Ad

Ad

27 June 2016

ອີຊູຊຸນຳສະເໜີຜະລິດຕະພັນໃໝ່ຂອງຕົນທີ່ນຳມາຈຳໜ່າຍໃນລາວ

          ວັນທີ 23 ມີຖຸນານີ້, ບໍລິສັດ ຕຼີເພັດອີຊູຊຸເຊລສ໌ ຈຳກັດ ຮ່ວມກັບ ບໍລິສັດຈຳໜ່າຍລົດອີຊູຊຸໃນລາວ, ຈັດພິທີນຳສະເໜີລົດອີຊູຊຸ 2 ຮຸ້ນໃໝ່ລ່າສຸດ, ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍມີທ່ານ ອາ ຄິຣະ ໂອດາງາກິ ຜູ້ຈັດການທົ່ວໄປບໍລິສັດ ຕຼີເພັດ ອີຊູຊຸເຊລສ໌ ຈຳກັດ, ພ້ອມດ້ວຍຕົວແທນຈຳໜ່າຍໃນລາວ ແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນ ຫລາຍ.

          ອີຊູຊຸ ດີແມັກຊ໌ ບລູພາວເວີ ແລະ ອີຊູຊຸ ມິວເອັກຊ໌ ບລູພາວເວີ ເປັນລົດທີ່ມີສະມັດຕະພາບເໜືອຊັ້ນ ໂດຍການນຳເອົາເຄື່ອງຈັກ ບລູພາວເວີ ເຂົ້າມາເສີມ, ຊຶ່ງມັນໄດ້ເພີ່ມພະລັງແຮງກວ່າເກົ່າ, ປະຢັດນ້ຳມັນຫລາຍຂຶ້ນ ແລະ ສາມາດ ຕອບສະໜອງທຸກຄວາມຕ້ອງການຂອງນັກຂັບຂີ່ໄດ້ເປັນຢ່າງດີ, ໃນນັ້ນ ບລູ
ພາວເວີ ຍັງໃຫ້ພະລັງແຮງສູງ, ແຕ່ປະຢັດນ້ຳມັນ, ພ້ອມຄວາມທົນທານ ແລະ ອີຊູຊຸ ຍັງເປັນຜູ້ນຳທາງດ້ານເທັກໂນໂລຢີຂອງການຜະລິດຈັກກາຊວນລະດັບໂລກ, ໂດຍມີໃຫ້ເລືອກ 2 ຂະໜາດຄື: ຈັກ 3,0 ລິດ 163 ແຮງມ້າ ແລະ ຈັກ 2,5 ລິດ 136 ແຮງມ້າ, ໂດຍສະເພາະ ລົດກະບະ ດີແມັກຊ໌ ມີລາຄາເລີ້ມຕົ້ນພຽງ 187 ລ້ານກີບ ແລະ ລົດອະເໜກປະສົງມິວເອັກຊ໌ ລາຄາ 366 ລ້ານກີບເທົ່ານັ້ນ ແລະ ໃນວັນທີ 24 ມີຖຸນາ-31 ກໍລະກົດນີ້, ທີ່ຫ້ອງຂາຍອີຊູຊຸທົ່ວປະເທດ ຈະຈັດໃຫ້ມີກິດຈະກຳທົດລອງການຂັບຂີ່ຂອງລົດດັ່ງກ່າວອີກດ້ວຍ.

No comments:

Post a Comment