Ad

Ad

24 June 2016

ລົດຫລູຕ້ອງຄູ່ກັບຜະລິດຕະພັນທີ່ດີສຸດຂອງລາວ

          ຄ່ຳຄືນຂອງວັນທີ 22 ມີຖຸນາຜ່ານມານີ້, ບໍລິສັດ ຈາກົ້ວ-ແລນໂລເວີ ນະຄອນຫລວງ ວຽງ ຈັນ, ໄດ້ຈັດງານຍ່າງສະແດງຜະລິດຕະພັນທີ່ມີຊື່ສຽງແຖວໜ້າຂອງລາວ ເປັນຕົ້ນ ເຄື່ອງປະດັບ ຈາກ ຮ້ານ Nena Jewellry, ເສື້ອຜ້າອາພອນ ຈາກຫ້ອງເສື້ອ Mandarina, ກະເປົາຍີ່ຫໍ້ນາລີ ແລະ ດອກໄມ້ ຈາກຮ້ານ The Flower, ເຊິ່ງທັງສາມ ທຸລະກິດນີ້ ຖືວ່າເປັນທຸລະກິດທີ່ມີເອກກະລັກໂດດ ເດັ່ນ ແລະ ປະສົບຜົນສຳເລັດເປັນ ຢ່າງສູງໃນທຸລະກິດຂອງຕົນ. ພິເສດ ທຸລະກິດດັ່ງກ່າວ ຍັງແມ່ນ ທຸລະກິດທີ່ເກີດຂຶ້ນໂດຍ ນັກທຸລະກິດຂອງລາວເອງ. ດັ່ງນັ້ນບໍລິສັດ ຈາກົ້ວ-ແລນໂຣເວີ ຈຶ່ງໄດ້ນຳເອົາ ທັງ 3 ທຸລະກິດນີ້ ມານຳສະເໜີພ້ອມກັບລົດສຸດຫລູ 2 ຮຸ້ນຂອງຍີ່ຫໍ້ຈາກົວຄື: Jaguar XJ ແລະ XE ເພື່ອສະແດງໃຫ້ຮູ້ວ່າລົດສຸດຫລູຕ້ອງຄູ່ກັບຜະລິດຕະພັນທີ່ດີສຸດນັ້ນເອງ.


          ທ່ານນາງ ເມັດຄຳ ສຸວັນນະສານ ຫົວໜ້າບໍລິຫານງານຝ່າຍຂາຍ ບໍລິສັດ ລາວ ແລນໂຣເວີ ກ່າວວ່າ: ລົດຍີ່ຫໍ້ຈາກົວ ແມ່ນນຳເຂົ້າມາຈຳໜ່າຍໃນລາວ ເມື່ອປີ 2014. ມາຮອດປັດຈຸບັນ ລົດ ດັ່ງ ກ່າວໄດ້ນຳມາຈຳໜ່າຍຢູ່ໃນລາວມີທັງໝົດ 5 ຮຸ້ນ, ເຊິ່ງໃນປີ 2016 ນີ້ ໄດ້ນຳສະເໜີ ແລະ ເປີດໂຕຢ່າງເປັນທາງການ 2 ຮຸ້ນລ່າສຸດຄື: ຈາກົວ ເອັກອີ ແລະ ເອັກເຈ ແລະ ປີ 2016ນີ້, ບໍລິສັດ ຈະສູ້ຊົນຈຳໜ່າຍລົດຍີ່ຫໍ້ຫລູຫລາດັ່ງກ່າວໃຫ້ໄດ້ 25 ຄັນ, ຍ້ອນເປັນລົດທີ່ມີມູນຄ່າສູງ, ມີຄວາມ ຫລູຫລາ, ທັນສະໄໝ ແລະ ເປັນລົດທີ່ມີຊື່ ສຽງໂດ່ງດັງໃນປະເທດອັງກິດ ແລະ ເປັນລົດຍີ່ຫໍ້ໃໝ່ ສຳລັບປະຊາຊົນ ລາວ ແລະ ຄາດວ່າໃນອະນາຄົດລົດຍີ່ຫໍ້ຈາກົວນີຈະກາຍເປັນໜຶ່ງໃນໃຈຂອງຄົນ ລາວຢ່າງແນ່ນອນ. 

No comments:

Post a Comment