Ad

Ad

24 June 2016

ຫຼາຍທ້ອງຖິ່ນເລີ່ມລົງມືປັກດຳເຂົ້ານາປີຢ່າງເປັນຂະບວນຟົດຟື້ນ

          ກົມປູກຝັ່ງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ການຜະລິດເຂົ້ານາປີຂອງກະສິກອນແຂວງຕ່າງໆໃນປີນີ້ເຫັນວ່າເປັນຂະບວນຟົດຟື້ນດີ,ມາຮອດປັດຈຸບັນກະສິກອນຫຼາຍທ້ອງຖິ່ນບ່ອນທີ່ມີເງື່ອນໄຂໄດ້ເລີ່ມລົງມືປັກດຳໄດ້ແລ້ວຫຼາຍກວ່າ 36 ພັເຮັກຕາເທົ່າກັບ 4,7%,ຂອງເນື່ອທີ່ແຜນ ການທັງໝົດ 787.500 ເຮັກຕາສ່ວນຂະ ແໜງກະສິກຳກໍໄດ້ລົງຕິດຕາມຊຸກຍູ້ຢ່າງໃກ້ຊິດ, ໂດຍສະ ເພາະແມ່ນຄວາມຮູ້ດ້ານເຕັກນິກການເຮັດກະເສດສຸມໃຫ້ກະສິ ກອນໃນແຕ່ລະທ້ອງຖິ່ນເພື່ອສາມາດຍົກສະມັດຕະພາບການຜະລິດໃຫ້ສູງຂື້ນ,ຄ່ຽງຄູ່ກັບການປັກດຳເຂົ້ານາປີແລ້ວກະສິກອນແຕ່ລະທ້ອງ ຖິ່ນຍັງໄດ້ກະກຽມດິນເພື່ອປູກພືດລະດູຝົນ,ໃຫ້ໄດ້ຕາມແຜນ ການ 586.300ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ້ 6,3 ລ້ານ
ໂຕນ,ຊຶ່ງປັດຈຸບັນກະ ສິກອນຫຼາຍທ້ອງຖິ່ນກໍເລີ່ມລົງມືປູກ,ພືດທີ່ນິຍົມກວ່າໝູ່ຄື:ສາລີ , ພືດຕະກຸນຖົ່ວ ແລະ ພືດຕາມາລະດູການອື່ນໆ.ເພື່ອຕອບສະໜອງຄວາມຕ້ອງການຂອງຕະ ຫຼາດພາຍໃນທ້ອງຖິ່ນ.

          ກົມລ້ຽງສັດ ແລະ ການປະມົງກະຊວງດັ່ງກ່າວໃຫ້ຮູ້ວ່າ: ສຳລັບວຽກງານຮັກສາສຸຂະພາບສັດລ້ຽງຂອງກະສິກອນນັບແຕ່ເດືອນມັງກອນມາຮອດປັດຈຸບັນຂະແໜງການຕົນສາມາດຜະລິດ ແລະ ຕອບສະໜອງຢາວັກແຊັງປ້ອງກັນພະຍາດສັດໄດ້ຫຼາຍກວ່າ 771 ພັນເຂັມ ແລະ ໄດ້ສັກຢາໃຫ້ສັດ ລ້ຽງປະເພດຕ່າງໆແລ້ວຫຼາຍກວ່າ  20.5500 ພັນໂຕ,ໃນນັ້ນມີງົວ ຫຼາຍກວ່າ 31 ພັນໂຕ, ຄວາຍ 16 ພັນກວ່າໂຕ,ໝູ 7 ພັນກວ່າໂຕ,  (ບໍ່ນັບໝູ່ທີ່ຢູ່ໃນຟາມ) ແບ້ 3 ພັນ ກວ່າໂຕ,ສັດປີກຫຼາຍກວ່າ 145  ພັນໂຕ ແລະ ຍັງສາມາດປິ່ນປົວສັດເຈັບປ່ວຍໄດ້ຫຼາຍກວ່າ 7 ພັນໂຕ.

No comments:

Post a Comment