Ad

Ad

27 June 2016

ລາວ-ຈີນຮ່ວມສ້າງຫ້ອງການກວດກາ-ທົດລອງຄຸນນະພາບວັດສະດຸກໍ່ສ້າງ

            ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສ້າງຫ້ອງກວດກາ ແລະ ທົດ ລອງຄຸນນະພາບວັດສະດຸການກໍ່ສ້າງ ລະຫວ່າງສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດຂອງກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ບໍລິ ສັດ ລາວແຫຮກທຮາບຟິກ ເຕັກໂນໂລຊີເຊີວິດສຈຳກັດ ຮ່ວມກັບສະຖາບັນກວດກາ ແລະ ຢັ້ງຢືນຄຸນນະພາບ ຂອງຜະລິດຕະພັນອຸດສາຫະກຳແຫ່ງຊາດ ສປ ຈີນ ເມືອງເສິງຕູ່ ແຂວງ ເສສວນ ໄດ້ມີຂຶ້ນ ວັນທີ 22 ມິຖຸນານີ້, ທີ່ນະຄອນຫລວງວຽງຈັນ, ລະຫວ່າງທ່ານ ວຽງທອງ ວົງທະວິໄລ ຮັກສາການຫົວໜ້າກົມມາດຕະຖານ ແລະ ວັດແທກ ແລະ ທ່ານ ຊື ເຊ້ຍສວນ ຜູ້ອຳນວຍການບໍລິສັດ ລາວແຫຣກ ທຣາບຟິກ ເຕັກໂນໂລຊີເຊີວິດສ ຈຳກັດ ທ່ານ ຫວາງ ຫຸ້ຍ ຫົວໜ້າຫ້ອງການບໍລິສັດ ລາວແຫຣກທຣາບຟິກ ເຕັກໂນໂລຊີເຊີວິດສ ຈຳກັດ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

          ບົດບັນທຶກດັ່ງກ່າວໄດ້ຕົກລົງວ່າ: ສອງຝ່າຍຈະໄດ້ຮ່ວມກັນສ້າງພື້ນຖານໂຄງລ່າງ ເຊັ່ນ: ຫ້ອງທົດລອງ, ຫ້ອງການພະນັກງານ, ສາງເກັບຕົວຢ່າງ, ຫ້ອງວິໄຈ ແລະ ອື່ນໆທີ່ຈຳເປັນ ລວມທັງການສ້າງນິຕິກຳ ລະບຽບການ ແລະ ຂໍ້ກຳນົດມາດຕະຖານກ່ຽວກັບວັດສະດຸກໍ່ສ້າງ ທີ່ບໍ່ທັນມີການປັບປຸງມາດຕະຖານທີ່ມີ ແລ້ວໃຫ້ສົມບູນ ແລະ ນິຕິກຳທີ່ກ່ຽວຂ້ອງອື່ນໆ, ສ້າງ ແລະ ພັດທະນາບຸກຄະລາກອນ ໃນສາຂາວິຊາສະ ເພາະ ກ່ຽວກັບການທົດລອງການວິໄຈ, ການທົດສອບຕ່າງໆ, ພ້ອມສົ່ງເສີມການບໍລິການອື່ນໆອີກ, ຊຶ່ງສອງຝ່າຍ ຈະໄດ້ແຕ່ງຕັ້ງໜ່ວຍງານເພື່ອຄົ້ນ ຄ້ວາກະກຽມຢ່າງເປັນເອກກະພາບກັນອີກເທື່ອໜຶ່ງ.

          ບໍລິສັດ ລາວແຫຣກທຣາບຟິກ ເຕັກໂນໂລຊີ ເຊີວິດສຈຳກັດ ຮ່ວມກັບສະຖາບັນກວດກາ ແລະ ຢັ້ງຢືນຄຸນນະພາບຜະລິດຕະພັນອຸດສາຫະກຳແຫ່ງຊາດ ສປ ຈີນ ເມຶອງເສີງຕູ່ ແຂວງເສສວນ ມີສຳ ນັກງານຕັ້ງຢູ່ບ້ານພັກອາເຊັມ ເຊິ່ງດຳເນີນທຸລະກິດຖືກຕ້ອງຕາມກົດໜາຍຂອງ ສປປ ລາວ ບໍລິ ສັດ ແລະ ສະຖາບັນດັ່ງກ່າວ ມີຜະລິດຕະພັນເກືອບ 5.000 ຊະນິດ ເປັນຕົ້ນແມ່ນການກວດກາຄຸນ ນະ ພາບອຸປະກອນການກໍ່ສ້າງ, ປົກປັກຮັກສາສິ່ງແວດລ້ອມ, ໄຟຟ້າ, ເຄື່ອງເອເລັກໂຕຣນິກ, ເຄື່ອງດັບເພີງ, ສະບຽງອາຫານ, ໄມ້ອັດ, ຊິມັງ, ໜໍ້ຫຸ້ງຕົ້ມ, ໃຊ້ອາຍແກັສ ແລະ ອຶ່ນໆ.

No comments:

Post a Comment