Ad

Ad

24 June 2016

ຖະແຫລງການປາກເຊ ສ້າງກາລະໂອກາດເຊື່ອມໂຍງທ່ອງທ່ຽວອາຊຽນ


        ກອງປະຊຸມ ບັນດາລັດຖະມົນຕີທ່ອງທ່ຽວອາຊຽນ ເຊິ່ງຈັດຂຶ້ນໃນ ລະຫວ່າງງານມະຫາກຳທ່ອງທ່ຽວອະນຸລັກອາຊຽນ 2016 ທີ່ເມືອງປາເຊ ແຂວງຈຳປາສັກ ໄດ້ປຶກສາຫາລື ແລະ ຮັບຮອງເອົາຖະແຫລງການປາກເຊ ວ່າດ້ວຍແນວທາງຍຸດທະສາດ ກ້າວໄປສູ່ການພັດທະນາຕາມເຂດການ ທ່ອງທ່ຽວອະນຸລັກ ແລະ ແລວເສັ້ນທາງການທ່ອງທ່ຽວອາຊຽນ ເຊິ່ງສະທ້ອນໃຫ້ເຫັນເຖິງຂໍ້ລິເລີ່ມ ແລະ ຄວາມມຸ່ງມາດປາຖະໜາຂອງ ສປປ ລາວ ແນໃສ່ພັດທະນາ ແລະ ເຊື່ອມໂຍງບັນດາສະຖານທີ່ທ່ອງທ່ຽວ ອະນຸ ລັກໃນພາກພື້ນ.
          ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຖະແຫລງຕໍ່ສື່ມວຊົນ ໃນຕອນບ່າຍວັນທີ 22 ມິຖຸນານີ້ວ່າ: ບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນ ອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາ ເພື່ອສະໜັບສະໜູນ ແລະ ຊ່ວຍເຫລືອກ່ຽວກັບວຽກງານ
ທ່ອງທ່ຽວ ພາຍໃຕ້ການເປັນປະທານກອງປະຊຸມສຸດຍອດອາຊຽນຂອງ ສປປ ລາວ ໃນປີ 2016 ແລະ ມີຄວາມຍິນດີ ທີ່ລາວໄດ້ເປັນເຈົ້າພາບຈັດງານມະຫາກຳທ່ອງທ່ຽວ ອະນຸລັກອາຊຽນໃນຄັ້ງນີ້ ເຊິ່ງໄດ້ສ້າງກາລະໂອກາດ ໃຫ້ແກ່ບັນດາຂະແໜງການຂອງລັດ ແລະ ພາກເອກະຊົນ ໃນຊຸມຊົນທ່ອງທ່ຽວອາຊຽນ ກັບບັນດາເຄືອຂ່າຍຕ່າງໆ ທັງເປັນການແລກປ່ຽນ ແລະ ກຳນົດແນວທາງພັດທະ ນາການທ່ອງທ່ຽວ ໃຫ້ມີການຂະຫຍາຍຕົວ ແລະ ຈະເລີນຮຸ່ງເຮືອງໃນພາກພື້ນອາຊຽນ. ງານມະຫາກຳທ່ອງທ່ຽວອະນຸລັກອາຊຽນ 2016 ພາຍໃຕ້ຫົວຂໍ້ ແນວທາງຍຸດທະສາດທີ່ກ້າວໄປສູ່ການພັດທະ ນາຕາມເຂດການທ່ອງທ່ຽວອະນຸລັກ ແລະ ແລວເສັ້ນທາງການທ່ອງທ່ຽວອາຊຽນ ແມ່ນມີເປົ້າໝາຍໃຫ້ມີຄວາມສາມາດນຳໃຊ້ຊັບພະຍາກອນທຳມະຊາດ ຂອງບັນດາປະເທດອາຊຽນ ແລະ ຄູ່ຮ່ວມມື ມີການຫັນເປັນທຸລະກິດແບບຍືນຍົງ ແລະ ສ້າງວຽກເຮັດງານທຳ ເພື່ອໃຫ້ສອດຄ່ອງກັບຄຳຂວັນອາ ຊຽນ ຫັນວິໄສທັດໃຫ້ເປັນຈິງ ເພື່ອການຊຸກຍູ້ສົ່ງເສີມຊຸມຊົນອາຊຽນ.
          ບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນ ທ່ອງທ່ຽວອາຊຽນ ຍັງໄດ້ເນັ້ນໜັກເຖິງຄວາມສຳ ຄັນໃນການປະສານງານຂອງອາຊຽນ ເພື່ອກຳນົດຍຸດທະສາດ, ການວາງແຜນ ແລະ ພັດທະນາເຄືອຂ່າຍການເຊື່ອມໂຍງກັບສາກົນ ຂອງແຫລ່ງທ່ອງທ່ຽວແບບອະນຸລັກ ຕິດພັນບັນດາທາງຜ່ານທີ່ເປັນທາງບົກ ແລະ ທາງນ້ຳ ເຊິ່ງວົງການທ່ອງທ່ຽວເຫລົ່ານີ້ ຈະໄດ້ຮັບການຂ້າມຜ່ານຢູ່ພາຍໃນອາ ຊຽນ, ທັງອຳນວຍຄວາມສະດວກໃນການເດີນທາງຂ້າມຊາຍແດນ ລະຫວ່າງປະເທດພາຍໃນພາກພື້ນໂດຍສະເພາະນັກທ່ອງທ່ຽວທີ່ຈະເດີນທາງໄປເຂດຊົນນະບົດ ແລະ ເຂດສະຫງວນທຳມະຊາດ ເພື່ອຫາປະສົບການຕົວຈິງຈາກສະ ຖານທີ່ທ່ອງທ່ຽວອາຊຽນ.

          ບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນ ທ່ອງທ່ຽວອາຊຽນ ໄດ້ຮັບຮອງຖະແຫລງການປາກເຊ ແລະ ເຫັນພ້ອມທີ່ຈະນຳຖະແຫລງການດັ່ງກ່າວ ໄປຍັງບັນດາຜູ້ນຳອາຊຽນຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ທີ່ນະຄອນຫລວງວຽງຈັນ, ພ້ອມທັງຮຽກຮ້ອງໃຫ້ເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ສ້າງແຜນງານຮ່ວມກັນກັບຄູ່ຮ່ວມງານອາຊຽນ ລວມທັງອົງການຈັດຕັ້ງສາກົນ, ສູນອາຊຽນ-ຈີນ, ອາຊຽນ-ຍີ່ປຸ່ນ, ອາຊຽນ-ເກົາຫລີ ແລະ ພາກເອກະຊົນນຳດ້ວຍ.

No comments:

Post a Comment