Ad

Ad

27 June 2016

ສະຖານທູດຈີນ ປະຈຳລາວ ມອບເຄື່ອງຊ່ວຍເຫລືອໃຫ້ກະຊວງການຕ່າງປະເທດ

          ພິທີມອບ-ຮັບ ເຄື່ອງຊ່ວຍເຫລືອ ຈາກສະຖານເອກອັກຄະລັດຖະທູດ ປະຈຳ ສປປ ລາວ ໃຫ້ແກ່ ກະຊວງການຕ່າງປະເທດ ຈັດຂຶ້ນໃນວັນທີ 24 ມິຖຸນາ 2016, ຊຶ່ງມີພາຫະນະຈຳນວນ 2 ຄັນ ແລະ ອຸປະກອນຮັບໃຊ້ຫ້ອງການຈຳນວນໜຶ່ງ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 55 ປີ, ທັງເປັນການປະ ກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການປະຕິບັດວຽກງານ ຂອງກະຊວງການຕ່າງປະເທດ ໃນການເປັນປະທານອາຊຽນຂອງລາວ ແລະ ທັງເປັນການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ ນັບມື້ເລິກເຊິ່ງ.


          ໃນໂອກາດດັ່ງກ່າວ, ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດເຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານກໍຄື  ສະຖານເອກອັກຄະລັດຖະທູດຈີນ ປະຈຳ ສປປ ລາວ ທີ່ຍາມໃດກໍເປັນຫ່ວງ ເປັນໃຍ ໃຫ້ການຊ່ວຍເຫລືອ ສປປ ລາວ ຕະຫລອດມາ.

No comments:

Post a Comment