Ad

Ad

24 June 2016

ປະກາດແຕ່ງຕັ້ງທ່ານ ຄຳຮຸ່ງ ເຮືອງວົງສີ ເປັນປະທານອົງການກາແດງລາວ

ຂ່າວ-ພາບ : ຫນັງສືພິມ ປກສ
            ພິທີປະກາດແຕ່ງຕັ້ງທ່ານ ຄຳຮຸ່ງ ເຮືອງວົງສີ ອະດີດເຈົ້າແຂວງຫົວພັນ ເປັນປະທານອົງ ການກາແດງລາວຄົນໃໝ່ ແທນທ່ານ ເລົາລີ  ໄຟເພັງຍົວ ອະດີດປະທານອົງການດັ່ງກ່າວຜູ້ເກົ່າ ທີ່ມໍລະນະ ກຳແລ້ວ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນານີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍການເຂົ້າຮ່ວມຂອງທ່ານຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພັດ ພົມພິພັກ ພ້ອມດ້ວຍພະນັກ ງານຫລັກແຫລ່ງອ້ອມຂ້າງເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອປະຕິບັດຕາມດຳລັດຂອງນາຍົກລັດຖະ ມົນຕີແຫ່ງ ສປປ ລາວ.
          ວຽກງານກາແດງໃນໄລຍະຜ່ານມາວ່າ: ອົງການກາແດງມີພາລະບົດບາດໃນການຈັດຕັ້ງປະຕິບັດວຽກງານດ້ານມະນຸດສະທຳ, ເຮັດໜ້າທີ່ຫ້າງຫາກະກຽມຕອບໂຕ້ໄພພິບັດ, ໃຫ້ການຊ່ວຍ ເຫລືອບັນເທົາ
ທຸກຢ່າງທັນການໃຫ້ແກ່ປະຊາຊົນຜູ້ທຸກຍາກຂາດເຂີນ, ຜູ້ປະສົບໄພພິບັດ, ພ້ອມທັງປະກອບສ່ວນເຂົ້າໃນວຽກງານອະນາໄມ-ກັນພະຍາດ ແລະ ສົ່ງເສີມສຸຂະພາບ, ເປັນເຈົ້າການຈັດຫາເລືອດໃຫ້ພຽງພໍ ແລະ ປອດໄພໃນຂອບເຂດທົ່ວປະເທດ ແລະ ຂົນຂວາຍຊອກຫາແຫລ່ງທຶນ ແລະ ອາສາສະໝັກກາແດງເພື່ອເຄື່ອນໄຫວວຽກໃຫ້ມີປະສິດທິຜົນ.

           ໃນໂອກາດນີ້, ທ່ານຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ໂອ້ລົມແນະນຳໃຫ້ປະທານອົງການກາແດງລາວຜູ້ໃໝ່ ພ້ອມດ້ວຍຄະນະ ແລະ ພະນັກງານສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ເຂັ້ມແຂງກວ່າເກົ່າ ເພື່ອຮັບມື ແລະ ຕອບໂຕ້ກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດຕ່າງໆໄດ້ຢ່າງວ່ອງໄວ ແລະ ທັນການ.

No comments:

Post a Comment