Ad

Ad

24 June 2016

ຄະນະລັດຖະບານ ແລະ ບັນດາເຈົ້າແຂວງ ພ້ອມກັນພິຈາລະນາຫຼາຍບັນຫາສຳຄັນ


        ກອງປະຊຸມຄະນະລັດຖະບານຮ່ວມກັບເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າ ແຂວງ  ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 23 ມິຖຸນານີ້ ທີ່ສຳນັກງານນາຍົກລັດຖະມົນຕີ. ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງ ໃນທົ່ວປະເທດເຂົ້າຮ່ວມ.

          ກອງປະຊຸມຈະໄດ້ດຳເນີນເປັນເວລາ 2 ວັນ (23-24) ມິຖຸນາ ໂດຍຈະໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດວຽກງານທີ່ສຳຄັນຂອງລັດຖະບານ ແລະ ທ້ອງຖິ່ນ. ພ້ອມທັງ ຄົ້ນຄວ້າພິຈາລະ ນາ ແລະ ປະກອບຄຳຄິດເຫັນໃສ່ແຕ່ລະບັນຫາ ທີ່ໄດ້ນຳມາ ສະເໜີ ເປັນຕົ້ນ ການຈັດຕັ້ງປະຕິບັດແຜນພັດທະນາ
ເສດຖະກິດ-ສັງຄົມ 6 ເດືອນຕົ້ນ ແລະ ແຜນທ້າຍສົກປີ 2015-2016; ມາດຕະການເກັບລາຍຮັບ 3 ເດືອນທ້າຍສົກປີ, 3 ເດືອນໄລຍະຂ້າມຜ່ານ ແລະ ການກະກຽມສ້າງແຜນການ-ການເງິນ ປີ 2017; ແຜນການແກ້ໄຂສະພາບຄ່ອງຕົວ ແລະ ຟື້ນຟູເສດຖະ ກິດ ໃນສະເພາະໜ້າ ແລະ ຍາວນານ; ການເບີກຈ່າຍເງິນເດືອນງວດ 3 (ເດືອນ 4 ແລະ ເດືອນ 5) 2016; ການຈັດຕັ້ງປະຕິບັດ ແລະ  ຜັນຂະຫຍາຍ ຄໍາສັ່ງ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີ ເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້ ແລະ ທຸລະກິດໄມ້; ຮ່າງຄຳສັ່ງຂອງນາຍົກ ລັດຖະມົນຕີ ວ່າດ້ວຍການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານ ເປັນຫົວໜ່ວພັດທະນາ ເພື່ອກະຕຸກຊຸກຍູ້ໃຫ້ການຈັດຕັ້ງຜັນຂະ ຫຍາຍຄຳສັ່ງດັ່ງກ່າວເຂົ້າສູ່ວຽກງານຕົວຈິງໃຫ້ມີປະສິດທິຜົນສູງຂຶ້ນ.

No comments:

Post a Comment