ປັດຈຸບັນນອກຈາກຄົນຈະເບື່ອເຫັດຍ້ອນກິນເຫັດເບື່ອແລ້ວ, ເຫັດບາງຊະນິດທີ່ກິນໄດ້ ແລະ ເຄີຍກິນກໍເກີດເບື່ອຍ້ອນສານເຄມີຕົກຄ້າງຕ່າງໆເຊັ່ນ: ການໃຊ້ປຸ່ຍເຄມີ, ຢາຂ້າຫຍ້າ, ຢາຂ້າແມງໄມ້ ແລະ ອື່ນໆ, ອີກສ່ວນໜຶ່ຶງກໍເກີດຈາກຄວາມບໍ່ແນ່ໃຈຂອງຜູ້ບໍລິໂພກເອງເພາະທຸມື້ນີ້ມີເຫັດຫຼາຍຊະນິດທີ່ຄ້າຍຄືກັນເກີດຂຶ້ນນັບທັງເຫັດກິນໄດ້ ແລະ ກິນບໍ່ໄດ້ ແລະ ເກີດຈາກສັດປ່າຍ່ຽວໃສ່, ເຖິງຢ່າໃດກໍຕາມການບໍລິໂພກເຫັດທີ່ດີທີ່ສຸດແມ່ນຄວນບໍລິໂພກເຫັດທີ່ປູກເອງ ຫຼື ເຫັດທີ່ເຄີຍກິນ, ແຕ່ຄວນລ້າງໃຫ້ສະອາດ ແລະ ປຸງແຕ່ງໃຫ້ສຸກດີຈິ່ງຈະປອດໄພ.

No comments:

Post a Comment