Ad

Ad

24 June 2016

ລາວເລັ່ງສະກັດກັ້ນສະພາບແມ່ຍິງຖືກຫລອກລວງໄປຂາຍຕ່າງປະເທດ

 
ພາບ-ຂ່າວ : ຫນັງສືພິມ ປກສ
  
       ສປປ ລາວ ພວມຫາມາດຕະການເພື່ອສະກັດກັ້ນສະພາບທີ່ແມ່ຍິງລາວຖືກຕົວະຍົວະໃຫ້ແຕ່ງດອງກັບຄົນຕ່າງປະເທດແລ້ວເອົາໄປຂາຍຢູ່ຕ່າງປະເທດ, ຫລັງຈາກເຫັນວ່າບັນຫາດັ່ງກ່າວແມ່ນຮູບການໜຶ່ງຂອງກົນໄກຂະບວນການຄ້າມະນຸດພວມແຜ່ລະບາດຢູ່ຫລາຍທ້ອງຖິ່ນໃນລາວ.
             ການຫາລືເພື່ອແກ້ໄຂບັນຫາດັ່ງກ່າວໄດ້ມີຂຶ້ນໃນກອງປະຊຸມປຶກສາຫາລືກ່ຽວກັບການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດໂດຍບໍ່ຖືກຕ້ອງ ທີ່ຈັດຂຶ້ນໃນວັນທີ 22 ມິຖຸນານີ້ ໂດຍການເປັນປະທານຂອງທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,
ມີຜູ້ຕາງໜ້າຈາກສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ, ກະຊວງພາຍໃນ, ກະຊວງຍຸຕິທຳ, ສູນກາງສະຫະພັນແມ່ຍິງລາວ, ກະຊວງແຮງງານ-ສະຫວັດດີການສັງຄົມ ແລະ ຫ້ອງວ່າການນະຄອນຫລວງວຽງຈັນເຂົ້າຮ່ວມນຳດ້ວຍ.
              ກອງປະຊຸມໄດ້ມີການລາຍງານກ່ຽວກັບສະພາບການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດແຕ່ປີ 2012-2015 ມີຈຳນວນທັງໝົດ 1.626 ຄູ່, ຍິງຕ່າງປະເທດ 75 ຄູ່ ລວມມີ 47 ສັນຊາດ, ໃນນັ້ນມີສັນຊາດໄທ, ສ.ເກົາຫລີ ແລະ ຈີນ ທີ່ກວມຫລາຍກວ່າຊາດອື່ນ ແລະ ສະເພາະ 6 ເດືອນຕົ້ນປີ 2016 ນີ້, ເຈົ້າໜ້າທີ່ກ່ຽວຂ້ອງສາມາດແກ້ໄຂບັນຫາການແຕ່ງດອງລະ ຫວ່າງພົນລະເມືອງລາວ ແລະ ຕ່າງປະເທດໄດ້ 16 ກໍລະນີ.

          ນອກຈາກນີ້, ກອງປະຊຸມຍັງໄດ້ລາຍງານສະພາບພົ້ນເດັ່ນຈຳນວນໜຶ່ງທີ່ພວມເກີດຂຶ້ນແຜ່ຫລາຍໃນສັງຄົມປັດຈຸບັນ ກໍຄືມີກຸ່ມຄົນບໍ່ດີຈຳນວນໜຶ່ງໄດ້ເຂົ້າມາປະເທດລາວເພື່ອເຄື່ອນໄຫວຊອກຫາຍິງສາວເອົາເປັນເມຍແລ້ວນຳອອກໄປຂາຍຢູ່ຕ່າງປະເທດດ້ວຍຫລາຍເຫລ່ລ່ຽມ ເປັນຕົ້ນໃຊ້ນາຍໜ້າຄົນລາວຊອກຫາຍິງສາວຕາມເກນອາຍຸທີ່ພວກເຂົາຕ້ອງການແລ້ວກໍວາງລາຄາເປັນເງິນຄ່າດອງໃນການສູ່ຂໍນຳຜູ້ປົກຄອງທີ່ຮູ້ເທົ່າບໍ່ເຖິງການ, ຈາກນັ້ນກໍມີການປອມແປງເອກະສານເຊັ່ນ: ເອກະ ສານການສູ່ຂໍຂັ້ນບ້ານ, ສຳມະໂນຄົວ, ປາສະປອດ ເພື່ອເດີນທາງອອກນອກປະເທດແລ້ວນຳຍິງສາວໄປຂາຍຂູດຮີດແຮງງານທາງເພດ, ບາງກໍລະນີຖືກທຸບຕີຢ່າງທາລຸນ ແລະ ກັກຂັງຢ່າງທໍລະມານ ເຊິ່ງທີ່ປະຊຸມໄດ້ມີຄວາມເອກະພາບກັນວ່າ: ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ໝົດໄປເທື່ອລະກ້າວ ທຸກພາກ ສ່ວນກ່ຽວຂ້ອງນັບແຕ່ສູນກາງຮອດທ້ອງຖິ່ນ ລວມເຖິງອຳນາດການປົກຄອງຂັ້ນຕ່າງໆຕ້ອງໄດ້ເປັນເຈົ້າການປຸກລະດົມໂຄສະນາໃຫ້ປະຊາຊົນໃນທ້ອງຖິ່ນຕົນຮັບຮູ້ເຖິງວິທີການຂອງພວກຄ້າມະນຸດທີ່ສວຍໃຊ້ຮູບການແຕ່ງດອງເຄື່ອນໄຫວໃນທາງທີ່ບໍ່ດີ. ນອກຈາກນີ້ ຕ້ອງປັບປຸງບັນດານິຕິກຳທີ່ກ່ຽວ ຂ້ອງຕ່າງໆໃຫ້ສອດຄ່ອງກັບສະພາບເງື່ອນໄຂຄວາມເປັນຈິງຂອງສັງຄົມ ແລະ ອຳນາດການປົກຄອງຂັ້ນບ້ານຕ້ອງຕິດຕາມກວດກາຢ່າງລະອຽດ ເມື່ອເວລາມີລູກບ້ານຂອງຕົນແຕ່ງດອງກັບຄົນຕ່າງປະ ເທດເພື່ອຮັບປະກັນບໍ່ໃຫ້ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດດັ່ງກ່າວ.

No comments:

Post a Comment