Ad

Ad

27 June 2016

ອຳນວຍການສູນພາສາອັງກິດອາຊຽນໄດ້ຮັບຄັດເລືອກເຂົ້າຮ່ວມກອງປະຊຸມສຸດຍອດຜູ້ປະກອບການໂລກຄັ້ງທີ 7 ທີ່ສະຫະລັດອາເມລິກາ

    ທ່ານນາງ ອຸໄລພອນ ສີລິມະສັກ ອຳນວຍການສູນພາສາອັງກິດອາຊຽນ (AEC English Center) ໄດ້ຖືກຄັດເລືອກເປັນຕົວແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ປະກອບການທົ່ວໂລກຄັ້ງທີ 7 The Global Entrepreneurship Summit (GES) ທີ່ໄດ້ຈັດຂຶ້ນໃນວັນທີ 22-24 ມິຖຸນານີ້ ທີ່ເມືອງພາໂລອັດໂຕ ລັດກາລິຟໍເນຍ ສະຫະລັດອາເມລິກາ, ພາຍຫລັງໄດ້ຮັບການສະໜັບສະໜູນຈາກສະຖານທູດອາເມລິກາປະຈຳລາວເປັນຜູ້ທີ່ມີແນວຄວາມຄິດປະດິດສ້າງກ່ຽວກັບນະວັດຕະກຳໃໝ່.
    ກອງປະຊຸມດັ່ງກ່າວມີຜູ້ປະກອບການ, ນັກທຸລະກິດ, ນັກລົງທຶນ, ນັກປາຖະກະຖາດ້ານເສດຖະກິດ, ການຄ້າທີ່ມີປະສົບການຈາກທົ່ວໂລກເກືອບພັນຄົນເຂົ້າຮ່ວມ ໂດຍການໃຫ້ກຽດກ່າວໄຂກອງປະຊຸມຂອງທ່ານປະທານາທິບໍດີສະຫະລັດອາເມລິກາ ບາຣັກ ໂອບາມາ.

    ທ່ານນາງ ອຸໄລພອນ ໄດ້ກ່າວຄຳຄິດເຫັນໃນກອງປະຊຸມຄັ້ງນີ້ວ່າ: ຂ້າພະເຈົ້າມີຄວາມຄາດຫວັງສູງທີ່ຈະເກັບກ່ຽວເອົາຄວາມຮູ້ໃໝ່ໆຈາກຜູ້ນຳລະດັບໂລກ ແລະ ຜູ້ປະກອບການທີ່ມີຊື່ສຽງ ເພາະຢາກຮູ້ວ່າເປັນຫຍັງຜູ້ປະກອບການເຫລົ່ານັ້ນຈຶ່ງປະສົບຜົນສຳເລັດ, ເຖິງວ່າພວກເພິ່ນຈະເລີ່ມຈາກຈຸດ ນ້ອຍໆ ແລະ ພ້ອມຈະນຳເອົາຄວາມຮູ້, ບົດຮຽນດັ່ງກ່າວມາໝູນໃຊ້ໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ເໝາະສົມກັບເງື່ອນໄຂຂອງການພັດທະນາເສດຖະກິດຂອງປະເທດເຮົາ ເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດໃຫ້ມີຄວາມກ້າວໜ້າ.
     ກອງປະຊຸມດັ່ງກ່າວຈັດຂຶ້ນຄັ້ງທຳອິດຢູ່ສະຫະລັດອາເມລິກາ, ຄັ້ງທີ 2 ຢູ່ຕວກກີ, ຄັ້ງທີ 3 ຢູ່ສະຫະລັດອາຣັບເອມິເລດ, ຄັ້ງທີ 4 ຢູ່ມາເລເຊຍ, ຄັ້ງທີ 5 ຢູ່ມາລົກ, ຄັ້ງທີ 6 ຢູ່ເກນຢາ ແລະ ຄັ້ງທີ 7 ໄດ້ກັບຄືນຈັດຂຶ້ນທີ່ສະຫະລັດອາເມລິກາອີກເທື່ອໜຶ່ງ ເພື່ອສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງປະທານາທິບໍດີ ໂອບາມາ ໃນການເປັນຜູ້ເຊື່ອມຕໍ່ຊ່ວຍເຫລືອໃນການຮັບມືກັບສິ່ງທ້າທາຍໃນໂລກນີ້ຮ່ວມກັນ.

     ສູນພາສາອັງກິດອາຊຽນຂອງທ່ານນາງ ອຸໄລພອນ ຕັ້ງຢູ່ບ້ານສີວິໄລ ເມືອງໄຊທານີ ນະຄອນ ຫລວງວຽງຈັນ, ເປີດສອນພາສາອັງກິດມາໄດ້ໜຶ່ງປີກວ່າ ແລະ ປັດຈຸບັນມີນັກສຶກສາຫລາຍກວ່າຮ້ອຍຄົນແລ້ວ.

No comments:

Post a Comment