Ad

Ad

24 June 2016

ຈັດເທດສະການອາຫານລາວ ແລະ ສະແດງສິລະປະຊົມເຊີຍ

          ຜົນສຳເລັດງານມະຫະກຳທ່ອງທ່ຽວອາຊຽນ ໃນຕອນຄ່ຳວັນທີ 22 ມິຖຸນານີ້, ກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດງານເທດສະການອາຫານລາວ ແລະ ການສະ ແດງສິລະປະວັນນະຄະດີຊົມເຊີຍຜົນສຳເລັດ ຂອງການຈັດງານມະຫາກຳທ່ອງທ່ຽວ ອາຊຽນ ປີ 2016 ຢູ່ໂຮງແຮມເອລາວັນ ເມືອງປາກເຊ ແຂວງຈຳປາສັກ. ໂດຍການເຂົ້າຮ່ວມຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະ ມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຄະນະຜູ້ແທນທ່ອງທ່ຽວຈາກ 10 ປະ ເທດອາຊຽນເຂົ້າຮ່ວມຢ່າງຫລວງຫລາຍ.
          ໃນງານມີບັນດາຕົວແທນຈາກ 17 ແຂວງ, ນະຄອນຫລວງວຽງຈັນ ແລະ ໂຮງແຮມຮ້ານອາຫານ ລວມກວ່າ 20 ຮ້ານ ໄດ້ນຳເອົາອາຫານ ທີ່ໄດ້ຮັບການປຸງແຕ່ງເປັນເອກະລັກຂອງຕົນ ໄວ້ຄອຍ
ບໍລິການແກ່ ຄະນະຜູ້ແທນທ່ອງທ່ຽວ ອາຊຽນ ແລະ ແຂກຮັບເຊີນ ໄດ້ຊີມລົດຊາດອາຫານຂອງແຂວງຕ່າງໆໃນທົ່ວປະເທດ ເຊິ່ງປະກອບມີຫລາກຫລາຍປະເພດອາຫານແບບລາວໆເຊັ່ນ: ເອາະ ຫລາມ, ປີ້ງໄກ່, ແຈ່ວບອງ, ໃສ້ອົ່ວ, ລາບ ແລະ ອື່ນໆ ອັນໄດ້ຮັບຄວາມສົນໃຈຈາກຜູ້ເຂົ້າຮ່ວມ. ພ້ອມດຽວກັນນັ້ນ ຍັງມີການສະແດງສິລະປະວັນນະຄະດີ ຂອງ 10 ປະເທດອາຊຽນ, ນອກຈາກການຮ້ອງເພງປະກອບການຟ້ອນຂອງແຕ່ລະປະເທດແລ້ວ, ຍັງມີການຂັບລຳທ້ອງຖິ່ນ, ການສະແດງລະ ຄອນວິຖີຊີວິດ ຂອງຊາວລາວພາກໃຕ້, ມີການເດີນແບບອາພອນເພດຊົງລາວ. ພິເສດ ມີການຟ້ອນລຳວົງສາມັກຄີ ອັນເປັນປະເພນີຂອງລາວທີ່ລືມບໍ່ໄດ້ ອັນໄດ້ສ້າງຄວາມປະທັບໃຈ ໃຫ້ແຂກພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.

          ທ່ານ ບົວເງິນ ຊາພູວົງ ກ່າວວ່າ: ງານເທດສະການອາຫານລາວ ແລະ ການສະແດງສິລະປະວັນ ນະຄະດີ ນອກຈາກເປັນການຊົມເຊີຍຜົນສຳເລັດ ຂອງການຈັດງານມະຫາກຳທ່ອງທ່ຽວອາຊຽນ ປີ 2016 ແລ້ວ ຍັງເປັນກິດຈະກໍາໜຶ່ງເພື່ອສົ່ງເສີມແລກປ່ຽນວັດທະນະທໍາ ແນໃສ່ເຮັດໃຫ້ຈຸດໝາຍປາຍທາງການເຊື່ອມໂຍງການທ່ອງທ່ຽວໃນອາຊຽນ ມີຄວາມກ້າວໜ້າ ແລະ ຍືນຍົງ.

No comments:

Post a Comment